ອົງການ ສປຊ ຈະສືບຕໍ່ສະໜັບສະໜູນລັດຖະບານລາວຢ່າງຕໍ່ເນື່ອງ ເພື່ອເຮັດໃຫ້ສະພາບເສດຖະກິດ-ສັງຄົມ ກ້າວໄປທາງໜ້າໄດ້ໂດຍໄວ

ອົງການ ສປຊ ຈະສືບຕໍ່ສະໜັບສະໜູນລັດຖະບານລາວຢ່າງຕໍ່ເນື່ອງ ເພື່ອເຮັດໃຫ້ສະພາບເສດຖະກິດ-ສັງຄົມ ກ້າວໄປທາງໜ້າໄດ້ໂດຍໄວ - kitchen vibe - ອົງການ ສປຊ ຈະສືບຕໍ່ສະໜັບສະໜູນລັດຖະບານລາວຢ່າງຕໍ່ເນື່ອງ ເພື່ອເຮັດໃຫ້ສະພາບເສດຖະກິດ-ສັງຄົມ ກ້າວໄປທາງໜ້າໄດ້ໂດຍໄວ

ວັນທີ 29 ມັງກອນ 2024, ທ່ານ ມາໂກ ທໍສກາໂນ-ຣິວັນຕາ, ຫົວໜ້າຫ້ອງການອົງການ ສປຊ ເພື່ອການຫຼຸດ ຜ່ອນຄວາມສ່ຽງຈາກໄພພິບັດ (UNDRR) ປະຈຳພາກພື້ນ ອາຊີ-ປາຊີຟິກພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂ່ຳນັບທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີ ກະຊວງການເງິນ ຫົວໜ້າຄະນະຮັບຜິດຊອບ ຄຸ້ມຄອງໄພພິບັດຂັ້ນກະຊວງການເງິນ, ໂອກາດນີ້ ທ່ານ ບຸນປອນ ວັນນະຈິດ ໄດ້ຍົກບາງບັນຫາກ່ຽວກັບວຽກງານ ການຄຸ້ມຄອງໄພພິບັດ ແລະ ການສະໜັບສະໜູນ ໃນໄລຍະຜ່ານມາ ໃນການສະໜອງທຶນເພື່ອຫຼຸດ ຜ່ອນຄວາມສ່ຽງຈາກໄພພິບັດ ແລະ ຫວັງຢ່າງຍິ່ງວ່າ ອົງການ ສປຊ ກໍຄື ອົງການວຽກງານ ດັ່ງກ່າວຈະສືບຕໍ່ ໃຫ້ການສະໜັບສະໜູນຊ່ວຍເຫລືອ ແລະ ທ່ານຍັງໄດ້ສະເໜີໃຫ້ຊ່ວຍຄົ້ນຄວ້າ ທາງດ້ານວິຊາການ ແລະ ທຶນຮອນເຂົ້າໃນການກະກຽມຂໍ້ມູນໃນການສ້າງແຜນການເງິນເພື່ອ ຮັບມື – ໂຕ້ຕອບ ກັບວຽກງານດັ່ງກ່າວ, ເນື່ອງຈາກ ສປປ ລາວ ແມ່ນມີຄວາມຈຳເປັນຕ້ອງໄດ້ຮັບ ການສະໜັບສະໜູນດ້ານຕ່າງໆ ຈາກພາກສ່ວນກ່ຽວຂ້ອງ ຢ່າງຕໍ່ເນື່ອງເພື່ອເຮັດໃຫ້ວຽກງານການຫຼຸດຜ່ອນຄວາມສ່ຽງຈາກໄພພິບັດມີຄວາມໜັກແໜ້ນເຂັ້ມແຂງ ແລະ ຍືນຍົງ

 

