ປີ 2024 ສສ ຫວຽດນາມ ໃຫ້ທຶນການສຶກສາ ສປປ ລາວ 464 ທຶນ
ການລົງນາມ ໃນແຜນການຮ່ວມມືປະຈໍາປີ 2024 ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ແລະ ກະຊວງສຶກສາ ແລະ ກໍ່ສ້າງ ແຫ່ງ ສສ ຫວຽດນາມ ດຳເນີນໄປໃນວັນທີ 6-7 ມັງກອນ 2024, ໂດຍການຮ່ວມເປັນສັກຂີພິຍານ ຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ.
ສຳລັບປີ 2024 ນີ້ິ, ຝ່າຍຫວຽດນາມ ໄດ້ຮັບພະນັກງານ, ນັກຮຽນ, ນັກສຶກສາລາວ ແລະ ລູກຫຼານຂອງຊາວຫວຽດນາມ ຕ່າງດ້າວທີ່ອາໄສຢູ່ ສປປ ລາວ ຈຳນວນ 464 ທຶນ ໄປຮຽນທີ່ ສສ ຫວຽດນາມ ໃນລະດັບມັດທະຍົມສຶກສາຕອນປາຍ, ປະລິນຍາຕີ, ຫຼັງປະລິນຍາຕີ ແລະ ບຳລຸງໄລຍະສັ້ນ ຕາມການຈັດສັນໃນສາລະບານເລກ 1 ຂອງຂໍ້ຕົກລົງ ວ່າດ້ວຍການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ສຳລັບ ຝ່າຍລາວ ໃຫ້ທຶນການສຶກສາແກ່ຝ່າຍຫວຽດນາມ ຈຳນວນ 60 ທຶນ ກໍ່ສ້າງລະດັບປະລິນຍາຕີ, ຫຼັງປະລິນຍາຕີ, ບຳລຸງໄລຍະສັ້ນ ແລະ ຮຽນພາສາລາວ 1 ສົກຮຽນ ລວມທັງໝົດ 524 ທຶນ.
ສໍາລັບປີ 2023 ມີພະນັກງານ, ນັກຮຽນ ແລະ ນັກສຶກສາລາວ ໄປຮຽນທີ່ ສສ ຫວຽດນາມ ໃນລະດັບມັດທະຍົມສຶກສາຕອນປາຍ, ປະລິນຍາຕີ, ຫຼັງປະລິນຍາຕີ ແລະ ບຳລຸງໄລຍະສັ້ນຫຼາຍກວ່າ 2.490 ຄົນ, ຍິງ 1.150 ກວ່າຄົນ. ໃນຈຳນວນນີ້, ເປັນພະນັກງານໄປຮຽນ 788 ຄົນ, ຍິງ 322 ຄົນ, ນັກສຶກສາໄປຮຽນ 1.706 ຄົນ, ຍິງ 830 ຄົນ, ລວມມີທຶນຂອງລັດຖະບານ ສສ ຫວຽດນາມ 344 ທຶນ ແລະ ທຶນອື່ນໆ. ສ່ວນພະນັກງານ, ນັກຮຽນ ແລະ ນັກສຶກສາລາວ ໄດ້ສໍາເລັດໃນການໄປຮຽນທີ່ ສສ ຫວຽດນາມ ລວມມີ ຂົງເຂດບໍລິຫານທຸລະກິດ; ກົດໝາຍ ແລະ ພົວພັນສາກົນ; ຂົງເຂດສາທາ ລະນະສຸກ ແລະ ຂົງເຂດວິສະວະກໍາສາດ.