ເຊັນບົດບັນທຶກການປະສານງານ ກ່ຽວກັບການດຳເນີນຄະດີ ລະຫວ່າງ ສານປະຊາຊົນສູງສຸດ ກັບ ອົງການກວດກາແຫ່ງລັດ
March 12, 2024 - 2:38 PM


ການເຊັນບົດບັນທຶກ ການປະສານງານ ກ່ຽວກັບການດຳເນີນຄະດີລະຫວ່າງ ສານປະຊາຊົນສູງສຸດ ກັບ ອົງການກວດກາແຫ່ງລັດ, ດຳເນີນໄປໃນວັນທີ 11 ມີນາ 2024, ເພື່ອເປັນການຍົກສູງຄຸນນະພາບໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານການປະສານງານລະຫວ່າງ ອົງການກວດກາແຫ່ງລັດ ແລະ ສານປະຊາຊົນສູງສຸດ ເພື່ອເຄື່ອນໄຫວວຽກງານໄປຕາມພາລະບົດບາດ, ສິດ, ໜ້າທີ່ ແລະ ຄວາມຮັບຜິດຊອບໃນການແກ້ໄຂຄະດີ ໃຫ້ມີຜົນສັກສິດ, ເຂັ້ມງວດ ແລະ ຍຸຕິທຳ. ໂດຍເປັນປະທານຮ່ວມຂອງ ທ່ານ ຄຳພັນ ພົມມະທັດ ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ແລະ ທ່ານ ນາງ ວຽງທອງ ສີພັນດອນ ປະທານ ສານປະຊາຊົນສູງສຸດ.
ເນື້ອໃນບົດບັນທຶກສະບັບນີ້ໄດ້ກຳນົດຫຼັກການ, ລະບຽບການ ແລະ ກົນໄກການປະສານງານ ລະ ຫວ່າງ ອົງການກວດກາແຫ່ງລັດ ແລະ ສານປະຊານຊົນສູງສຸດ ກ່ຽວກັບການເຄື່ອນໄຫວຄະດີ ທາງປົກ ຄອງ ຫຼື ບໍລິຫານ ແລະ ຄະດີອື່ນໆ ເພື່ອໃຫ້ວຽກງານທັງສອງຝ່າຍມີຄວາມເຂັ້ມແຂງ, ມີປະສິດທິພາບ, ປະສິດທິຜົນ ແນໃສ່ສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນດາປະກົດການຫຍໍ້ທໍ້ ທີ່ເກີດຂຶ້ນໃນອົງການຈັດ ຕັ້ງ ແລະ ສັງຄົມ, ເພີ່ມທະວີຄວາມສັກສິດ ໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍກົດໝາຍ, ປົກປ້ອງຜົນປະໂຫຍດຂອງລັດ, ລວມໝູ່, ສິດ, ພັນທະ ແລະ ຜົນປະໂຫຍດອັນຊອບທຳ ຂອງພົນລະເມືອງ ປະກອບສ່ວນເຂົ້າໃນການພັດທະນາ ແລະ ສ້າງລັດ ທີ່ປົກຄອງດ້ວຍກົດໝາຍ. ໃນ
ຮ່າງບົດບັນທຶກດັ່ງກ່າວປະກອບມີ 03 ໝວດ ແລະ 11 ມາດຕາ ຄື: ໝວດທີ I ກຳນົດຫຼັກການ ລວມ; ໝວດທີ II ກຳນົດເນື້ອໃນ, ຄວາມຮັບຜິດຊອບ, ກົນໄກ ແລະ ວິທີການປະສານງານ; ໝວດທີ III ການຈັດຕັ້ງປະຕິບັດ.