ເຄັດລັບການບໍລິຫານສະໝອງໃຫ້ເຮັດວຽກທີ່ດີຢູ່ສະເໝີ
October 12, 2017 - 12:35 PM

ເມື່ອທ່ານຮູ້ສຶກອ່ອນເພຍ ສະໝອງບໍ່ແລ່ນ ມາເບິ່ງວິທີການບໍລິຫານສະໝອງຢ່າງງ່າຍໆເພື່ອຄວາມສົດຊື່ນຫ້າວຫັນກັນດີກ່ວາ.
- ປະສານງານສະໝອງ : ການຂຽນເລກ 8 ໃນອາກາດດ້ວຍມືທັງ 2 ເບື້ອງໆລະ 5 ເທື່ອ ໂດຍເລີ່ມຈາກເບື້ອງຊ້າຍຂອງໂຕເລກກ່ອນ ແລ້ວຂຽນກ້ຽວໄປໃຫ້ເປັນເລກ 8 ເຊິ່ງວິທີນີ້ຈະຊ່ວຍເພີ່ມປະສິດທິພາບທາງດ້ານການອ່ານ ແລະ ການເຮັດຄວາມເຂົ້າໃຈດີຂຶ້ນ ແລະ ເຮັດໃຫ້ສະໝອງເບື້ອງຊ້າຍ ແລະ ເບື້ອງຂວາປະສານງານກັນ.
- ນຳ້ດື່ມບໍລິສຸດຫລໍ່ລ້ຽງສະໝອງ : ວາງຈອກນຳ້ໄວ້ໃກ້ໆໂຕະຂອງທ່ານເປັນປະຈຳ ແລະ ດື່ມເທື່ອລະໜ້ອຍ ເຊິ່ງວິທີນີ້ຈະຊ່ວຍໃຫ້ຈິດໃຈ ແລະ ຮ່າງກາຍຂອງທ່ານຕື່ນໂຕຕະຫລອດເວລາ ແລະ ສະໝອງກໍຈະເປີດວ່າງ ສາມາດຮັບຂ່າວສານ ຫລື ຂໍ້ມູນໄດ້ດີ ເພາະນຳ້ຈະຊ່ວຍປັບສານເຄມີທີ່ສຳຄັນໃນສະໝອງ ແລະ ລະບົບປະສາດ ຖ້າເວລາທີ່ຮູ້ສຶກເຄັ່ງຄຽດ ຍ້ອນຂາດນຳ້ ຈຶ່ງຄວນດື່ມນຳ້ເພື່ອໃຫ້ຮ່າງກາຍໄດ້ຮັບນຳ້ໄປຫລໍ່
- ລ້ຽງລະບົບຂອງຮ່າງກາຍ.
- ນວດຈຸດເຊື່ອມສະໝອງ : ວາງມືເບື້ອງໜຶ່ງໄວ້ເທິງສາຍບື, ມືອີກເບື້ອງໜຶ່ງໃຊ້ຫົວໂປ້ມື ແລະ ນິ້ວຊີ້ວາງໄວ້ເທິງກະດູກໜ້າເອິກບໍລິເວນກ້ອງກະດູກບ່າໄຫລ່ ແລະ ຄ່ອຍໆນວດທັງ 2 ຕຳແໜ່ງ ປະມານ 10 ນາທີ ເຊິ່ງວິທີນີ້ຈະຊ່ວຍຫລຸດຄວາມມຶນງົງສັບສົນ ກະຕຸ້ນພະລັງງານໃຫ້ມີຄວາມຄິດແຈ່ມໃສຂຶ້ນ.
- ບໍລິຫານກ້າມຊີ້ນປ່າໄຫລ່ : ໃຫ້ມືຊ້າຍຈັບບ່າໄຫລ່ຂວາ, ບີບກ້າມຊີ້ນໃຫ້ແໜ້ນພ້ອມທັງຫາຍໃຈເຂົ້າ ຈາກນັ້ນຫາຍໃຈອອກ ແລະ ງວາກໜ້າໄປທາງຊ້າຍຈົນສາມາດແນມເຫັນບ່າໄຫລ່ຊ້າຍຂອງຕົນເອງ ຈາກນັ້ນສືບຫາຍໃຈເຂົ້າເລິກໆ ວາງແຂນຊ້າຍລົງເທິງບ່າໄຫລ່ຂວາ ພ້ອມກັບຫົດບ່າໄຫລ່ ຄ່ອຍໆງວາກໜ້າກັບມາທາງກາງ ແລະ ກາຍໄປທາງຂວາ ຈົນກະທັ້ງສາມາດແນມເຫັນບ່າໄຫລ່ຂອງທ່ານໄດ້ ຄາຍບ່າໄຫລ່ທັງ 2 ເບື້ອງອອກ ກົ້ມຄາງລົງແປະກັບໜ້າເອິກ ພ້ອມກັບຫາຍໃຈເຂົ້າເລິກໆ ເພື່ອໃຫ້ກ້າມຊີ້ນຜ່ອນຄາຍ ປ່ຽນມາໃຫ້ມືຂວາຈັບບ່າໄຫລ່ຊ້າຍ ແລະ ເຮັດຊຳ້ກັນເບື້ອງລະ 2 ເທື່ອ ວິທີນີ້ຈະຊ່ວຍບໍລິຫານກ້າມຊີ້ນພາກສ່ວນຄໍ ແລະ ບ່າໄຫລ່, ການໄດ້ຍິນ, ການຟັງ ແລະ ຊ່ວຍຫລຸດຄວາມເຄັ່ງຄຽດຂອງກ້າມຊີ້ນທີ່ເກີດຈາກການນັ່ງເຮັດວຽກເປັນເວລາດົນນຳອີກ.
