ຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມໂທລະຄົມໂລກທີ່ບູຊານ ສ.ເກົາຫລີ

- 4 - ຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມໂທລະຄົມໂລກທີ່ບູຊານ ສ.ເກົາຫລີ
- kitchen vibe - ຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມໂທລະຄົມໂລກທີ່ບູຊານ ສ.ເກົາຫລີ

ກອງປະຊຸມໂທລະຄົມໂລກ (ITU Telecom World 2017) ໄດ້ຈັດຂຶ້ນເມື່ອທ້າຍເດືອນກັນຍາຜ່ານມານີ້, ທີ່ເມືອງບູຊານ ສ.ເກົາຫລີ, ຄະນະຜູ້ແທນລາວເຂົ້າຮ່ວມນໍາໂດຍລັດຖະມົນຕີກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ທ່ານ ທັນສະໄໝ ກົມມະສິດ ແລະ ກອງປະຊຸມດັ່ງກ່າວຈັດໂດຍ ສະຫະພາບໂທລະຄົມມະນາຄົມສາກົນ (ITU) ແລະ ກອງປະຊຸມໄດ້ງານວາງສະແດງດ້ານ ICT ຫລາຍກວ່າ 450 ຮ້ານ, ເພື່ອເປັນເວທີໃຫ້ຜູ້ທີ່ເຂົ້າຮ່ວມ, ລວມເຖິງຜູ້ວາງນະໂຍບາຍຂະແໜງ, ຜູ້ປະກອບການດ້ານການ ICT ແລະ ສະຕາດອັບ (StarUp) ໄດ້ພົບປະກັນຜ່ານຈັດສຳມະນາ, ທັງເປັນການສ້າງໂອກາດອັນດີເພື່ອຮ່ວມມື, ການລົງທຶນ ແລະ ແລກປ່ຽນບົດຮຽນລະຫວ່າງພາກພື້ນ ແລະ ສາກົນ.

ກອງປະຊຸມຄັ້ງນີ້, ໄດ້ປຶກສາຫາລືກ່ຽວກັບເຕັກໂນໂລຊີທີ່ກຳລັງໂດດເດັ່ນ ໃນຍຸກປັດຈຸບັນ ເຊັ່ນ: ລະບົບປັນຍາປະດິດ (Artificial Intelligence -AI), ການສື່ສານຄວາມໄວສູງ (5G) ແລະ ການຫັນເປັນລະບົບດີຈີຕອນທັນສະໄໝ (Smart Digital Transfomation) ຊຶ່ງເປັນເຕັກໂນໂລຊີທີ່ກຳລັງຂັບເຄື່ອນເສດຖະກິດໂລກ.

- Visit Laos Visit SALANA BOUTIQUE HOTEL - ຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມໂທລະຄົມໂລກທີ່ບູຊານ ສ.ເກົາຫລີ
- Visit Laos Visit SALANA BOUTIQUE HOTEL - ຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມໂທລະຄົມໂລກທີ່ບູຊານ ສ.ເກົາຫລີ

ໃນໂອກາດນີ້, ທ່ານ ທັນສະໄໝ ກົມມະສິດ ໄດ້ເຂົ້າຮ່ວມກອງປະຊຸມສຳມະນາລະດັບສາກົນ, ກອງປະຊຸມສຸດຍອດຜູ້ນຳຂະແໜງ ICT, ກອງປະຊຸມໂຕະມົນຄະນະລັດຖະມົນຕີ ICT ແລະ ກອງປະຊຸມແລກປ່ຽນບົດຮຽນການຄຸ້ມ ຄອງ, ພັດທະນາ ແລະ ສົ່ງເສີມດ້ານ ICT ລະຫວ່າງຂົງເຂດອາຊີ-ປາຊີຟິກ, ແນໃສ່ເພື່ອການຮ່ວມມືພັດທະນາເສດຖະກິດດີຈີຕອນ (Digital Economy), ການແລກປ່ຽນບົດຮຽນການຄຸ້ມຄອງ, ສົ່ງເສີມການນໍາໃຊ້ AI ແລະ 5G ແລະ ເພີ່ມມູນຄ່າຂອງຜະລິດຕະພັນໃຫ້ສູງຂຶ້ນ.

ຈາກນັ້ນ, ທ່ານລັດຖະມົນຕີໄດ້ເຂົ້າຊົມງານວາງສະແດງ ແລະ ໄດ້ລົງຢ້ຽມຢາມບັນດາຮ້ານວາງສະແດງຂອງປະເທດອາຊີ ແລະ ອາຟຣິກກາ, ບໍລິສັດຜູ້ໃຫ້ບໍລິການດ້ານ ICT ແຖວໜ້າຂອງໂລກ ເປັນຕົ້ນ: Korea Tetecom (KT), Samsung, Huawei ແລະ ອື່ນໆ.

 

- 3 - ຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມໂທລະຄົມໂລກທີ່ບູຊານ ສ.ເກົາຫລີ
- 5 - ຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມໂທລະຄົມໂລກທີ່ບູຊານ ສ.ເກົາຫລີ
- 4 - ຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມໂທລະຄົມໂລກທີ່ບູຊານ ສ.ເກົາຫລີ