ລັດຖະບານ ຈະພິຈາລະນາຊອກແຫລ່ງທຶນເພື່ອຈັດຫາອຸປະກອນທີ່ຈຳເປັນ ເພື່ອໃຫ້ມີເລືອດ,ປອດໄພ ພຽງພໍ ແລະ ພ້ອມບໍລິການສັງຄົມ

ລັດຖະບານ ຈະພິຈາລະນາຊອກແຫລ່ງທຶນເພື່ອຈັດຫາອຸປະກອນທີ່ຈຳເປັນ ເພື່ອໃຫ້ມີເລືອດ,ປອດໄພ ພຽງພໍ ແລະ ພ້ອມບໍລິການສັງຄົມ - 424806049 821577473329894 1140684447707203039 n - ລັດຖະບານ ຈະພິຈາລະນາຊອກແຫລ່ງທຶນເພື່ອຈັດຫາອຸປະກອນທີ່ຈຳເປັນ ເພື່ອໃຫ້ມີເລືອດ,ປອດໄພ ພຽງພໍ ແລະ ພ້ອມບໍລິການສັງຄົມ
ລັດຖະບານ ຈະພິຈາລະນາຊອກແຫລ່ງທຶນເພື່ອຈັດຫາອຸປະກອນທີ່ຈຳເປັນ ເພື່ອໃຫ້ມີເລືອດ,ປອດໄພ ພຽງພໍ ແລະ ພ້ອມບໍລິການສັງຄົມ - kitchen vibe - ລັດຖະບານ ຈະພິຈາລະນາຊອກແຫລ່ງທຶນເພື່ອຈັດຫາອຸປະກອນທີ່ຈຳເປັນ ເພື່ອໃຫ້ມີເລືອດ,ປອດໄພ ພຽງພໍ ແລະ ພ້ອມບໍລິການສັງຄົມ

ໃນໂອກາດເຂົ້າຮ່ວມກອງປະຊຸມ  ວຽກງານກາແດງລາວປີ 2023 ແລະ ທິດທາງແຜນ ການປະຈຳປີ 2024 ວັນທີ 31 ມັງກອນ 2024, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນ ໄດ້ເນັ້ນໃຫ້ອົງການກາແດງ ປຸກລະດົມຂົນຂວາຍການບໍລິຈາກເລືອດ ເຊິ່ງມີອັດຕາເພີ່ມຂຶ້ນແຕ່ລະປີ ຫ້າພັນຖົງ (5.000 ຖົງ) ທີ່ສະພາແຫ່ງຊາດໄດ້ຮັບຮອງແລ້ວນັ້ນ, ຕ້ອງໄດ້ເພີ່ມທະວີການປຸກລະດົມຂົນຂວາຍ ການບໍລິ ຈາກເລືອດແບບສະໝັກໃຈ ບໍ່ຫວັງສິ່ງຕອບແທນ ຍັງແມ່ນສິ່ງຈໍາເປັນ, ເປັນວຽກທີີ່ສໍາຄັນ ແລະ ຂາດ ບໍ່່ໄດ້ຢູ່ໃນສັງຄົມ, ການໃຫ້ເລືອດ ກໍຄື ການໃຫ້ຊີວິດ ຕໍໍ່ລົມຫາຍໃຈໃຫ້ແກ່ຄົນເຈັບທີີ່ຕ້ອງການເລືອດ, ຖ້າບໍ່ມີເລືອດພຽງພໍ ກໍບໍ່ສາມາດຊ່ວຍເຫລືອກອບກູ້ຊີວິດຂອງຄົນເຈັບ. ສະນັ້ນ, ທຸກຂະແໜງການ ທຸກການຈັດຕັ້ງ, ບຸກຄົນ, ນິຕິບຸກຄົນ, ທຸກຊັ້ນຄົນໃນທົົ່ວສັງຄົມ ຈະຕ້ອງໄດ້ເປັນເຈົ້າການຮ່ວມກັນ ໂຄສະນາປຸກລະດົມຂົນຂວາຍ ໃຫ້ມີຜູ້ບໍລິຈາກເລືອດແບບສະໝັກໃຈ ບໍ່ຫວັງສິ່ງຕອບແທນໃຫ້ນັບມື້ນັບຫລາຍຂຶ້ນ, ປູກຈິດສໍານຶກໃຫ້ເຍົາວະຊົນ ຊາວໜຸ່ມໃຫ້ຮັບຮູ້ເຂົ້າໃຈ ແລະ ເຫັນໄດ້ເຖິງຄວາມສໍາຄັນຂອງການບໍລິຈາກເລືອດແບບສະໝັກໃຈ ແລະ ຕ້ອງມີນະໂຍບາຍຕໍ່ຜູ້ມີຜົນ ງານໃນການປຸກລະດົມຂົນຂວາຍເກັ່ງ, ຕໍ່ຜູ້ມາບໍລິຈາກເລືອດຫລາຍຄັ້ງ ບໍ່ຫວັງສິ່ງຕອບແທນ ດ້ວຍຮູບການຕ່າງໆຢ່າງເໝາະສົມ.

