ເຫດເຮືອຫລົ່ມຢູ່ນໍ້າງືມມີຜູ້ເສຍຊີວິດ 2 ຄົນ ເກີດຂຶ້ນຍ້ອນຄວາມປະໝາດ


ເຈົ້າໜ້າທີ່ ປກສ ເມືອງໄຊທານີ, ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ພາຍຫລັງພາຍເກີດເຫດການເຮືອບັກຂະໜາດນ້ອຍຫລົ່ມຢູ່ນໍ້າງື່ມເຂດບ້ານໄຮ່ເມືອງໄຊທານີເມື່ອເວລາ 18:30 ໂມງຂອງວັນທີ 30 ກັນຍາຜ່ານມານີ້ ແລະ ເຮັດໃຫ້ມີຜູ້ເສຍຊີວິດ 2 ຄົນຄື: ນາງ ອ້ວນ ອາຍຸ 49 ປີຢູ່ບ້ານນາສາລາ ແລະທ້າວ ຄຳຜາຍ ອາຍຸ 63 ປີຢູ່ບ້ານໂນນສະອາດ ເມືອງໄຊທານີ ແລະ ຜ່ານການສືບສວນ-ສອບສວນຜູ້ທີ່ຂີ່ເຮືອມານໍາກັນທີ່ສາມາດລອຍຂຶ້ນຝັ່ງປອດໄພຈໍານວນ 4 ຄົນ ໃຫ້ຮູ້ວ່າ: ເຮືອລຳດັ່ງກ່າວເປັນເຮືອສ່ວນຕົວຂອງປະຊາຊົນຢູ່ບ້ານໄຮ່, ຊຶ່ງມື້ເກີດເຫດໄດ້ພາກັນຂີ່ເພື່ອໄປທ່ຽວບຸນຊ່ວງເຮືອບ້ານຫາດກ້ຽງ ເມືອງທຸລະຄົມແຂວງວຽງຈັນ ແລະ ຂາກັບມາປາກົດວ່າພາກັນມີອາການມຶນເມົາ ແລະ ໄດ້ມີການດື່ມສິ່ງມຶນເມົາມານໍາເຮືອ, ພໍລ່ອງມາຮອດຈຸດເກີດເຫດເຮືອໄປຕໍາເອົາກະຊັງປາແລ້ວປີ້ນ ແລະ ມີ 2 ຄົນໄດ້ຈົມສູນຫາຍໄປກັບກະແສນໍ້າ ແລະ ຕົກ ມາຮອດບ່າຍວັນທີ 2 ຕຸລານີ້ ເຈົ້າໜ້າທີ່ກູ້ໄພຈຶ່ງພົບເຫັນຊາກເຮືອຢູ່ໃກ້ຈຸດເກີດເຫດ ແລະ ພົບສົບນາງ ອ້ວນ ຢູ່ຫ່າງຈາກຈຸດເກີດເຫດໄປປະມານ 6 ກິໂລແມັດ. ສ່ວນສົບຂອງທ້າວ ຄຳຜາຍ ທີມກູ້ໄພຍັງສືບຕໍ່ຄົ້ນຫາຕໍ່ໄປ.
ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ເຫດການບໍ່ເພິ່ງປາດຖະໜານີ້, ເກີດຂຶ້ນຍ້ອນຄວາມປະໝາດຂອງຜູ້ຂັບເຮືອທີ່ພາກັນດື່ມສິ່ງມຶນເມົາທີ່ເປັນສາເຫດຕົ້ນຕໍພາໃຫ້ຄວາມສາມາດໃນການບັງຄັບເຮືອຫລຸດລົງຈົນກໍ່ໃຫ້ເກີດຄວາມສູນເສຍດັ່ງກ່າວ ແລະ ຖືເປັນອຸທາຫອນແກ່ຜູ້ນຳໃຊ້ເຮືອທີ່ຕ້ອງມີສະຕິລະວັງຫລາຍຂຶ້ນ, ບໍ່ຄວນດື່ມສິງມຶນເມົາ, ບໍ່ປະໝາດ ແລະ ຕ້ອງມີອຸປະກອນຊ່ວຍຊູຊີບເພື່ອຄວາມປອດໄພ.