ສົງໄສເມຍມີຊູ້ ຈຶ່ງລົງມືຂ້າລູກ ຫວັງຈະຂ້າຕົວຕາຍຕາມແຕ່ບໍ່ສຳເລັດ

ປກສ ແຂວງຫລວງນໍ້າທາລາຍງານວ່າ: ວັນທີ 12 ມັງກອນ 2024, ເຈົ້າໜ້າທີ່ໄດ້ເຂົ້າກັກຕົວ ທ້າວ ເຢັງ ອາຍຸ 26 ປີ ທີ່ກໍ່ເຫດຄາຕະກຳລູກຊາຍ ອາຍຸພຽງ 9 ເດືອນ ຢູ່ບ້ານພິນຫໍ້ ເມືອງລອງ ແຂວງຫລວງນໍ້າທາ, ຜູ້ກ່ຽວໃຫ້ການສາລະພາບຕໍ່ເຈົ້າໜ້າທີ່ວ່າ: ຕົນເອງມີເຈຕະນາຄາຕະກຳລູກຊາຍຕົນເອງແທ້ ດ້ວຍການນຳໃຊ້ປືນແກັບຍິງ ສາເຫດມາຈາກທາງຄອບຄົວໄດ້ຜິດຖຽງກັນມາຍາວນານແລ້ວ, ເພາະຕົນເອງສົງໄສວ່າເມຍມີຊູ້,
ກ່ອນມື້ເກີດເຫດ ຢູ່ບ້ານພິນຫໍ້ ມີງານບຸນປະເພນີຂອງເຜົ່າມົ້ງ ຜູ້ເປັນຜົວໄດ້ບອກໃຫ້ຜູ້ເປັນເມຍນຸງຊຸດຊົນເຜົ່າເພື່ອໄປຖ່າຍຮູບໃນງານບຸນ ແຕ່ຜູ້ເປັນເມຍບໍ່ນຸ່ງ ພ້ອມທັງຕອບວ່າ ນຸ່ງຊຸດໃດຖ່າຍກໍບໍ່ເປັນຫຍັງ, ພໍກັບມາຮອດເຮືອນ ທັງສອງກໍໄດ້ຜິດຖຽງກັນຢ່າງຮຸນແຮງ, ເວລານັ້ນພໍ່ຂອງທ້າວເຢັງໄດ້ອອກມາຫ້າມ ແລະ ໄດ້ໃຊ້ເຫລັກເສັ້ນຟາດໃສ່ຫົວ 3 ບາດ, ຜູ້ກ່ຽວເລີຍຕັດສິນໃຈອຸ້ມເອົາລູກຊາຍຫວັງຈະຂ້າຕົນເອງຕາຍໄປພ້ອມແຕ່ບໍ່ສຳເລັດຍ້ອນ ຍາດພີ່ນ້ອງເຂົ້າມາຫ້າມໄວ້ທັນ.
ປັດຈຸບັນຜູ້ກ່ຽວຖືກເຈົ້າໜ້າທີ່ຈັບຕົວເພື່ອດຳເນີິນຄະດີຕາມລະບຽບກົດໝາຍ