ອົງການອະນາໄມໂລກປະກາດທົດລອງພະຍາດອະຫິວາຄັ້ງໃຫຍ່ທີ່ສຸດ ຫລັງພົບຜູ້ຕິດເຊື້ອເພີ່ມຂຶ້ນ

ອົງການອະນາໄມໂລກປະກາດທົດລອງພະຍາດອະຫິວາຄັ້ງໃຫຍ່ທີ່ສຸດ ຫລັງພົບຜູ້ຕິດເຊື້ອເພີ່ມຂຶ້ນ - IMG 20240405 WA0042 h2 - ອົງການອະນາໄມໂລກປະກາດທົດລອງພະຍາດອະຫິວາຄັ້ງໃຫຍ່ທີ່ສຸດ ຫລັງພົບຜູ້ຕິດເຊື້ອເພີ່ມຂຶ້ນ
ອົງການອະນາໄມໂລກປະກາດທົດລອງພະຍາດອະຫິວາຄັ້ງໃຫຍ່ທີ່ສຸດ ຫລັງພົບຜູ້ຕິດເຊື້ອເພີ່ມຂຶ້ນ - kitchen vibe - ອົງການອະນາໄມໂລກປະກາດທົດລອງພະຍາດອະຫິວາຄັ້ງໃຫຍ່ທີ່ສຸດ ຫລັງພົບຜູ້ຕິດເຊື້ອເພີ່ມຂຶ້ນ

     ອົງການອະນາໄມໂລກ (WHO) ແລະ ພັນທະມິດ ເລີ່ມດໍາເນີນການກວດບົ່ງມະຕິພະຍາດອະຫິວາຢ່າງວ່ອງໄວທົ່ວໂລກ ຄັ້ງໃຫຍ່ທີ່ສຸດເທົ່າທີ່ເຄີຍມີມາ ເພື່ອຕໍ່ສູ້ກັບການຕິດເຊື້ອທີ່ເພີ່ມຂຶ້ນ.

     ວັນທີ 8 ເມສາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: WHO ລະບຸໃນຖະແຫລງການວ່າ: ຊຸດທົດລອງພະຍາດອະຫິວາຫລາຍກວ່າ 1,2 ລ້ານຊຸດ ຈະຖືກແຈກຢາຍໄປເຖິງ 14 ປະເທດທີ່ມີຄວາມສ່ຽງສູງໃນມໍ່ໆນີ້ ຕາມໂຄງການກວດບົ່ງມະຕິລະດັບໂລກ ເຊິ່ງມີເປົ້າໝາຍເພື່ອເລັ່ງການກວດພົບການແຜ່ລະບາດ.

ອົງການອະນາໄມໂລກປະກາດທົດລອງພະຍາດອະຫິວາຄັ້ງໃຫຍ່ທີ່ສຸດ ຫລັງພົບຜູ້ຕິດເຊື້ອເພີ່ມຂຶ້ນ - Visit Laos Visit SALANA BOUTIQUE HOTEL - ອົງການອະນາໄມໂລກປະກາດທົດລອງພະຍາດອະຫິວາຄັ້ງໃຫຍ່ທີ່ສຸດ ຫລັງພົບຜູ້ຕິດເຊື້ອເພີ່ມຂຶ້ນ
ອົງການອະນາໄມໂລກປະກາດທົດລອງພະຍາດອະຫິວາຄັ້ງໃຫຍ່ທີ່ສຸດ ຫລັງພົບຜູ້ຕິດເຊື້ອເພີ່ມຂຶ້ນ - Visit Laos Visit SALANA BOUTIQUE HOTEL - ອົງການອະນາໄມໂລກປະກາດທົດລອງພະຍາດອະຫິວາຄັ້ງໃຫຍ່ທີ່ສຸດ ຫລັງພົບຜູ້ຕິດເຊື້ອເພີ່ມຂຶ້ນ

     ປະເທດທີ່ຈະໄດ້ຮັບຊຸດທົດລອງໃນມໍ່ໆນີ້ຄືປະເທດທີ່ໄດ້ຮັບຜົນກະທົບຢ່າງຮຸນແຮງຈາກການລະບາດຂອງພະຍາດອະຫິວາໃນປັດຈຸບັນເຊັ່ນ: ມາລາວີ, ເອທິໂອປີ, ໂຊມາລີ, ຊິຣີ ແລະ ແຊມບີ. ຖະແຫລງການລະບຸ.

