ອິດສະລາແອນຂີດເສັ້ນໃຫ້ຮາມັດປ່ອຍຕົວປະກັນພາຍໃນເດືອນລໍມາດອນ ບໍ່ສະນັ້ນສະບຸກເມືອງຣາຟາ

ອິດສະລາແອນຂີດເສັ້ນໃຫ້ຮາມັດປ່ອຍຕົວປະກັນພາຍໃນເດືອນລໍມາດອນ ບໍ່ສະນັ້ນສະບຸກເມືອງຣາຟາ - AP24043354740199 - ອິດສະລາແອນຂີດເສັ້ນໃຫ້ຮາມັດປ່ອຍຕົວປະກັນພາຍໃນເດືອນລໍມາດອນ ບໍ່ສະນັ້ນສະບຸກເມືອງຣາຟາ
ອິດສະລາແອນຂີດເສັ້ນໃຫ້ຮາມັດປ່ອຍຕົວປະກັນພາຍໃນເດືອນລໍມາດອນ ບໍ່ສະນັ້ນສະບຸກເມືອງຣາຟາ - kitchen vibe - ອິດສະລາແອນຂີດເສັ້ນໃຫ້ຮາມັດປ່ອຍຕົວປະກັນພາຍໃນເດືອນລໍມາດອນ ບໍ່ສະນັ້ນສະບຸກເມືອງຣາຟາ

     ເຈົ້າໜ້າທີ່ລະດັບສູງຂອງລັດຖະບານອິດສະລາແອນກ່າວວ່າ: ກຸ່ມຮາມັດຕ້ອງປ່ອຍຕົວປະກັນທີ່ຍັງເຫລືອທັງໝົດ ພາຍໃນເດືອນລໍມາດອນ ບໍ່ສະນັ້ນກອງທັບຈະເດີນໜ້າສົ່ງທະຫານເຂົ້າເມືອງຣາຟາຢູ່ເຂດກາຊາ.

     ວັນທີ 19 ກຸມພາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ພົນໂທ ເບນນີ ກັນ ອະດີດລັດຖະມົນຕີກະຊວງປ້ອງກັນປະເທດອິດສະລາແອນ ເຊິ່ງປັດຈຸບັນດໍາລົງຕໍາແໜ່ງໃນຄະນະລັດຖະມົນຕີສົງຄາມ ກ່າວວ່າ: ກອງທັບອິດສະລາແອນຈະຮ່ວມບໍລິຫານຈັດການກັບອາເມລິກາ ແລະ ອີຢິບ ໃນການອົບພະຍົບປະຊາຊົນອອກຈາກເມືອງຣາຟາ ທາງຕອນໃຕ້ຂອງເຂດກາຊາ ເພື່ອຫລຸດຄວາມສ່ຽງການເກີດອັນຕະລາຍຕໍ່ພົນລະເຮືອນໃຫ້ຫລາຍທີ່ສຸດ.

ອິດສະລາແອນຂີດເສັ້ນໃຫ້ຮາມັດປ່ອຍຕົວປະກັນພາຍໃນເດືອນລໍມາດອນ ບໍ່ສະນັ້ນສະບຸກເມືອງຣາຟາ - Visit Laos Visit SALANA BOUTIQUE HOTEL - ອິດສະລາແອນຂີດເສັ້ນໃຫ້ຮາມັດປ່ອຍຕົວປະກັນພາຍໃນເດືອນລໍມາດອນ ບໍ່ສະນັ້ນສະບຸກເມືອງຣາຟາ
ອິດສະລາແອນຂີດເສັ້ນໃຫ້ຮາມັດປ່ອຍຕົວປະກັນພາຍໃນເດືອນລໍມາດອນ ບໍ່ສະນັ້ນສະບຸກເມືອງຣາຟາ - Visit Laos Visit SALANA BOUTIQUE HOTEL - ອິດສະລາແອນຂີດເສັ້ນໃຫ້ຮາມັດປ່ອຍຕົວປະກັນພາຍໃນເດືອນລໍມາດອນ ບໍ່ສະນັ້ນສະບຸກເມືອງຣາຟາ

