ຄໍາມ່ວນ ກຽມພ້ອມປ້ອງກັນຄວາມສະຫງົບ ໃນງານເປີດປີທ່ອງທ່ຽວລາວ

ຄໍາມ່ວນ ກຽມພ້ອມປ້ອງກັນຄວາມສະຫງົບ ໃນງານເປີດປີທ່ອງທ່ຽວລາວ - 4248 - ຄໍາມ່ວນ ກຽມພ້ອມປ້ອງກັນຄວາມສະຫງົບ ໃນງານເປີດປີທ່ອງທ່ຽວລາວ
ຄໍາມ່ວນ ກຽມພ້ອມປ້ອງກັນຄວາມສະຫງົບ ໃນງານເປີດປີທ່ອງທ່ຽວລາວ - kitchen vibe - ຄໍາມ່ວນ ກຽມພ້ອມປ້ອງກັນຄວາມສະຫງົບ ໃນງານເປີດປີທ່ອງທ່ຽວລາວ

ພັອ ຄຳສິງ ນົນທະສອນ ຮອງຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ, ທັງເປັນຫົວໜ້າອະນຸກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຮັກສາສຸຂະພາບ ງານເປີດປີທ່ອງທ່ຽວລາວ 2024 ແຂວງຄຳມ່ວນ ລາຍງານວັນທີ 30 ມັງກອນ 2024 ວ່າ: ເພື່ອເຮັດໃຫ້ງານເປີດປີທ່ອງທ່ຽວລາວ 2024 ຢູ່ແຂວງຄໍາມ່ວນ ທີ່ຈະເປີດຂຶ້ນວັນທີ 3 ກຸມພາ 2024 ໃຫ້ມີຄວາມສະຫງົບ, ປອດໄພ ອະນຸກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຮັກສາສຸຂະພາບ ໄດ້ກຽມຄວາມພ້ອມຮອບດ້ານ,ເຂັ້ມງວດ ເພື່ອປ້ອງກັນຄວາມສະຫງົບ, ຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍພາຍໃນງານ ສ່ວນພະແນກສາທາລະນະສຸກແຂວງກໍກຽມພ້ອມຮອບດ້ານ ເປັນຕົ້ນ ພະນັກງານ ແພດ-ໝໍ, ຢາປົວພະຍາດ ແລະ ພາຫະນະຮັບໃຊ້ ເພື່ອໃຫ້ການບໍລິການໃນເວລາສຸກເສີນ.

ນອກນີ້, ຍັງໄດ້ສົມທົບກັບກຳລັງປ້ອງກັນຊາດ ຕະຫລອດເຖິງກຳລັງທ້ອງຖິ່ນ ປກສ ບ້ານ, ກອງຫລອນ, ອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ ສືບຕໍ່ເຮັດວຽກງານປ້ອງກັນຄວາມສະຫງົບໃນ 3 ກິດຈະກໍາໃຫຍ່ ຂອງແຂວງ ໂດຍຕິດພັນກັບ 3 ຍອດຍິ່ງ ທາງດ້ານວັດທະນະທໍາ, ທຳມະຊາດ ແລະ ປະຫວັດສາດ ເພື່ອຕ້ອນຮັບປີທ່ອງທ່ຽວລາວ

ຄໍາມ່ວນ ກຽມພ້ອມປ້ອງກັນຄວາມສະຫງົບ ໃນງານເປີດປີທ່ອງທ່ຽວລາວ - Visit Laos Visit SALANA BOUTIQUE HOTEL - ຄໍາມ່ວນ ກຽມພ້ອມປ້ອງກັນຄວາມສະຫງົບ ໃນງານເປີດປີທ່ອງທ່ຽວລາວ

ພັອ ຄຳສິງ ນົນທະສອນ ຍັງໄດ້ຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ ທີ່ມາທ່ຽວໃນງານເປີດປີທ່ອງທ່ຽວລາວ 2024 ຢູ່ທີ່ແຂວງຄໍາມ່ວນ ຕິດພັນກັບບຸນຕ່າງໆ, ຈົ່ງພ້ອມກັນເອົາໃຈໃສ່ເຮັດວຽກງານປ້ອງກັນຄວາມສະຫງົບຮອບດ້ານ, ມີສະຕິລະວັງຕົວ ແລະ ປະກອບສ່ວນເປັນຫູເປັນຕາໃນການຕິດຕາມກຸ່ມຄົນທີ່ບໍ່ຫວັງດີ ຖ້າພົບເຫັນແມ່ນໃຫ້ຮີບຮ້ອນລາຍງານຕໍ່ເຈົ້າໜ້າທີ່ ເພື່ອຕ້ານ, ສະກັດກັ້ນໄດ້ທັນເວລາ ແນໃສ່ດຶງດູດນັກທ່ອງທ່ຽວໃຫ້ເຂົ້າທ່ອງທ່ຽວແຂວງຄຳມ່ວນ ໃຫ້ບັນລຸ ແລະ ລື່ນຄາດ ໝາຍທີ່ວາງໄວ້.

ຂ່າວ: ແຂວງຄຳມ່ວນ

อาจเป็นรูปภาพของ 15 คน, ต้นคริสต์มาส, ฝูงชน, ถนน และ ข้อความ ຄໍາມ່ວນ ກຽມພ້ອມປ້ອງກັນຄວາມສະຫງົບ ໃນງານເປີດປີທ່ອງທ່ຽວລາວ - 423516303 698383339151535 1343325722526333713 n - ຄໍາມ່ວນ ກຽມພ້ອມປ້ອງກັນຄວາມສະຫງົບ ໃນງານເປີດປີທ່ອງທ່ຽວລາວ

ຄໍາມ່ວນ ກຽມພ້ອມປ້ອງກັນຄວາມສະຫງົບ ໃນງານເປີດປີທ່ອງທ່ຽວລາວ - 4 - ຄໍາມ່ວນ ກຽມພ້ອມປ້ອງກັນຄວາມສະຫງົບ ໃນງານເປີດປີທ່ອງທ່ຽວລາວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!