     ທັງນີ້, ໂຄງການດັ່ງກ່າວເປັນການຮ່ວມມືລະຫວ່າງອົງກອນຕ່າງໆ ບໍ່ວ່າຈະເປັນ WHO, ອົງກອນພັນທະມິດເພື່ອວັກຊີນ (ກາວີ), ກອງທຶນເພື່ອເດັກແຫ່ງສະຫະປະຊາຊາດ (ອຸຍນິເຊັບ) ລວມທັງກຸ່ມອົງກອນເພື່ອການຄວບຄຸມພະຍາດອະຫິວາ (GTFCC) ເຊິ່ງມີເປົ້າໝາຍເພື່ອຊ່ວຍໃຫ້ປະເທດຕ່າງໆດໍາເນີນການຢ່າງວ່ອງໄວ ຕະຫລອດຈົນປັບປຸງຄວາມແນ່ນອນໃນການກວດຫາການລະບາດຂອງພະຍາດອະຫິວາ ດ້ວຍການເພີ່ມການເຝົ້າລະວັງໃນລະບົບປົກກະຕິ ແລະ ຂີດຄວາມສາມາດໃນການທົດລອງ.

      ໃນເດືອນຜ່ານມາ, WHO ຮຽກຮ້ອງການດໍາເນີນທັນທີ ເພື່ອແກ້ໄຂບັນຫາການຂາດເຂີນວັກຊີນພະຍາດອະຫິວາ ເນື່ອງຈາກສະຖານະການດັ່ງກ່າວສົ່ງຜົນເຮັດໃຫ້ການສັກວັກຊີນປ້ອງກັນເກີດຄວາມຊັກຊ້າ.

     ຂະນະດຽວກັນ, ຖະແຫລງການລະບຸອີກວ່າ: ການລະບາດຊໍ້າຫລາຍເທື່ອໃນປະເທດທີ່ມີການປຸກລະດົມສັກວັກຊີນຢູ່ແລ້ວ ສະແດງໃຫ້ເຫັນຢ່າງຈະແຈ້ງເຖິງຄວາມຈໍາເປັນໃນການປັບປຸງຄວາມໄວ ແລະ ຄວາມແນ່ນອນໃນການລະບຸພື້ນທີ່ ເຊິ່ງເກີດການແຜ່ເຊື້ອຄັ້ງໃໝ່ ຫລື ການລະບາດຢ່າງຕໍ່ເນື່ອງ.

ອົງການອະນາໄມໂລກປະກາດທົດລອງພະຍາດອະຫິວາຄັ້ງໃຫຍ່ທີ່ສຸດ ຫລັງພົບຜູ້ຕິດເຊື້ອເພີ່ມຂຶ້ນ - 5 - ອົງການອະນາໄມໂລກປະກາດທົດລອງພະຍາດອະຫິວາຄັ້ງໃຫຍ່ທີ່ສຸດ ຫລັງພົບຜູ້ຕິດເຊື້ອເພີ່ມຂຶ້ນ
ອົງການອະນາໄມໂລກປະກາດທົດລອງພະຍາດອະຫິວາຄັ້ງໃຫຍ່ທີ່ສຸດ ຫລັງພົບຜູ້ຕິດເຊື້ອເພີ່ມຂຶ້ນ - 4 - ອົງການອະນາໄມໂລກປະກາດທົດລອງພະຍາດອະຫິວາຄັ້ງໃຫຍ່ທີ່ສຸດ ຫລັງພົບຜູ້ຕິດເຊື້ອເພີ່ມຂຶ້ນ
ອົງການອະນາໄມໂລກປະກາດທົດລອງພະຍາດອະຫິວາຄັ້ງໃຫຍ່ທີ່ສຸດ ຫລັງພົບຜູ້ຕິດເຊື້ອເພີ່ມຂຶ້ນ - 3 - ອົງການອະນາໄມໂລກປະກາດທົດລອງພະຍາດອະຫິວາຄັ້ງໃຫຍ່ທີ່ສຸດ ຫລັງພົບຜູ້ຕິດເຊື້ອເພີ່ມຂຶ້ນ