ເນັ້ນໃຫ້ອົງການກວດສອບແຫ່ງລັດແກ້ໄຂຜົນການກວດສອບຢ່າງເຂັ້ມງວດ ແລະ ມີຈັນຍາບັນ-ຈັນຍາທຳ

ໂອກາດໂອ້ລົມຕໍ່ ກອງປະຊຸມຖອດຖອນບົດຮຽນວຽກງານກວດສອບແຫ່ງລັດປະຈຳປີ 2023 ແລະ ທິດທາງແຜນການວຽກງານປີ 2024 ໃນວັນທີ 15 ມີນາ 2024, ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ ໄດ້ເນັ້ນໃຫ້ອົງການກວດສອບແຫ່ງລັດເອົາໃຈໃສ່ເພີ່ມທະວີວຽກງານການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ລັດຖະກອນ ມີຄຸນທາດການເມືອງທີ່ໜັກແໜ້ນ ຢຶດໝັ້ນຕໍ່ອຸດົມການຂອງພັກມີສະຕິເຄົາລົບຕໍ່ການຈັດຕັ້ງປະຕິບັດລະບຽບກົດໝາຍ, ມີແນວຄິດອຸ່ນອ່ຽນ ທຸ່ນທ່ຽງ ແລະ ມີຈັນຍາບັນ ຈັນຍາທຳ ຂອງພະນັກງານ-ນັກກວດສອບ.
ນອກນີ້ກໍໃຫ້ປະຕິບັດໜ້າທີ່ວຽກງານການກວດສອບ ໃຫ້ເປັນເຈົ້າການປະສານສົມທົບຕິດຕາມ ແລະ ຊຸກຍູ້ເປົ້າໝາຍກວດສອບ, ອົງການຄຸ້ມຄອງ ເປົ້າໝາຍຖືກກວດສອບ ແລະ ພາກສ່ວນທີ່ກ່ຽວຂ້ອງໃນ
ການແກ້ໄຂຜົນການກວດສອບ, ໄຈ້ແຍກໃຫ້ເຫັນອັນໃດທີ່ສາມາດແກ້ໄຂໄດ້ ອັນໃດເປັນໜີ້ທວງຍາກ ແລະ ອັນໃດທີ່ບໍ່ສາມາດແກ້ໄຂໄດ້ ແລ້ວນຳສະເໜີລັດຖະບານ ແລະ ຄະນະປະຈຳສະພາແຫ່ງຊາດ ພິຈາ ລະນາ, ເອົາໃຈໃສ່ຢ່າງເຂັ້ມງວດ ໃນການວິເຄາະວິໄຈ ສ້າງແຜນການກວດສອບປະຈຳປີ ແຜນການກວດສອບລວມ ແລະ ແຜນການກວດສອບລະອຽດ ໃຫ້ມີຜົນສຳເລັດຕາມຄາດໝາຍ
ເອົາໃຈໃສ່ປະຕິບັດຂັ້ນຕອນ ແລະ ວິທີການເກັບກຳຂໍ້ມູນຫລັກຖານການກວດສອບ ເພື່ອກຳນົດມາດຕະການແນະນຳຜົນການກວດສອບ ໃຫ້ມີຄວາມລະອຽດ ແລະ ຊັດເຈນ, ເອົາໃຈໃສ່ຢ່າງເຂັ້ມງວດ ກ່ຽວກັບການປະຕິບັດກົນໄກການປະສານງານຕິດຕາມຊຸກຍູ້ ແລະ ການແກ້ໄຂຜົນການກວດສອບ ໃຫ້ມີລະບອບແບບແຜນ ແລະ ວິທີການເຮັດວຽກລະຫວ່າງ ອົງການກວດສອບປະຈຳພາກ ກັບ ອົງການປົກຄອງທ້ອງຖິ່ນ (ເປົ້າໝາຍຖືກກວດສອບ) ລະຫວ່າງ ກົມວິຊາສະເພາະ ກັບບັນດາກະຊວງ, ອົງການ, ວິສາຫະກິດລັດ, ທະນາຄານ, ໂຄງການເງິນກູ້ຢືມ-ຊ່ວຍເຫລືອ ລະຫວ່າງ ກົມປະເມີນຄຸນນະພາບການກວດສອບ ກັບ ກົມວິຊາສະເພາະ ອົງການກວດສອບປະຈຳພາກ ໃຫ້ມີຄວາມຊັດເຈນໂລ່ງລ່ຽນ ຮັດກຸມ ແທດເໝາະກັບຕົວຈິງ ແລະ ຕັ້ງໜ້າແກ້ໄຂຜົນການກວດສອບ ຕາມກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ທີ່ລັດໄດ້ວາງອອກໃຫ້ເຂັ້ມງວດ.