     ທັງນີ້, ມີການປະເມີນຈໍານວນປະຊາຊົນຢູ່ເມືອງຣາຟາສູງກວ່າ 2,5 ລ້ານຄົນ ຈາກຈໍານວນດັ່ງກ່າວ ລວມທັງປະຊາຊົນປະມານ 1,5 ລ້ານຄົນ ເຊິ່ງອົບພະຍົບມາຈາກພາກເໜືອຂອງເຂດກາຊາ ທີ່ກອງທັບອິດສະລາແອນເປີດສາກປະຕິບັດການໂຈມຕີເພື່ອທໍາລາຍກຸ່ມຮາມັດ ໃນວັນທີ 7 ຕຸລາ 2023.

     ເຖິງຢ່າງໃດກໍຕາມ, ພົນໂທ ກັນ ຍັງຢືນຢັນວ່າ: ປະຕິບັດການໂຈມຕີພາກພື້ນດິນຢູ່ເມືອງຣາຟາມີຄວາມຈໍາເປັນ ເພື່ອກວາດລ້າງສະມາຊິກກຸ່ມຮາມັດທີ່ຍັງເຫລືອຢູ່. ດັ່ງນັ້ນ ການທີ່ຝ່າຍໃດກໍຕາມຮຽກຮ້ອງໃຫ້ອິດສະລາແອນຍົກເລີກແຜນການນີ້ ເທົ່າກັບເປັນການສົ່ງມອບຄວາມປະລາໄຊໃຫ້ອິດສະລາແອນ.

     ພົນໂທ ກັນ ກ່າວວ່າ: ເດືອນລໍມາດອນຈະເລີ່ມໃນກາງເດືອນມີນານີ້ ທາງເລືອກຂອງກຸ່ມຮາມັດຄືການຍອມເສຍໄຊ ແລະ ປ່ອຍຕົວປະກັນທີ່ຍັງເຫລືອອີກປະມານ 130 ຄົນ ເພື່ອໃຫ້ການຖືສິນອົດ ແລະ ການສະເຫລີມສະຫລອງຊ່ວງເວລານີ້ເປັນໄປຢ່າງລາບລື່ນ ບໍ່ສະນັ້ນ ກອງທັບອິດສະລາແອນຈະເດີນໜ້າປະຕິບັດການທາງທະຫານພາກພື້ນດິນຢູ່ເມືອງຣາຟາ.

ອິດສະລາແອນຂີດເສັ້ນໃຫ້ຮາມັດປ່ອຍຕົວປະກັນພາຍໃນເດືອນລໍມາດອນ ບໍ່ສະນັ້ນສະບຸກເມືອງຣາຟາ - 4 - ອິດສະລາແອນຂີດເສັ້ນໃຫ້ຮາມັດປ່ອຍຕົວປະກັນພາຍໃນເດືອນລໍມາດອນ ບໍ່ສະນັ້ນສະບຸກເມືອງຣາຟາ
ອິດສະລາແອນຂີດເສັ້ນໃຫ້ຮາມັດປ່ອຍຕົວປະກັນພາຍໃນເດືອນລໍມາດອນ ບໍ່ສະນັ້ນສະບຸກເມືອງຣາຟາ - 3 - ອິດສະລາແອນຂີດເສັ້ນໃຫ້ຮາມັດປ່ອຍຕົວປະກັນພາຍໃນເດືອນລໍມາດອນ ບໍ່ສະນັ້ນສະບຸກເມືອງຣາຟາ
ອິດສະລາແອນຂີດເສັ້ນໃຫ້ຮາມັດປ່ອຍຕົວປະກັນພາຍໃນເດືອນລໍມາດອນ ບໍ່ສະນັ້ນສະບຸກເມືອງຣາຟາ - 5 - ອິດສະລາແອນຂີດເສັ້ນໃຫ້ຮາມັດປ່ອຍຕົວປະກັນພາຍໃນເດືອນລໍມາດອນ ບໍ່ສະນັ້ນສະບຸກເມືອງຣາຟາ