ເຊີນຮ່ວມງານຕະຫລາດນັດ ວີກບາຊາ ໃນວັນທີ 11 ພະຈິກນີ້ຢູ່ ຄວສ

ວັນທີ 12 ຕຸລານີ້, ທ່ານນາງ ຊາຣ່າ ຮາວລີ (Sarah Howley) ປະທານກຸ່ມແມ່ຍິງສາກົນ ແລະ ທ່ານ ສົມສະໜຸກ ມີໄຊ ຮອງປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ ໄດ້ຖະແຫລງກ່ຽວກັບການກະກຽມເປີດຕະຫລາດນັດ ວີກບາຊາ ( WIG Bazaar) ຕໍ່ສື່ມວນຊົນວ່າ: ງານດັ່ງກ່າວ ຈະໄຂຂຶ້ນໃນວັນທີ 11 ພະຈິກນີ້ ທີ່ຄະນະວິສະວະກຳສາດ (ຄວສ) ບ້ານໂສກປ່າຫລວງ ນະຄອນຫລວງວຽງຈັນ ແຕ່ເວລາ 10:00-17:00 ໂມງ ໂດຍເລີ່ມເປີດໃຫ້ຈັບຈອງຫ້ອງຂາຍນັບແຕ່ວັນທີ 16 ຕຸລານີ້ເປັນຕົ້ນໄປໃນລາຄາ 800.000-1.600.000 ກີບ/ຫ້ອງ ເຊິ່ງຮອງຮັບໄດ້ຫລາຍກວ່າ 200 ຫ້ອງ ແລະ ຄາດວ່າຈະມີຜູ້ເຂົ້າຮ່ວມເປັນຈຳນວນຫລາຍ.
ງານດັ່ງກ່າວຈັດຂຶ້ນເພື່ອຊ່ວຍເຫລືອສັງຄົມ ໂດຍການນຳເອົາລາຍຮັບຈາກການຈັດງານໄປຮ່ວມບໍລິຈາກ ແລະ ຊ່ວຍເຫລືອຜູ້ທຸກຍາກຂາດເຂີນທີ່ຢູ່ເຂດຫ່າງໄກສອກຫລີກ ໂດຍສະເພາະປະກອບສ່ວນເຂົ້າໃນວຽກງານການສຶກສາ, ສາທາລະນະສຸກ ແລະ ອື່ນໆ ເພື່ອຊຸກຍູ້ເຂົາເຈົ້າມີຊີວິດການເປັນຢູ່ດີຂຶ້ນໃນອະນາຄົດ. ນອກນີ້ ຍັງມີກິດຈະກຳຈັບສະຫລາກເພື່ອຮັບລາງວັນ, ການສະແດງຈາກກຸ່ມເດັກນ້ອຍອາສາສະໝັກ, ການຫລິ້ນເກມສຳລັບໄວໜຸ່ມ ແລະ ກິດຈະກຳມ່ວນຊື່ນອື່ນໆ.