ພ້ອມນີ້, ອົງການກາແດງ ຕ້ອງບໍາລຸງສ້າງພະນັກງານໃຫ້ມີຄວາມຮູ້, ຄວາມສາມາດ, ມີທັກສະໃນການຄຸ້ມຄອງບໍລິຫານແຜນງານ ໂຄງການຕ່າງໆ, ການຫລຸດຜ່ອນຄວາມສ່ຽງໄພພິບັດ, ການກູ້ໄພສຸກເສີນ, ການປະຖົມພະຍາບານ ແລະ ວຽກງານອື່ນໆທີ່ຕິດພັນກັບ 9 ວຽກງານຫລັກ ຂອງອົງການກາແດງແຫ່ງຊາດລາວ; ຕ້ອງສ້າງອາສາສະໝັກກາແດງ, ສະມາຊິກກາແດງໃຫ້ໄດ້ຫລາຍ ຈາກສາຍວິຊາອາຊີບຕ່າງໆ ແລະ ອາສາສະໝັກຊາວໜຸ່ມ ໂດຍສະເພາະຢູ່ທ້ອງຖິ່ນ, ຢູ່ຊຸມຊົນ,  ຝຶກອົບຮົມໃຫ້ເຂົາເຈົ້າມີຈິດໃຈເມດຕາທຳ, ມີຈິດໃຈມະນຸດສະທໍາອັນສູງສົ່ງ, ມີຄຸນສົມບັດສິນທໍາ, ມີຈັນຍາທໍາ ແລະ ມີຄວາມຮັບຜິດຊອບສູງ, ມີຄວາມປອດໃສຂາວສະອາດ ທັງມີຄວາມເສຍສະຫລະ, ມີຄວາມຕື່ນຕົວສະໝັກໃຈ ເຂົ້າຮ່ວມເປັນກຳລັງແຮງໃນຂະບວນການເຄື່ອນໄຫວວຽກງານມະນຸດສະທຳ ຂອງອົງ ການກາແດງແຫ່ງຊາດລາວ ໃນເວລາມີຄວາມຕ້ອງການ; ຂະນະດຽວກັນ, ບັນດາຂະແໜງການຂອງລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ອົງການປົກຄອງທ້ອງຖິ່່ນ, ການຈັດຕັ້ງສັງຄົມ ແລະ ພາກສ່ວນກ່ຽວຂ້ອງ ເຊິ່ງແມ່ນອົງການປະສານສົມທົບກັບວຽກງານກາແດງລາວ ກໍຕ້ອງໄດ້ເຮັດໜ້າທີ່ຕາມພາລະບົດບາດຂອງຕົນ ທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍວຽກງານກາແດງລາວ ແນໃສ່ສົ່ງເສີມ, ໃຫ້ຄໍາປຶກສາ, ປະສານສົມທົບ, ແລກປ່ຽນ ຂໍ້ມູນຂ່າວສານ, ເຕັກນິກວິຊາການ, ສະໜັບສະໜູນ, ອໍານວຍຄວາມສະດວກ, ຊ່ວຍໂຄສະນາ, ປຸກລະ ດົມຂົນຂວາຍທຸກຊັ້ນຄົນໃນສັງຄົມ ເຂົ້າຮ່ວມ ແລະ ປະກອບສ່ວນ ເຂົ້າໃນຂະບວນການເຄື່ອນໄຫວວຽກງານກາແດງລາວ; ສະເພາະງົບປະມານຮັບໃຊ້ວຽກງານເລືອດ ຕ້ອງໄດ້ສຸມໃສ່ຈັດຕັ້ງປະຕິບັດດຳລັດວ່າດ້ວຍກອງທຶນເລືອດ ໃຫ້ເປັນຮູບປະທຳ ທັງສູນກາງ ແລະ ທ້ອງຖິ່ນ. ລັດຖະບານ ຈະໄດ້ພິຈາລະນາຊອກແຫລ່ງທຶນ ເພື່ອສະໜອງໃຫ້ແກ່ການຈັດຫາອຸປະ ກອນທີ່ຈຳເປັນ ເປັນຕົ້ນ ຖົງໃສ່ເລືອດ ນໍ້າຢາກວດວິເຄາະພະຍາດຢູ່ໃນເລືອດ ເພື່ອໃຫ້ມີເລືອດພຽງພໍ ແລະ ປອດໄພ ບໍລິການໃຫ້ແສັງຄົມ, ໃນປີ 2023 ຜ່ານມາ, ລັດຖະບານ ໄດ້ເພີ່ມງົບປະມານຈາກລາຍຮັບເກີນແຜນ ໃຫ້ແກ່ວຽກງານເລືອດຕື່ມອີກ 25 ຕື້ກີບ.

ລັດຖະບານ ຈະພິຈາລະນາຊອກແຫລ່ງທຶນເພື່ອຈັດຫາອຸປະກອນທີ່ຈຳເປັນ ເພື່ອໃຫ້ມີເລືອດ,ປອດໄພ ພຽງພໍ ແລະ ພ້ອມບໍລິການສັງຄົມ - Visit Laos Visit SALANA BOUTIQUE HOTEL - ລັດຖະບານ ຈະພິຈາລະນາຊອກແຫລ່ງທຶນເພື່ອຈັດຫາອຸປະກອນທີ່ຈຳເປັນ ເພື່ອໃຫ້ມີເລືອດ,ປອດໄພ ພຽງພໍ ແລະ ພ້ອມບໍລິການສັງຄົມ
ລັດຖະບານ ຈະພິຈາລະນາຊອກແຫລ່ງທຶນເພື່ອຈັດຫາອຸປະກອນທີ່ຈຳເປັນ ເພື່ອໃຫ້ມີເລືອດ,ປອດໄພ ພຽງພໍ ແລະ ພ້ອມບໍລິການສັງຄົມ - 3 - ລັດຖະບານ ຈະພິຈາລະນາຊອກແຫລ່ງທຶນເພື່ອຈັດຫາອຸປະກອນທີ່ຈຳເປັນ ເພື່ອໃຫ້ມີເລືອດ,ປອດໄພ ພຽງພໍ ແລະ ພ້ອມບໍລິການສັງຄົມ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!