Boeing ຈ່າຍຄ່າເສຍຫາຍ Alaska Airlines 160 ລ້ານກວ່າໂດລາ ເຫດຊິ້ນສ່ວນເຮືອບິນຫລຸດກາງອາກາດ

ບໍລິສັດຜະລິດ ແລະ ຈໍາໜ່າຍເຮືອບິນ Boeing ຈ່າຍຄ່າເສຍຫາຍໃຫ້ Alaska Airlines ຫລາຍກວ່າ 160 ລ້ານໂດລາສະຫະລັດ ເຫດຊິ້ນສ່ວນເຮືອບິນ Boeing 737 Max 9 ຫລຸດກາງອາກາດ ຂະນະບິນເໜືອລັດອໍຣິກອນ ມຸ້ງໜ້າສູ່ລັດແຄລິຟໍເນຍ ຂອງອາເມລິກາ ໃນວັນທີ 5 ມັງກອນຜ່ານມາ ໂດຍຜູ້ໂດຍສານທັງໝົດບໍ່ໄດ້ຮັບບາດເຈັບຮຸນແຮງແຕ່ຢ່າງໃດ.
ອົງການບໍລິຫານການບິນແຫ່ງຊາດ (Federal Aviation Administration: FAA) ຂອງອາເມລິກາ ສັ່ງໂຈະການນໍາໃຊ້ ແລະ ກວດສອບເຮືອບິນລຸ້ນດັ່ງກ່າວທັງໝົດ ໂດຍ United Airlines ເປັນໜຶ່ງໃນສາຍການບິນທີ່ໄດ້ຮັບຜົນກະທົບໜັກທີ່ສຸດ ເນື່ອງຈາກໃຊ້ເຮືອບິນລຸ້ນດັ່ງກ່າວສູງເຖິງ 79 ລໍາ ເຮັດໃຫ້ຕ້ອງເລື່ອນ ຫລື ຍົກເລີກຖ້ຽວນິບຈໍານວນຫລາຍ.
ລາຍງານເບື້ອງຕົ້ນຈາກຄະນະກໍາມະການຄວາມປອດໄພດ້ານການຂົນສົ່ງແຫ່ງຊາດຂອງອາເມລິກາ ລະບຸວ່າ: ເຮືອບິນລໍາດັ່ງກ່າວບໍ່ໄດ້ຕິດຕັ້ງສະລັກກຽວ 4 ອັນທີ່ໃຊ້ຢຶດປະຕູເຂົ້າກັບສ່ວນລໍາຕົວຂອງເຮືອບິນ.
ປັດຈຸບັນສາຍການບິນຕ່າງໆກໍາລັງຮັບມືບັນຫາການຈັດສົ່ງເຮືອບິນທີ່ຊັກຊ້າ ເນື່ອງຈາກ Boeing ໄດ້ໂຈະການຜະລິດເຮືອບິນລໍາໃໝ່ ເພື່ອປັບປຸງແກ້ໄຂຂໍ້ກັງວົນດ້ານການຜະລິດ ແລະ ມາດຕະຖານດ້ານຄວາມປອດໄພ.
ຫລາຍຝ່າຍເບິ່ງວ່າ: Boeing ກໍາລັງຢູ່ໃນສະພາບວິກິດ ໂດຍ Boeing ເປີດເຜີຍວ່າ: ບໍລິສັດຈະມີຄ່າໃຊ້ຈ່າຍຢ່າງໜ້ອຍ 4.000 ລ້ານໂດລາ ໃນໄລຍະ 3 ເດືອນທໍາອິດຂອງປີ ເຊິ່ງຫລາຍກວ່າຄາດຄະເນໄວ້.
ຂະນະທີ່, ທ່ານ ເດຟ ຄາລຮູນ CEO ຂອງ Boeing ປະກາດກຽມລາອອກຈາກຕໍາແໜ່ງໃນທ້າຍປີ 2024 ເພື່ອສະແດງຄວາມຮັບຜິດຊອບຕໍ່ວິກິດທີ່ເກີດຂຶ້ນ.
ອ້າງອີງ: