ອິດສະລາແອນສົ່ງສັນຍານເປັນໄປໄດ້ ເຈລະຈາຢຸດຍິງຊົ່ວຄາວກ່ອນເດືອນລໍມາດອນ


ຜູ້ນໍາອິດສະລາແອນວາງແຜນຫາລືເຖິງຄວາມເປັນໄປໄດ້ທີ່ອາດມີການເຈລະຈາຢຸດຍິງຊົ່ວຄາວກ່ອນໄລຍະເດືອນລໍມາດອນ ຫລື ເດືອນຖືສິນອົດຂອງຊາວມຸດສະລິມ ເຊິ່ງຈະເລີ່ມຂຶ້ນໃນວັນທີ 10 ມີນານີ້ ຫລັງການຫາລືກັບຄະນະຜູ້ແທນໄກ່ເກ່ຍຈາກກາຕາ, ອີຢິບ ແລະ ອາເມລິກາ ຢູ່ນະຄອນຫລວງປາຣີສ ປະເທດຝຣັ່ງ ໃນວັນທີ 23 ກຸມພາຜ່ານມາ.
ກ່ອນໜ້ານີ້ກຸ່ມຮາມັດລະບຸເງື່ອນໄຂປ່ອຍຕົວປະກັນ 130 ຄົນ ໂດຍອິດສະລາແອນຈະຕ້ອງປ່ອຍນັກໂທດຊາວປາແລັສຕິນຫລາຍພັນຄົນທີ່ຖືກຄຸມຂັງໃນຕອນນີ້ ແລະ ຮຽກຮ້ອງໃຫ້ຢຸດການໂຈມຕີເຂດກາຊາ. ຂະນະທີ່ກອງທັບອິດສະລາແອນປະຕິເສດຂໍ້ສະເໜີດັ່ງກ່າວ ແລະ ເນັ້ນວ່າການຢຸດຍິງ ຫລື ການພັກຮົບໃດໆ ຈະເກີດຂຶ້ນພຽງຊົ່ວຄາວເທົ່ານັ້ນ. ພ້ອມຕັ້ງເປົ້າໂຄ່ນລົ້ມກຸ່ມຮາມັດຢ່າງຈິງຈັງ.
ຂະນະທີ່ເຈົ້າໜ້າທີ່ປາແລັສຕິນທີ່ເຂົ້າຮ່ວມກອງປະຊຸມດັ່ງກ່າວຢູ່ນະຄອນຫລວງປາຣີລະບຸວ່າ: ແນວທາງ ແລະ ຄວາມເປັນໄປໄດ້ທີ່ຈະນໍາໄປສູ່ການເຈລະຈາຢຸດຍິງນັ້ນຄົງຄຸມເຄືອ ຜ່ານມາເຫັນສັນຍານການປ່ຽນແປງພຽງເລັກໜ້ອຍເທົ່ານັ້ນ.
ເຈົ້າໜ້າທີ່ປາແລັສຕິນຍັງລະບຸວ່າ: ປັດຈຸບັນອິດສະລາແອນກໍາລັງໃຫ້ຄວາມສໍາຄັນຕໍ່ການແລກປ່ຽນຕົວປະກັນກັບນັກໂທດ, ແຕ່ກຸ່ມຮາມັດຍັງຢືນຢັນວ່າ: ຂໍ້ຕົກລົງໃດໆທີ່ເກີດຂຶ້ນຈະຕ້ອງຢູ່ບົນພື້ນຖານຂອງຄໍາໝັ້ນສັນຍາທີ່ວ່າ: ອິດສະລາແອນຈະຕ້ອງຢຸດສົງຄາມຄັ້ງນີ້ ແລະ ນໍາພາກອງກໍາລັງທັງໝົດອອກຈາກເຂດກາຊາ.
ອ້າງອີງ:
- https://www.reuters.com/world/middle-east/israel-signals-progress-gaza-truce-talks-palestinians-see-little-movement-2024-02-24/
- https://www.france24.com/en/middle-east/20240225-%F0%9F%94%B4-live-israeli-signals-progress-gaza-truce-talks-delegation-sent-to-qatar-hamas-palestinian