ປະຊາຊົນໃນພາກພື້ນອາຊີປາຊີຟິກຫລາຍກວ່າ 7 ລ້ານຄົນ ເສຍຊິວິດກ່ອນໄວອັນຄວນ ອັນເນື່ອງມາຈາກມົນລະພິດທາງອາກາດ
ວັນທີ 11 ມັງກອນ 2024, ສະຖາບັນຄົ້ນຄວ້າຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ສຄຊສ), ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ກຊສ) ຈັດກອງປະຊຸມ ປຶກສາຫາລື ກ່ຽວກັບ ການປ້ອງກັນ ແລະ ຮັບມື ກັບມົນລະພິດໝອກຄວັນ ຫຼື ຝຸ່ນລະອອງຂະໜາດນ້ອຍ (PM2.5) ໃນລະດູແລ້ງປີ 2024, ເປົ້າໜາຍອັນສໍາຄັນແມ່ນ ຈະໄດ້ພ້ອມກັນປຶກສາຫາລື ແລະ ລະດົມແນວຄວາມຄິດໃສ່ແຜນດໍາເນີນງານມາດຕະການປ້ອງກັນໄລຍະສັ້ນ ແລະ ໄລຍະຍາວ.
ກອງປະຊຸມ ໄດ້ຮັບຟັງການລາຍງານຈາກຜູ້ຕາງໜ້າ ສຄຊສ ຫລາຍບັນຫາ ຄື: ສະພາບລວມມົນລະພິດໝອກຄວັນ ແລະ ແນວທາງຫຼັກການ ການປ້ອງກັນ ແລະ ຮັບມື; ແຜນດໍາເນີນງານໄລຍະສັ້ນ ແລະ ຍາວ, ໜ້າວຽກ ແລະ ຄວາມຮັບຜິດຊອບ; ຮ່າງນະໂຍບາຍ ກ່ຽວກັບ ການເກືອດຫ້າມຈູດເຜົາຢູ່ພື້ນທີິ່ໂລ່ງ, ບັນຫາມົນລະພິດທາງອາກາດ ແມ່ນໜຶ່ງໃນໄພຄຸກຄາມຕໍ່ສຸຂະພາບອັນຮ້າຍແຮງຂອງໂລກ, ຫຼາຍກວ່າ 7 ລ້ານຄົນແມ່ນ ເສຍຊິວິດກ່ອນໄວອັນຄວນ ອັນເນື່ອງມາຈາກມົນລະພິດທາງອາກາດ ທີ່ກໍາລັງເກີດຂຶ້ນຢູ່ພາກພື້ນອາຊີປາຊີຟິກ.
ອີງຕາມຂໍ້ມູນຈາກອົງການອະນາໄມໂລກ ລາຍງານວ່າ 90% ຂອງປະຊາກອນໃນພາກພື້ນແມ່ນ ຫາຍໃຈ ເອົາອາກາດທີ່ບໍ່ບໍລິສຸດ ແລະ ບໍ່ປອດໄພ. ສໍາລັບ ສປປ ລາວ ແມ່ນມີອາກາດທີ່ເປັນພິດ ໃນຊ່ວງລະດູແລ້ງເດືອນ ກຸມພາ ຫາ ເມສາ, ອີງຕາມບົດແນະນໍາຂອງອົງການອະນາໄມໂລກໄດ້ຢັ້ງຢືນຂໍ້ມູນຄຸນະພາບອາກາດ ຢູ່ ສປປ ລາວ ແມ່ນມີຄວາມປອດໄພໃນລະດັບປານກາງ ແລະ ອີງຕາມຂໍ້ມູນຈາກສະຖານີວັດແທກ ຂອງຫ້ອງທົດລອງສິ່ງແວດລ້ອມ ກຊສ ໄດ້ລາຍງານຜົນການວັດແທກສະເລ່ຍລາຍປີພົບວ່າ ມີຄ່າຝຸ່ນລະອອງຂະໜາດນ້ອຍ (PM2.5) ເກີນມາດຕະຖານສູງສຸດຂອງອົງການອະນາໄມໂລກກໍານົດໄວ້ຫ້າເທົ່າ, ການວັດແທກ ແລະ ການລາຍງານຂໍ້ມູນດັ່ງກ່າວຕໍ່ສັງຄົມ ແມ່ນຍັງມີຈໍາກັດເນື່ອງຈາກ ສະຖານີຕິດຕັ້ງຢູ່ພາກພື້ນດິນ ຍັງບໍ່ທັນຄວບຄຸມທົ່ວປະເທດຈຶ່ງເຮັດໃຫ້ການຮັບຊາບຂໍ້ມູນທີ່ເປັນທາງການຍັງບໍ່ທັນກວ້າງຂວາງ.