ໄຊສົມບູນ ແລະ ເຂດພູພຽງບໍລະເວນ ອາກາດຈະໜາວເຢັນຫລາຍ ແລະ ຈະມີລົມພັດແຮງຢູ່ເກືອບທົ່ວໄປຢູ່ທຸກພາກ
February 10, 2024 - 8:51 AM


ກົມອຸຕຸນິຍົມ ແລະ ອຸທົກກະສາດ ລາຍງານ ສະພາບອາກາດ ເຊົ້າວັນທີ 10 ກຸມພາ 2024 ວ່າ: ຄວາມກົດດັນສູງຂອງ ອາກາດເຢັນທີ່ປະເທດຈີນ ຍັງຈະສືບຕໍ່ແຜ່ລົງມາປົກຄຸມຢູ່ທົ່ວທຸກ ພາກຂອງປະເທດລາວ ດ້ວຍກໍາລັງແຮງ, ສົມທົບກັບກະແສລົມຕາເວັນ ອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຈະໜາວເຢັນລົງຢູ່ໃນ ແຕ່ລະພາກ. ໂດຍສະເພາະຢູ່ແຂວງພາກເໜືອດ້ານຕາເວັນອອກ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ອາກາດຈະໜາວເຢັນ ຫາ ໜາວເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ. ສ່ວນແຂວງພາກກາງ ແລະ ພາກໃຕ້ ອາກາດຈະເຢັນພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີລົມພັດແຮງຢູ່ເກືອບທົ່ວໄປ.
ສໍາລັບ ນະຄອນຫລວງວຽງຈັນ ອາກາດເຢັນ ພ້ອມມີໝອກບາງ ປົກຫຸ້ມຢູ່ທົ່ວໄປ ແລະ ຈະມີລົມພັດແຮງເປັນບາງໂອກາດ. ອຸນຫະພູມ ໃນລະຫວ່າງ 17-29 ອົງສາ.