ຕວກກີ-ອີຣານຄັດຄ້ານແຍກ ເປັນເອກະລາດຂອງເກີດິສຖານ

ວັນທີ 4 ຕຸລານີ້, ທ່ານ ເອໂດກັນ ປະທານາທິບໍດີຕວກກີ ກັບທ່ານ ຣູຮານີ ປະທານາທິບໍດີອີຣານ ໄດ້ເຈລະຈາພົບປະກັນຢູ່ນະຄອນຫຼວງເຕຮາຣານ ຂອງອີຣານ. ສອງຝ່າຍເປັນເອກະພາບກັນວ່າ: ຈະລົງເລິກການຮ່ວມມືໃນດ້ານເສດຖະກິດການຄ້າລະຫວ່າງຕວກກີກັບອີຣານ. ພ້ອມກັນນັ້ນ ກໍເດັດດ່ຽວຄັດຄ້ານການລົງປະຊາມະຕິເພື່ອແຍກເປັນເອກະ ລາດຂອງເຂດປົກຄອງຕົນເອງເກີດິສຖານຂອງອີຣັກ.
ສອງຝ່າຍເປັນເອກະພາບກັນເຫັນວ່າ: ເຂດປົກຄອງຕົນເອງເກີດິສຖານຂອງອີຣັກຈັດການລົງປະຊາມະຕິເພື່ອແຍກເປັນເອກະລາດແມ່ນເລື່ອງທີ່ “ຮັບເອົາບໍ່ໄດ້”. ທ່ານ ຣູຮານີ ກ່າວວ່າ: “ບໍ່ວ່າຜືນແຜ່ນດິນຂອງປະເທດໃດໃນພາກພື້ນນີ້ຖືກແບ່ງແຍກ, ພວກຂ້າພະເຈົ້າລ້ວນແຕ່ຮັບເອົາບໍ່ໄດ້ ແລະ ເຫັນວ່າ: ອີຣັກເປັນປະເທດເອກະພາບ ແລະ ເອກະລາດ”, ຜູ້ນຳເຂດເກີດິສຖານຕ້ອງ “ແກ້ໄຂຄວາມຜິດຂອງພວກເຂົາ”. ທ່ານ ເອໂດກັນ ຢືນຢັນວ່າ: “ອີຣານ ແລະ ຕວກກີໄດ້ປະກາດແລ້ວວ່າ: ຈະບໍ່ຮັບຮອງຜົນການລົງປະຊາມະຕິເພື່ອແຍກເກີດິສຖານອອກຈາກອີຣັກ”.