- ນວດໃບຫູກະຕຸ້ນຄວາມເຂົ້າໃຈ : ວິທີນີ້ເຮັດໄດ້ໂດຍການນັ່ງພັກຜ່ອນສະບາຍໆ ເອົາປາຍນິ້ວມືທັງ 2 ເບື້ອງຈັບໃບຫູ ເຄື່ອນນິ້ວມືໄປຍັງພາກສ່ວນຂອງໃບຫູ ຈາກນັ້ນບີບນວດ ແລະ ພີ່ຮອຍພັບຂອງໃບຫູທັງ 2 ເບື້ອງອອກຄ່ອຍໆ, ເຄື່ອນນິ້ວມືລົງມານວດບໍລິເວນອື່ນຂອງໃບຫູ ດຶງຄ່ອຍໆ ເມື່ອເຖິງຕິ່ງຫູໃຫ້ດຶງລົງ ໃຫ້ເຮັດຊຳ້ກັນ 2 ເທື່ອ ເຊິ່ງວິທີນີ້ຈະຊ່ວຍກະຕຸ້ນການໄດ້ຍິນ ແລະ ເຮັດໃຫ້ຄວາມເຂົ້າໃຈດີຂຶ້ນ ເພາະເປັນການຄາຍເສັ້ນປະສາດບໍລິເວນໃບຫູທີ່ເຊື່ອມສະໝອງ.
- ບໍລິຫານຂາ : ໂດຍການຢືນກົງໃຫ້ຕີນຕິດກັນ ຖອຍຕີນຊ້າຍໄປທາງຫລັງ ໂດຍຍົກສົ້ນນ່ອງຂຶ້ນ ງໍຫົວເຂົ່າໜ້ອຍໜຶ່ງ ແລ້ວກົ້ມໂຕໄປທາງໜ້າໜ້ອຍໜຶ່ງ ກົ້ນຂອງທ່ານຈະຢູ່ໃນແຖວດຽວກັບສົ້ນຕີນຂວາ ສືບລົມຫາຍໃຈເຂົ້າ ແລະ ຜ່ອນອອກ. ໃນຂະນະທີ່ປ່ອຍລົມຫາຍໃຈອອກນີ້ ຄ່ອຍໆກົດສົ້ນນ່ອງຊ້າຍໃຫ້ວາງລົງເທິງພື້ນ ພ້ອມກັບງໍຫົວເຂົ່າຂວາຂຶ້ນຕື່ມ ຫລັງຢຽດຊື່ ສືບລົມຫາຍໃຈເຂົ້າແລ້ວກັບໄປຕັ້ງຕົ້ນໃໝ່ອີກເທື່ອໜຶ່ງ ປ່ຽນຈາກຂາເບື້ອງຊ້າຍໄປເປັນຂາເບື້ອງຂວາ ໂດຍອອກກຳລັງ
- ກາຍໃນທ່ານີ້ທັງໝົດ 3 ເທື່ອດ້ວຍກັນ ການບໍລິຫານທ່ານີ້ເໝາະສົມສຳລັບການປັບປຸງສະມາທິ ລວມທັງຊ່ວຍຕື່ມຄວາມໄວໃນການອ່ານໜັງສື ແລະ ຍັງຊ່ວຍໃຫ້ກ້າມຊີ້ນກົກຂາ ແລະ ກ້າມຊີ້ນສົ້ນນ່ອງຜ່ອນຄາຍນຳ.
- ກົດຈຸດຄາຍຄຽດ : ໃຊ້ນິ້ວມື 2 ນິ້ວກົດລົງເທິງໜ້າຜາກທັງ 2 ເບື້ອງ ປະມານເຄິ່ງກາງລະຫ່ວາງຂົນຄິ້ວ ແລະ ຕີນຜົມ ກົດຄ້າງໄວ້ປະມານ 3 – 10 ນາທີ ເຊິ່ງວິທີນີ້ຈະຊ່ວຍຜ່ອນຄາຍຄວາມເຄັ່ງຄຽດ ແລະ ເພີ່ມການໝູນວຽນເລືອດເຂົ້າສູ່ສະໝອງ.
8. ບໍລິຫານສະໝອງດ້ວຍການຂຽນ : ຂຽນເສັ້ນກ້ຽວໄປກ້ຽວມາດ້ວຍມືທັງ 2 ເບື້ອງໄປພ້ອມໆກັນ ລາຍເສັ້ນທີ່ຂຽນອາດຈະບໍ່ງາມ, ແຕ່ໄດ້ຜົນດີຕໍ່ລະບົບສະໝອງເປັນຢ່
າງດີ ເຊິ່ງວິທີນີ້ຈະຊ່ວຍໃຫ້ເກີດການປັບປຸງການປະສານງານຂອງສະໝອງ ດ້ວຍການເຮັດໃຫ້ສະໝອງທັງ 2 ເບື້ອງເຮັດວຽກພ້ອມກັນ ແລະ ເພີ່ມຄວາມຊຳນານດ້ານການສະກົດຄຳເວົ້າ ແລະ ຄິດໄລ່ຄຳນວນໄດ້ດີ ແລະ ໄວຂຶ້ນນຳ.