ປກສ ຜົ້ງສາລີ ສະເໜີໃຫ້ສະຖານທູດໄທປະຈຳລາວຊ່ວຍລະດົມນັກທຸລະກິດໄທເຂົ້າລົງທຶນໃນຂະແໜງການທີ່ແຂວງມີທ່າແຮງ

ວັນທີ 2 ເມສາ 2024, ທ່ານ ນາງ ມໍຣະກົດ ສີສະຫວັດ ເອກອັກຄະຣາຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ ພ້ອມດ້ວຍຄະນະເຄື່ອນໄຫວຢ້ຽມຢາມ-ເຮັດວຽກຢູ່ແຂວງຜົ້ງສາລີ.
ໂອກາດນີ້, ພັອ ບຸນລຽນ ແສນວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ໄດ້ລາຍງານ ກ່ຽວກັບໂຄງການພັດທະນາທາງເລືອກ ເພື່ອແກ້ໄຂບັນຫາຢາເສບຕິດຢູ່ແຂວງຜົ້ງສາລີ ໃຫ້ທ່ານຊາບ ຊຶ່ງຢູ່ແຂວງຜົ້ງສາລີ ລວມມີ 9 ໂຄງການຄື: ໂຄງການທີ່ເປັນໂຄງການຂອງອົງການສະຫະປະຊາຊາດ (UNODC) ທີ່ເປັນການລົງທຶນປູກກາເຟຢູ່ເມືອງສໍາພັນ, ປູກຢາງພາລາ 4 ໂຄງການ, ປູກກາເຟ 2 ໂຄງການ, ປູກຊາ 1 ໂຄງການ ແລະ ໂຄງການແມ່ນຄົບວົງຈອນ (ມີທັງປູກຝັ່ງ-ລ້ຽງສັດ). ສ່ວນອີກ 1 ໂຄງການກໍາລັງສະເໜີຫາສູນກາງເພື່ອຮັບຮອງເຂົ້າໃນໂຄງການພັດທະນາ.
ພ້ອມກັນນີ້, ທ່ານຮອງຫົວໜ້າກອງບັນຊາການ ປກສ ແຂວງ ໄດ້ສະເໜີຕໍ່ທ່ານທູດໃຫ້ສືບຕໍ່ຊຸກຍູ້, ເສີມຂະຫາຍສາຍພົວພັນຮ່ວມມື ລາວ – ໄທ, ໄທ – ລາວ ໂດຍສະເພາະ ແຂວງຜົ້ງສາລີ ກັບ ສະຖານທູດໄທ ປະຈໍາລາວ ໃຫ້ເປັນປົກກະຕິ; ຊ່ວຍປຸກລະດົມຊຸກຍູ້ບັນດາຫົວໜ່ວຍທຸລະກິດຂອງໄທທີ່ມີເງື່ອນໄຂມາລົງທຶນ ດ້ານການຄ້າ ແລະ ການຮ່ວມມື, ດ້ານການທ່ອງທ່ຽວຢູ່ແຂວງຜົ້ງສາລີ, ຂການຮ່ວມມືໃນການສະກັດກັ້ນ ແລະ ຊ່ວຍໃນການບໍາບັດຜູ້ເສບຕິດ, ການຈັດສັນອາຊີບໃຫ້ຜູ້ເສບຢາເສບຕິດ ແລະ ຜູ້ປູກຝິ່ນ ເພື່ອໃຫ້ເຂົາເຈົ້າມີວຽກເຮັດງານທໍາ ແລະ ມີອາຊີບທີ່ໝັ້ນຄົງພາຍຫລັງອອກຈາກສູນບໍາບັດ-ປິ່ນປົວ.