ຢືນຢັນ, ແຊມເບີ ຂະຫຍາຍສັນຍາກັບ ອາເຊນອນ ອອກໄປເຖິງປີ 2021
October 12, 2017 - 4:25 PM




ກ່ອນໜ້ານີ້ເປັນທີ່ຄາດກັນວ່າ ດາວເຕະອາຍຸ 22 ປີ ໜ້າ ຈະຍ້າຍອອກຈາກ ອາເຊນອນ ຫຼັງຍ້າຍໄປຫຼິ້ນໃຫ້ ມິດເດິລ ສະໂບຣ ແບບສັນຍາຢືມໂຕໃນ ລະດູການຜ່ານມາ ແນວໃດກໍ ຕາມ ຫຼ້າສຸດລາວເອງເລືອກຕໍ່ ສັນຍາກັບ ອາເຊນອນ ຮຽບ ຮ້ອຍ ເຖິງວ່າລະດູການນີ້ຫາກໍ ໄດ້ຮັບໂອກາດລົງຫຼິ້ນພຽງນັດດຽວກໍຕາມ.
“ຂ້ອຍພູມໃຈທີ່ໄດ້ເຊັນ ສັນຍາກັບ ອາເຊນອນ ຂ້ອຍ ຮູ້ວ່າຂ້ອຍຍັງໜຸ່ມ ແລະ ຂ້ອຍ ກໍຕ້ອງການທີ່ຈະມີໄລຍະເວ ລາທີ່ດີທີ່ສຸດອີກຫຼາຍປີກັບສະ ໂມສອນແຫ່ງນີ້ ຂ້ອຍຢາກຈະ ຄວ້າແຊ໊ມໃຫ້ໄດ້ຫຼາຍທີ່ສຸດ ເທົ່າທີ່ຈະເປັນໄປໄດ້ກັບ ອາເຊ ນອນ ແລະ ຈະຕອບແທນ ກອງເຊຍທີ່ເຊື່ອໝັ້ນໃນໂຕ ຂ້ອຍ ຂ້ອຍດົກໃຈລໍຖ້າບໍ່ໄຫວ ແລ້ວແທ້ໆ ທ່ີຈະເລີ່ມຕົ້ນອີກ ຄັ້ງ”. ແຊມເບີ ກ່າວ.
ທັງນີ້ ແຊມເບີ ລົງຫຼິ້ນໃຫ້ ອາເຊນອນ ໄປແລ້ວທັງໝົດ 60 ນັດ ຍິງໄດ້ 3 ປະຕູ ຫຼັງ ຍ້າຍມາຈາກ ເຊົາແທມຕັນ ດ້ວຍຄ່າໂຕ 16 ລ້ານປອນ ໃນ ລະດູການ 2014.