ນາຍົກລັດຖະມົນຕີ ເນັ້ນໃຫ້ແຂວງເຊກອງ ສືບຕໍ່ເອົາໃຈໃສ່ 6 ວຽກງານສໍາຄັນ

ໃນໂອກາດເຂົ້າຮ່ວມ ແລະ ມີຄໍາເຫັນໂອ້ລົມຕໍ່ພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງແຂວງເຊກອງຄົບຮອບ 40 ປີ(14/4/1984-14/4/2024) ຈັດຂຶ້ນໃນວັນທີ 4 ເມສາ 2024, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ເນັ້ນໃຫ້ຄະນະພັກ- ອົງການປົກຄອງ ກໍຄື ແຂວງເຊກອງ ສືບຕໍ່ເອົາໃຈໃສ່ 6 ວຽກງານສໍາຄັນດັ່ງນີ້:
ສືບຕໍ່ບູລະນະລະບອບປະຊາທິປະໄຕ ປະຊາຊົນ ໃຫ້ສົມບູນຍິ່ງຂຶ້ນ, ສ້າງການຫັນປ່ຽນແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ເພື່ອກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມ, ປັບປຸງລະບົບການຈັດຕັ້ງ, ກົງຈັກ ແລະ ກົນໄກເຄື່ອນໄຫວຂອງບັນດາອົງການອໍານາດລັດແຕ່ລະຂັ້ນໃຫ້ເຂັ້ມແຂງ ແລະ ມີປະສິດທິພາບ, ມີ ພາລະບົດບາດຈະແຈ້ງ ແລະ ຮັດກຸມ, ກົງຈັກກະທັດລັດ, ເປັນລະບົບ ແລະ ກ້າວສູ່ການ ເຊື່ອມຕໍ່ດ້ວຍອຸປະກອນທີ່ທັນສະໄໝ ຄຽງຄູ່ກັບການເຮັດໃຫ້ຈໍານວນລັດຖະກອນໜ້ອຍລົງ, ຄຸນ ນະພາບ ເພີ່ມຂຶ້ນ, ໃຊ້ຈ່າຍປະຢັດ, ຂັບເຄື່ອນຕາມກົດໝາຍຢ່າງມີປະສິດທິພາບ; ປັບປຸງກົນໄກຄຸ້ມຄອງ ໃຫ້ເປັນ ລະບົບເອກະພາບ ແລະ ເຂັ້ມແຂງ ຄຽງຄູ່ກັບການຮັບປະກັນແບບແຜນໃຫ້ປະຊາຊົນໄດ້ຮູ້, ໄດ້ປຶກສາຫາລື ແລະ ເຂົ້າຮ່ວມຈັດຕັ້ງປະຕິບັດ ບົນຈິດໃຈຮັບປະກັນທາດແທ້ຂອງລັດ ທີ່ມາຈາກປະຊາຊົນ ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນຍ່າງແທ້ຈິງ.
ເສີມຂະຫຍາຍທຸກຄວາມອາດສາມາດ ແລະ ທ່າແຮງບົ່ມ ຊ້ອນ, ສ້າງການຜະລິດ ແລະ ບໍລິການໃຫ້ເຂັ້ມແຂງ, ຮັບປະກັນການພັດທະນາແບບຍືນຍົງ ແລະ ເປັນເຈົ້າຕົນເອງ; ຕັ້ງໜ້າພັດ ທະນາ ຄວາມອາດສາມາດ ແລະ ທ່າແຮງບົ່ມຊ້ອນໃຫ້ເປັນຂະແໜງເສດຖະກິດປາຍແຫຼມ, ສົ່ງເສີມພັດທະນາວິສາຫະກິດພາຍ ໃນ ໃຫ້ຂະຫຍາຍຕົວ ແລະ ເຂັ້ມແຂງ; ດໍາເນີນການປັບປຸງ ແລະ ສ້າງສະພາບຄ່ອງໃຫ້ແກ່ ງົບປະມານ; ສ້າງການຫັນປ່ຽນອັນເປັນພື້ນຖານ ແລະ ແຂງແຮງ ໃນການດຶງດູດການລົງທຶນຈາກພາຍໃນ ແລະ ຕ່າງປະເທດ; ພັດທະນາພື້ນຖານໂຄງລ່າງ, ລະບົບສາທາລະ ນຸປະໂພກ ແລະ ການຈັດສັນອາຊີບຂອງ ປະຊາຊົນຢູ່ຊົນນະບົດ; ເພີ່ມທະວີການປົກປັກຮັກສາ ແລະ ແກ້ໄຂບັນຫາດ້ານສິ່ງແວດ ລ້ອມ ໃຫ້ມີຄວາມ ຍືນຍົງ.
