ສປປ ລາວ ສາມາດກວດກູ້ລະເບີດບໍ່ທັນແຕກອອກຈາກເນື້ອທີ່ຕ່າງໆໄດ້ 5.000–6.000 ເຮັກຕາ ຕໍ່ປີ

ວັນທີ 8 ເມສາ 2024 ຢູ່ແຂວງຫລວງພະບາງ ໄດ້ຈັດພິທີສະເຫລີມສະຫລອງວັນສາກົນວ່າດ້ວຍການສົ່ງເສີມຄວາມຮັບຮູ້ ແລະ ການຊ່ວຍເຫລືອວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກ ວັນທີ 4 ເມສາ ຄົບຮອບ 19ປີ ພາຍໃຕ້ຄຳຂັວນ: “ປົກປ້ອງຊິວິດ ສ້າງສັນຕິພາບ”.
ທ່ານ ສະເຫລີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ປະທານ ຄະນະກໍາມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ລາວ ກ່າວວ່າ: ເພືິ່ອລະນຶກເຖິງຜົນກະທົບອັນໂຫດຮ້າຍ ແລະ ຍາວນານຂອງລະເບີດບໍ່ທັນແຕກແລ້ວ ມັນຍັງເປັນການສະແດງໃຫ້ເຫັນເຖິງຄວາມເຫັນອົກເຫັນໃຈຕໍ່ຜູ້ຖືກເຄາະຮ້າຍ ແລະ ປະຊາຊົນທີ່ຍັງດໍາລົງຊີ ວິດແບບສ່ຽງໄພກັບລະເບີດບໍ່ທັນແຕກໃນແຕ່ລະວັນ, ຮຽກຮ້ອງໃຫ້ມີການເພີ່ມຄວາມພະຍາຍາມໃນການແກ້ໄຂບັນຫາດັ່ງກ່າວເພືິ່ອປົກປ້ອງຊີວິດ ແລະ ປົກປ້ອງການດໍາລົງຊີວິດທີ່ຜາສຸກຂອງທຸກຄົນ ພ້ອມທັງເປັນການສ້າງຈິດສໍານຶກໃຫ້ທົ່ວສັງຄົມ ຮັບຮູ້ເຖິງຄວາມສ່ຽງ ແລະ ໄພອັນຕະລາຍ ຂອງລະ ເບີດທີ່ບໍ່ທັນແຕກທີ່ຍັງຕົກຄ້າງຢູ່ລາວ, ສຳລັບວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກ ແມ່ນວາລະໜຶ່ງທີ່ສໍາຄັນຂອງວົງຄະນະຍາດສາກົນ ໂດຍສະເພາະແມ່ນ ສປປ ລາວ ທີ່ເວລາໃດກໍຖືເອົາການແກ້ໄຂບັນຫາ ລບຕ ເປັນບູລິມະສິດຂອງຊາດ ໃນການປົກປັກຮັກສາຊີວິດຂອງປະຊາຊົນ ຈາກໄພຂົ່ມຂູ່.
ໃນປີຜ່ານມາຢູ່ ສປປ ລາວ 50% ຂອງຜູ້ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກ ແມ່ນເດັກນ້ອຍ ແລະ ໃນປີ 2024 ນີ້ ໄລຍະ 3 ເດືອນທໍາອິດ ໄດ້ເກີດມີອຸບັດຕິເຫດຈາກລະເບີດບໍ່ທັນແຕກ 10 ຄັ້ງ, ມີຜູ້້ຖືກເຄາະຮ້າຍ 21 ຄົນ ໃນນັ້ນເປັນເດັກນ້ອຍ ແລະໄວໜຸ່ມ 12 ຄົນ ອາຍຸລະຫວ່າງ 5–16 ປີ. ສະນັ້ນ ເພື່ອພ້ອມກັນສຸມຄວາມພະຍາຍາມປະຕິບັດບູລິມະສິດຢ່າງແທດເໝາະຕາມເປົ້າໝາຍທີ່ວາງໄວ້ໃຫ້ປະກົດຜົນເປັນຈິງໃນການຫລຸດຜ່ອນຈໍານວນຜູ້ຖືກເຄາະຮ້າຍລົງໃຫ້ໄດ້ຕ່ຳທີ່ສຸດໃຫ້ເປັນສູນ ໂດຍຜ່ານການເພີ່ມການໂຄສະນາຄວາມສ່ຽງໄພຈາກ ລບຕ ໃຫ້ທົ່ວເຖິງຮອດປະຊາຊົນທຸກບ້ານ ໃນທຸກແຂວງທົ່ວປະເທດ ຄຽງຄູ່ໄປກັບການສະໜອງການສໍາຫລວດ ແລະ ກວດກູ້ ລບຕ ໃຫ້ໄດ້ທົ່ວທຸກພື້ນທີ່ມີການນໍາໃຊ້ພື້ນທີ່ດິນເຊັ່ນ: ທີ່ຢູ່ອາໄສ, ແຫລ່ງທໍາມາຫາກິນຂອງປະຊາຊົນ, ພື້ນທີ່ໂຄງການປຸກສ້າງໂຮງໝໍ , ໂຮງຮຽນ ແລະ ການພັດທະນາຂອງຊຸມຊົນ ອື່ນໆ.
ຍ້ອນການຮ່ວມມື ແລະ ການຊ່ວຍເຫລືອຈາກທຸກພາກສ່ວນທີ່ກ່ຽວຂ້ອງໂດຍສະເພາະຄູ່ຮ່ວມພັດທະນາທີ່ໄດ້ສືບຕໍ່ໃຫ້ທຶນສະໜັບສະໜູນເຊັ່ນ: ການາດາ, ອຽກລັງ, ຍີ່ປຸ່ນ, ລຸກຊໍາບວກ, ນູແວນເຊລັງ, ສ.ເກົາຫລີ, ອັງກິດ, ອົງການສະຫະປະຊາຊາດ ເພື່ອການພັດທະນາ ແລະ ບັນດາອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ທີ່ໄດ້ປະກອບສ່ວນດ້ານເຕັກນິກວິຊາການ, ທຶນຮອນ ແລະ ວັດຖຸ ອຸປະກອນ ທີ່ເຮັດໃຫ້ລາວເຮົາສາມາດກວດກູ້ລະເບີດບໍ່ທັນແຕກອອກຈາກພື້ນທີ່ການຜະລິດ,ເນື້ອທີ່ປຸກສ້າງ ແລະ ເນື້ອທີ່ສາທາລະນະໄດ້ 5.000–6.000 ເຮັກຕາ ຕໍ່ປີ.