ຈະລາຈອນ ເມືອງສັງທອງ ເຂັ້ມງວດກວດກາຄວາມຖືກຕ້ອງຍານພາຫະນະ ໃນໄລຍະສະຫລອງປີໃໝ່ລາວ ພສ 2567

ພັຕ ຈັນສີ ສີສົມພອນ ຫົວໜ້າກອງຮ້ອຍຕໍາຫລວດຈະລາຈອນ ເມືອງສັງທອງ ນະຄອນຫລວງວຽງຈັນ ລາຍງານໃຫ້ຮູ້ວ່າ: ໄລຍະວັນທີ 11-17 ເມສານີ້, ເຈົ້າໜ້າທີ່ຕໍາຫລວດຈະລາຈອນ ປກສ ເມືອງສັງທອງ ໄດ້ຈັດກຳລັງ ລົງຕັ້ງດ່ານກວດກາຍານພາຫະນະ ຢູ່ເສັ້ນທາງເລກທີ 11 ເຂດບ້ານສໍາພັນນາ ເປັນຕົ້ນແມ່ນ: ກວດທະບຽນລົດ, ໃບກວດກາເຕັກນິກລົດ, ໃບເສຍຄ່າທໍານຽມທາງ ແລະ ອື່ນໆ.
ນອກນີ້, ຍັງສຸມໃສ່ກວດກາຜູ້ຂັບຂີ່ທີ່ລະເມີດກົດຈະລາຈອນເມົາແລ້ວຂັບຂີ່, ຂັບຂີ່ລົດໄວເກີນກຳນົດ; ຫາກພົບຜູ້ລະເມີດແມ່ນຈະໄດ້ສຶກສາອົບຮົມ ແລະ ໂຄສະນາເຜີຍແຜ່ກົດລະບຽບຈະລາຈອນໄປຄວບຄູ່ກັນ ເພື່ອເຮັດໃຫ້ຜູ້ຂັບຂີ່ຮັບຮູ້ ແລະ ເຂົ້າໃຈກົດລະບຽບຈະລາຈອນຫລາຍຂຶ້ນ.
ທັງນີ້ກໍເພື່ອເຮັດໃຫ້ການສະເຫລີມສະຫລອງສົ່ງທ້າຍປີເກົ່າ ພສ 2566 ແລະ ຕ້ອນຮັບປີໃໝ່ລາວ ພສ 2567 ມີຄວາມເບີກບານມ່ວນຊື່ນ, ມີຄວາມສະຫງົບປອດໄພ ແລະ ຫລຸດຜ່ອນການເກີດອຸປະຕິເຫດບົນທ້ອງຖະໜົນຫລວງ. ພ້ອມທັງຮຽກຮ້ອງໃຫ້ຜູ້ໃຊ້ລົດໃຊ້ຖະໜົນຈົ່ງພ້ອມກັນປະຕິບັດກົດລະບຽບການສັນຈອນໃຫ້ຖືກຕ້ອງ, ຫລິ້ນບຸນຢ່າງມີຄວາມສຸກ ແລະ ປອດໄພໃນການສັນຈອນ.