ອົງການ KOFIH ປະຈຳ ສປປ ລາວ ຊ່ວຍເຫລືອສ້າງ ຫ້ອງອ່ານຮູບພາບລັງສີໃຫ້ແກ່ໂຮງໝໍເດັກມູນຄ່າ 18 ພັນກວ່າໂດລາ
January 20, 2024 - 10:39 AM


ວັນທີ 11 ມັງກອນ 2024 ອົງການ KOFIH ປະຈຳ ສປປ ລາວ ມອບ-ຮັບໂຄງການ ຊ່ວຍເຫລືອຫ້ອງອ່ານຮູບພາບລັງສີໃຫ້ແກ່ໂຮງໝໍເດັກ ໂດຍມີທ່ານ ດຣ ສົມມະນີຄອນ ຜາງມະນີໄຊ, ຜູ້ອໍານວຍການໂຮງໝໍເດັກ, ທ່ານ ນາງ Hyunkyong Kim, ຫົວໜ້າອົງການ KOFIH ປະຈໍາ ສປປ ລາວ ແລະ ທ່ານ ດຣ ສີອຳພອນ ຈັນທະນຸໄລ, ຫົວໜ້າພະແນກຮູບພາບລັງສີ ໂຮງໝໍເດັກ ອະດີດນັກສຶກສາ ຈາກໂຄງການ Dr. Lee Jong Wook Fellowship Program ເຂົ້າຮ່ວມ.
ອາຄານສໍາລັບໂຄງການຕໍ່ເຕີມຫ້ອງຮູບພາບ-ລັງສີ, ພ້ອມທັງສະໜອງອຸປະກອນທີ່ຈໍາເປັນເຊັ່ນ: ເຟີນີເຈີ, ເອເລັກໂຕຣນິກ, ແລະ ໄດ້ສະໜອງການຝຶກອົບຮົມໃນຂະແໜງການດັ່ງກ່າວ. ມູນຄ່າລວມຂອງການຊ່ວຍເຫຼືອນີ້ເປັນຈໍານວນ 18,281,73 ໂດລາ, ເພື່ອແນໃສ່ການສ້າງຄວາມເຂັ້ມແຂງໃຫ້ແກ່ບຸກຄະລາກອນການແພດໃນຂະແໜງຮູບພາບລັງສີ. ການສະໜັບສະໜູນຄັ້ງນີ້ຈະຊ່ວຍເພີ່ມຄຸນນະພາບຂອງການບໍລິການ ແລະ ຕອບສະໜອງການວິນິດໄສຄົນເຈັບໃຫ້ໄວຂຶ້ນ.