ນ້ຳຖ້ວມ-ດິນເຈື່ອນຢູ່ຫວຽດນາມ ມີຜູ້ເສຍຊີວິດ 37 ຄົນ
October 13, 2017 - 9:39 AM

ເຈົ້າໜ້າທີ່ຫວຽດນາມ ກ່າວວ່າ: ນ້ຳຖ້ວມ ແລະ ດິນເຈື່ອນຢູ່ຫວຽດນາມຈາກພາຍຸເຂດຮ້ອນພັດຖະຫລົ່ມ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 37 ຄົນ, ສູນຫາຍ 40 ຄົນ, ເຮືອນຫລາຍຫລັງເປ່ເພ ແລະ ເນື້ອທີ່ກະສິກຳເສຍຫາຍ ທາງພາກເໜືອ ແລະ ພາກກາງຂອງປະເທດ.
ສຳນັກງານຄວບຄຸມໄພພິບັດຫວຽດນາມ ລາຍງານໃນວັນທີ 12 ຕຸລາວ່າ: ມີຜູ້ໄດ້ຮັບບາດເຈັບ 21 ຄົນ, ເຮືອນເສຍຫາຍ ລວມກວ່າ 1.000 ຫລັງ, ຈົມຢູ່ໃຕ້ນ້ຳອີກ 16.740 ຫລັງ, ໂຄງສ້າງສາທາລະນູປະໂພກ ແລະ ເນື້ອທີ່ກະສິກຳເສຍຫາຍຫລາຍແຫ່ງຢູ່ແຂວງທາງພາກກາງ ແລະ ພາກເໜືອ, ພື້ນທີ່ໄດ້ຮັບຜົນກະທົບຫລາຍທີ່ສຸດຢູ່ແຂວງຮົວບິນທາງພາກເໜືອ ມີລາຍງານຜູ້ເສຍຊີວິດ 11 ຄົນ ແລະ ສູນຫາຍ 21 ຄົນ ພາຍຫລັງພາຍຸເຂດຮ້ອນພັດຖະຫລົ່ມທາງພາກກາງຂອງຫວຽດນາມ ໃນວັນທີ 10 ຕຸລາ ແລະ ເຮັດໃຫ້ຝົນຕົກໜັກ.