ລາວ ແລະ ຕີມໍ-ເເລັດສເຕ ສົ່ງເສີມການຮ່ວມມືດ້ານເສດຖະກິດ, ການລົງທຶນ, ກະສິກໍາ, ພະລັງງານ, ການບໍລິການ ແລະ ການທ່ອງທ່ຽວ

ລາວ ແລະ ຕີມໍ-ເເລັດສເຕ ສົ່ງເສີມການຮ່ວມມືດ້ານເສດຖະກິດ, ການລົງທຶນ, ກະສິກໍາ, ພະລັງງານ, ການບໍລິການ ແລະ ການທ່ອງທ່ຽວ - 239 - ລາວ ແລະ ຕີມໍ-ເເລັດສເຕ ສົ່ງເສີມການຮ່ວມມືດ້ານເສດຖະກິດ, ການລົງທຶນ, ກະສິກໍາ, ພະລັງງານ, ການບໍລິການ ແລະ ການທ່ອງທ່ຽວ
ລາວ ແລະ ຕີມໍ-ເເລັດສເຕ ສົ່ງເສີມການຮ່ວມມືດ້ານເສດຖະກິດ, ການລົງທຶນ, ກະສິກໍາ, ພະລັງງານ, ການບໍລິການ ແລະ ການທ່ອງທ່ຽວ - kitchen vibe - ລາວ ແລະ ຕີມໍ-ເເລັດສເຕ ສົ່ງເສີມການຮ່ວມມືດ້ານເສດຖະກິດ, ການລົງທຶນ, ກະສິກໍາ, ພະລັງງານ, ການບໍລິການ ແລະ ການທ່ອງທ່ຽວ

ໃນກອງປະຊຸມ ພົບປະສອງຝ່າຍ ຢ່າງເປັນທາງການ ລະຫວ່າງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ, ກັບ ທ່ານ ໂຈເຊ ຣາໂມສ ອໍຕ້າ ປະທານາທິບໍດີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ແລັດສະເຕ ໃນວັນທີ 29 ກຸມພາຜ່ານມາ, ສະແດງໃຫ້ເຫັນວ່າ ສອງຝ່າຍ ມີການຮ່ວມມືທີ່ດີງາມຂອງສອງປະເທດ ໂດຍສະເພາະການຮ່ວມມືດ້ານການເມືອງໄດ້ຮັບການພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ ແລະ ໄດ້ມີການແລກປ່ຽນການຢ້ຽມຢາມຂອງນໍາຂັ້ນສູງ ຂອງສອງປະເທດເປັນແຕ່ລະໄລຍະ ແລະ ສອງຝ່າຍເຫັນດີເປັນເອກະພາບໃນການສືບຕໍ່ເພີ່ມທະວີຮັດແໜ້ນການພົວພັນ ແລະ ການຮ່ວມມືດ້ານການເມືອງຂອງສອງປະເທດ ໄປຄຽງຄູ່ກັບການພັດທະນາການຮ່ວມມື ໃນຂະແໜງການຕ່າງໆທີ່ສອງຝ່າຍມີທ່າແຮງ, ເພື່ອສົ່ງເສີມການຮ່ວມມືດ້ານເສດຖະກິດ ກໍຄື ການຄ້າສອງຝ່າຍ, ການລົງທຶນ, ກະສິກໍາ, ພະລັງງານ, ການບໍລິການ ແລະ ການທ່ອງທ່ຽວ, ເຫັນດີເປັນເອກະພາບໃນການສ້າງຕັ້ງຄະນະກໍາມະການຮ່ວມ ວ່າດ້ວຍ ການຮ່ວມມືສອງຝ່າຍ (JCBC) ລະຫວ່າງ ສປປ ລາວ ແລະ ສປ ຕີມໍ-ແລັດສະເຕ ເພື່ອເປັນກົນໄກໃນການສົ່ງເສີມການຮ່ວມມື ກໍຄື ການຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດການຕົກລົງຂອງສອງລັດຖະບານ ລາວ ແລະ ຕີມໍ-ແລັດສະເຕ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນຍິ່ງຂຶ້ນໃນຕໍ່ໜ້າ.


ໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ຢືນຢັນຄືນທັດສະນະຂອງ ສປປ ລາວ ໃນການສະໜັບສະໜູນ ແລະ ແລກປ່ຽນບົດຮຽນຂອງ ສປປ ລາວ ໃຫ້ແກ່ ສປ ຕີມໍ-ເລສເຕ ໃນການກະກຽມເຂົ້າເປັນສະມາຊິກສົມບູນຂອງອາຊຽນ ພາຍໃນປີ 2025 ທີ່ຈະມາເຖິງນີ້, ທ່ານ ປະທານາທິບໍດີ ໂຈເຊ ຣາໂມສ ອໍຕ້າ ໄດ້ສະແດງຄວາມຂອບໃຈ ພ້ອມທັງໄດ້ຢືນຢັນຄືນທັດສະນະຂອງ ສປ ຕີມໍ-ແລັດສະເຕ ໃນການສືບຕໍ່ສະໜັບສະໜູນການເປັນປະທານອາຊຽນ 2024 ຂອງ ສປປ ລາວ ໃຫ້ສໍາເລັດຜົນຕາມຄາດໝາຍ, ລວມທັງໄດ້ຢືນຢັນຄືນການເຄົາລົບຄວາມເປັນເອກະສັນ (Consensus) ແລະ ຄວາມເປັນແກນກາງ (Centrality) ຂອງອາຊຽນ, ລວມທັງ 5 ຂໍ້ຕົກລົງຂອງຜູ້ນໍາອາຊຽນທີ່ໄດ້ຕົກລົງເຫັນດີຮ່ວມກັນໃນໄລຍະຜ່ານມາ. ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດເຫັນກ່ຽວກັບບັນຫາພາກພື້ນ ແລະ ສາ ກົນທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນຈໍານວນໜຶ່ງ, ລວມທັງໄດ້ເຫັນດີເປັນເອກະພາບໃນການຮ່ວມມືກັນຢ່າງໃກ້ຊິດ ເພື່ອສືບຕໍ່ຊຸກຍູ້ສົ່ງເສີມການຮ່ວມມື ເພື່ອການພັດທະນາຂອງຂອບການຮ່ວມມືອາ ຊຽນໃນຕໍ່ໜ້າ.

ທ່ານ ໂຈເຊ ຣາໂມສ ອໍຕ້າ ປະທານາທິບໍດີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ແລັດສະເຕ ເດີນທາງມາຢ້ຽມຢາມທາງລັດຖະກິດຢູ່ ສປປ ລາວຕາມຄຳເຊີນຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ສປປ ລາວ ແຕ່ວັນທີ 27 ກຸມພາ ຫາ 2 ມີນາ 2024 ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດ ຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລສເຕດ ເປັນການຢ້ຽມຢາມຄັ້ງທຳອິດໃນລະດັບປະມຸກລັດ ເຊິ່ງໄດ້ເປັນຂີດໝາຍປະຫວັດສາດອັນສຳຄັນອີກບາດກ້າວໜຶ່ງ ໃນການເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ຕະຫລອດ 20 ກ່ວາປີທີ່ຜ່ານມາ ລະຫວ່າງສອງປະເທດ ກໍຄື ປະຊາຊົນສອງຊາດ ລາວ ແລະ ຕີມໍ-ເລສເຕ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.

ລາວ ແລະ ຕີມໍ-ເເລັດສເຕ ສົ່ງເສີມການຮ່ວມມືດ້ານເສດຖະກິດ, ການລົງທຶນ, ກະສິກໍາ, ພະລັງງານ, ການບໍລິການ ແລະ ການທ່ອງທ່ຽວ - 5 - ລາວ ແລະ ຕີມໍ-ເເລັດສເຕ ສົ່ງເສີມການຮ່ວມມືດ້ານເສດຖະກິດ, ການລົງທຶນ, ກະສິກໍາ, ພະລັງງານ, ການບໍລິການ ແລະ ການທ່ອງທ່ຽວ
ລາວ ແລະ ຕີມໍ-ເເລັດສເຕ ສົ່ງເສີມການຮ່ວມມືດ້ານເສດຖະກິດ, ການລົງທຶນ, ກະສິກໍາ, ພະລັງງານ, ການບໍລິການ ແລະ ການທ່ອງທ່ຽວ - 4 - ລາວ ແລະ ຕີມໍ-ເເລັດສເຕ ສົ່ງເສີມການຮ່ວມມືດ້ານເສດຖະກິດ, ການລົງທຶນ, ກະສິກໍາ, ພະລັງງານ, ການບໍລິການ ແລະ ການທ່ອງທ່ຽວ
ລາວ ແລະ ຕີມໍ-ເເລັດສເຕ ສົ່ງເສີມການຮ່ວມມືດ້ານເສດຖະກິດ, ການລົງທຶນ, ກະສິກໍາ, ພະລັງງານ, ການບໍລິການ ແລະ ການທ່ອງທ່ຽວ - 3 - ລາວ ແລະ ຕີມໍ-ເເລັດສເຕ ສົ່ງເສີມການຮ່ວມມືດ້ານເສດຖະກິດ, ການລົງທຶນ, ກະສິກໍາ, ພະລັງງານ, ການບໍລິການ ແລະ ການທ່ອງທ່ຽວ