ເປີດຕົວ BlackBerry Motion ແບັດ 4.000mAh ແລະ ໜ້າຈໍສໍາຜັດ 5,5 ນິ້ວ

BlackBerry Motion ໂທລະສັບຮຸ່ນໃໝ່ສະເປັກສະດັບກາງ ເຊັ່ນຊີພີຢູ Snapdragon 625 ແລະ ແຣມ 4GB ກັບຣອມ 32GB ແຕ່ອັດແບັດມາໃຫ້ເຖິງ 4.000mAh.
ແບັດຈັດເຕັມ ຫຼັງ TCL ເຂົ້າຊື້ເມື່ອທ້າຍປີຜ່ານມາ ຫລ້າສຸດໃນງານ GITEX ທີ່ປະເທດດູໄບ ໄດ້ເຜີຍຮູບແບບໂທລະສັບຮຸ່ນໃໝ່ພາບໃຕ້ຍີ່ຫໍ້ BlackBerry ໃນຊື່ວ່າ BlackBerry Motion ໂທລະສັບລະດັບກາງ ມາພ້ອມໜ້າຈໍສໍາຜັດເຕັມຮູບແບບ, ລະບົບປະຕິບັດການ Android 7.1 Nougat (ອັບເກດເປັນ Android 8.0 Oreo ໄດ້ພາຍຫຼັງ) ແລະ ແບັດຄວາມຈຸຫຼາຍທີ່ສຸດເທົ່າທີ່ BlackBerry ເຄີຍມີ.
ສະເປັກຂອງ BlackBerry Motion ໜ້ອຍໆ ມາພ້ອມໜ້າຈໍສໍາຜັດຂະໜາດ 5,5 ນິ້ວ, ຄວາມລະອຽດ Full HD ແຕ່ຂະໜາດເຄື່ອງບໍ່ໃຫຍ່ຫຼາຍ ພົກພາງ່າຍ ຊີພີຢູ Snapdragon 625, ແຣມ 4GB, ຣອມ 32GB ຮອງຮັບ microSD, ກ້ອງຫຼັງ 12 ລ້ານພິກເຊລ, ກ້ອງໜ້າ 8 ລ້ານພິກເຊລ, ມາດຕະຖານກັນນໍ້າກັນຝຸ່ນ IP67 (ກັນນໍ້າໄດ້ບໍ່ເກີນ 1 ແມັດ ດົນສູງສຸດ 30 ນາທີ) ເຊັນເຊີສະແກນລາຍນິ້ວມືໃຕ້ປຸ່ມ Home ແລະ ສຸດທ້າຍແບັດໃນຕົວເຖິງ 4.000mAh ຮອງຮັບ Quick Charge 3.0.