ເວເນຊູເອລາ ສັ່ງປິດສໍານັກງານສິດທິມະນຸດສະຫະປະຊາຊາດ ເນລະເທດເຈົ້າໜ້າທີ່ທັງໝົດ

ລັດຖະບານ ກາຣາກັສ ສັ່ງຢຸດກິດຈະກໍາທັງໝົດຂອງສໍານັກງານຂ້າຫລວງໃຫຍ່ສິດທິມະນຸດແຫ່ງສະຫະປະຊາຊາດ ແລະ ຂັບໄລ່ເຈົ້າໜ້າທີ່ທັງໝົດ ຂໍ້ຫາສະໜັບສະໜູນຜູ້ກໍ່ການຮ້າຍ.
ວັນທີ 16 ກຸມພາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ກະຊວງການຕ່າງປະເທດເວເນຊູເອລາອອກຖະແຫລງການ ຢຸດການດໍາເນີນງານທັງໝົດຂອງສໍານັກງານຂ້າຫລວງໃຫຍ່ສິດທິມະນຸດແຫ່ງສະຫະປະຊາຊາດ (OHCHR) ແລະ ປະກາດວ່າ: ບຸກຄະລາກອນຊາວຕ່າງປະເທດທຸກຄົນຂອງໜ່ວຍງານແຫ່ງນີ້ ເປັນບຸກຄົນບໍ່ເພິ່ງປາດຖະໜາ ໂດຍຕ້ອງເດີນທາງອອກຈາກເວເນຊູເອລາ ພາຍໃນ 72 ຊົ່ວໂມງ ນັບແຕ່ມີການເຜີຍແຜ່ຄໍາສັ່ງ ໃນວັນທີ 15 ກຸມພາ 2024.
ທັງນີ້, ມາດຕະການດັ່ງກ່າວຈະມີຜົນຈົນກວ່າ OHCHR ຈະສາມາດແກ້ໄຂທັດສະນະຄະດີທີ່ຍັງເປັນຍຸກອານານິຄົມ ເຊິ່ງລະເມີດກົດບັດສະຫະປະຊາຊາດ ແລະ ການຢຸດສະແດງບົດບາດເປັນບໍລິສັດກົດໝາຍໃຫ້ຜູ້ກໍ່ການຮ້າຍ ແລະ ຜູ້ກໍ່ລັດຖະປະຫານ. ເຖິງຢ່າງໃດກໍຕາມ, ເວເນຊູເອລາຈະຍັງຮ່ວມມືຢ່າງເຕັມທີ່ກັບສໍານັກງານໃຫຍ່ຂອງ OHCHR ຢູ່ເມືອງເຈນີວາ ໃນສະວິດ.
ຂະນະທີ່ສໍານັກງານໃຫຍ່ OHCHR ເຊິ່ງເປີດສໍານັກງານຢູ່ເວເນຊູເອລາ ໃນປີ 2019 ອອກຖະແຫລງການ “ຜິດຫວັງ” ຕໍ່ການຕັດສິນໃຈຂອງລັດຖະບານ ກາຣາກັສ ແລະ ລະບຸວ່າ: ກໍາລັງພິຈາລະນາດໍາເນີນງານຂັ້ນຕໍ່ໄປ.