ພັດທະນາຊັບພະຍາກອນມະນຸດຢ່າງແຂງແຮງ, ສ້າງສັງຄົມ ທີ່ປະຊາຊົນເປັນເຈົ້າ, ມີປະຊາທິ ປະໄຕ, ສະເໝີພາບ ແລະ ຍຸຕິທໍ, ພັດທະນາຄົນ ໃຫ້ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງ ການຂອງການພັດທະນາທ້ອງຖິ່ນ ໃນໄລຍະໃໝ່, ຍົກລະດັບການ ປະຕິບັດສິດເປັນເຈົ້າອັນແທ້ຈິງຂອງປະຊາ ຊົນ ຕິດພັນກັບການ ສ້າງຄວາມເຂັ້ມແຂງ ໃຫ້ລະບົບນິຕິກໍາ, ຮັບປະກັນການບັງຄັບໃຊ້ກົດໝາຍຢ່າງຖືກ ຕ້ອງ ແລະ ເປັນທໍາ; ສະກັດກັ້ນການສວຍໃຊ້ສິດອໍານາດຈາກເຈົ້າໜ້າທີ່ລັດທຸກຂັ້ນ; ເສີມຂະຫຍາຍຄຸນຄ່າວັດທະນະທໍາ ທີ່ເປັນເອກະລັກຂອງຊາດ ແລະ ພັດທະນາຄວາມສີວິໄລດ້ານຈິດໃຈຂອງສັງຄົມຢ່າງບໍ່ ຢຸດຢັ້ງ; ສືບຕໍ່ດໍາເນີນການແກ້ໄຂຄວາມທຸກຍາກຢ່າງເປັນລະບົບ ຕິດພັນກັບການສ້າງອາຊີບ ແລະ ເພີ່ມ ທະວີ ການຝຶກສີມືແຮງງານ ເພື່ອຮັບປະກັນຜົນປະ ໂຫຍດຂອງຜູ້ອອກແຮງງານລາວ.
ຕັ້ງໜ້າປະຕິບັດແນວທາງຍຸດທະສາດປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບ ດ້ານ, ປັບປຸງ, ກໍ່ສ້າງກໍາລັງ ປກສ-ປກຊ ໃຫ້ກະທັດລັດ, ມີຄຸນນະພາບ, ຮັບປະກັນຄວາມ ເຂັ້ມແຂງດ້ານ ການຈັດຕັ້ງ, ລະບຽບວິໄນ, ຍົກສູງຄວາມສາມາດ ໃນການສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້, ບັນຫາອາດ ຊະຍາກໍາຕ່າງໆ ໃຫ້ທັນການ, ສ້າງຕາໜ່າງປ້ອງກັນຄວາມສະຫງົບຢູ່ຂັ້ນຮາກຖານ ແລະ ຂະ ແໜງການຕ່າງໆ ໃຫ້ກວ້າງຂວາງ ເພື່ອຮັບປະກັນໃຫ້ແຂວງ ແລະ ຮາກຖານມີສະຖຽນລະພາບດ້ານການ ເມືອງ, ຄວາມສະຫງົບ ແລະ ປອດໄພທາງດ້ານສັງຄົມ, ເຮັດໃຫ້ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂະຫຍາຍຕົວ ຢ່າງຕໍ່ເນື່ອງ.
ເພີ່ມທະວີວຽກງານແນວໂຮມ ແລະ ວຽກງານມະຫາຊົນຂອງພັກ ໃຫ້ຕອບສະໜອງການຜັນ ຂະຫຍາຍແນວທາງຂອງພັກ ໃນການເຕົ້າໂຮມກໍາລັງແຮງສັງລວມ ເພື່ອພັດທະນາເສດຖະກິດ- ສັງຄົມ, ປະ ຕິບັດບັນດາກົນໄກທາງການ ເມືອງ-ສັງຄົມຂອງລະ ບອບປະຊາທິປະໄຕ ປະຊາຊົນ ໃຫ້ເຂັ້ມແຂງ, ຮັບປະກັນສິດເປັນ ເຈົ້າປະຊາທິປະໄຕ ແລະ ຍຸຕິທໍາ ໃນສັງຄົມ.
ເພື່ອສືບຕໍ່ພັດທະນາປະເທດຊາດ ແລະ ທ້ອງຖິ່ນແຂວງເຊກອງ ໃຫ້ຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ຕາມຈຸດໝາຍປາຍທາງ ທີ່ໄດ້ກໍານົດໄວ້.
ເພີ່ມທະວີການປັບປຸງພັກ-ພະນັກງານ ຕາມທິດກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກ ແໜ້ນ, ເດັດດ່ຽວແກ້ໄຂຈຸດ ອ່ອນ-ຄົງຄ້າງພາຍໃນພັກ, ຮັບປະກັນບົດບາດການເຄື່ອນໄຫວນໍາພາຕົວຈິງ ທີ່ເຂັ້ມແຂງຂອງການຈັດຕັ້ງພັກທຸກຂັ້ນ; ສ້າງການຫັນ ປ່ຽນໃໝ່ດ້ານຈິນຕະນາການ, ຍົກລະດັບຄຸນນະ ພາບວຽກງານການເມືອງ-ແນວຄິດ ແລະ ທິດສະດີຂອງພັກ; ສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກ ເຊິ່ງ ໃນວຽກງານພະນັກງານ ໂດຍສຸມໃສສ້າງ ແລະ ປະຕິບັດແຜນກໍານົດພະນັກງານຢ່າງເປັນລະບົບ, ປັບ ປຸງລະບອບເລືອກເຟັ້ນ ແລະ ສັບຊ້ອນພະນັກງານໃຫ້ຖືກຕ້ອງ, ສອດຄ່ອງກັບໜ້າທີ່ການເມືອງ ໃນໄລຍະ ໃໝ່, ພ້ອມກັນນັ້ນ ກໍປະຕິບັດລະບອບຄຸ້ມຄອງ, ຕິດຕາມ, ກວດກາ ແລະ ບັນດາມາດຕະການທາງວິໄນ ຕໍ່ພະນັກງານຢ່າງເຂັ້ມງວດ.