ທ່ານ ມາໂກ ທໍສກາໂນ-ຣິວັນຕາ ໄດ້ມີຄຳເຫັນ ໃນວຽກງານຫຼຸດຜ່ອນຄວາມສ່ຽງຈາກໄພພິບັດ ໂດຍສະເພາະ ຫົວຂໍ້ດັ່ງກ່າວ ສປປ ລາວ ແມ່ນມີຫຼາຍບັນຫາທີ່ຈະຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດ ແລະ ທ່ານໄດ້ສະເໜີວ່າ ຫ້ອງການ ອົງການ ສປຊ ເພື່ອການຫຼຸດຜ່ອນຄວາມສ່ຽງຈາກໄພພິບັດ ພ້ອມແລ້ວທີ່ຈະໃຫ້ການສະໜັບ ສະໜູນວຽກງານດັ່ງກ່າວ ແລະ ຈະໄດ້ສືບຕໍ່ ເຮັດວຽກຮ່ວມກັບບັນດາກົມກ່ຽວຂ້ອງ ເພື່ອກະກຽມຂໍ້ມູນທີ່ສຳຄັນຕ່າງໆ ທີ່ກ່ຽວພັນໃນວຽກງານນີ້, ພ້ອມນັ້ນທ່ານຍັງໄດ້ສະເໜີວ່າ: ພາຍຫຼັງທີ່ ສປປ ລາວ ຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາ ແລ້ວ ຖ້າມີຂະແໜງການໃດ ແລະ ວຽກງານໃດ ທີ່ເຫັນວ່າ ຍັງມີຄວາມຈຳເປັນທີ່ຕ້ອງການການສະໜັບສະໜູນ ກໍ່ໃຫ້ສະເໜີຕໍ່  ອົງການ ສປຊ, ພວກເຮົາພ້ອມທີ່ຈະສືບຕໍ່ສະໜັບສະໜູນລັດຖະບານລາວ ຢ່າງຕໍ່ເນື່ອງ. ເພື່ອແນໃສ່ເຮັດໃຫ້ສະພາບເສດຖະກິດ-ສັງຄົມ ຂອງ ສປປລາວ ກ້າວໄປທາງໜ້າ ໄດ້ໂດຍໄວ ແລະມີຄວາມຍືນຍົງ.

ອົງການ ສປຊ ຈະສືບຕໍ່ສະໜັບສະໜູນລັດຖະບານລາວຢ່າງຕໍ່ເນື່ອງ ເພື່ອເຮັດໃຫ້ສະພາບເສດຖະກິດ-ສັງຄົມ ກ້າວໄປທາງໜ້າໄດ້ໂດຍໄວ - 4 - ອົງການ ສປຊ ຈະສືບຕໍ່ສະໜັບສະໜູນລັດຖະບານລາວຢ່າງຕໍ່ເນື່ອງ ເພື່ອເຮັດໃຫ້ສະພາບເສດຖະກິດ-ສັງຄົມ ກ້າວໄປທາງໜ້າໄດ້ໂດຍໄວ
ອົງການ ສປຊ ຈະສືບຕໍ່ສະໜັບສະໜູນລັດຖະບານລາວຢ່າງຕໍ່ເນື່ອງ ເພື່ອເຮັດໃຫ້ສະພາບເສດຖະກິດ-ສັງຄົມ ກ້າວໄປທາງໜ້າໄດ້ໂດຍໄວ - 5 - ອົງການ ສປຊ ຈະສືບຕໍ່ສະໜັບສະໜູນລັດຖະບານລາວຢ່າງຕໍ່ເນື່ອງ ເພື່ອເຮັດໃຫ້ສະພາບເສດຖະກິດ-ສັງຄົມ ກ້າວໄປທາງໜ້າໄດ້ໂດຍໄວ
ອົງການ ສປຊ ຈະສືບຕໍ່ສະໜັບສະໜູນລັດຖະບານລາວຢ່າງຕໍ່ເນື່ອງ ເພື່ອເຮັດໃຫ້ສະພາບເສດຖະກິດ-ສັງຄົມ ກ້າວໄປທາງໜ້າໄດ້ໂດຍໄວ - 3 - ອົງການ ສປຊ ຈະສືບຕໍ່ສະໜັບສະໜູນລັດຖະບານລາວຢ່າງຕໍ່ເນື່ອງ ເພື່ອເຮັດໃຫ້ສະພາບເສດຖະກິດ-ສັງຄົມ ກ້າວໄປທາງໜ້າໄດ້ໂດຍໄວ