IEA ຫລຸດການຄາດຄະເນຄວາມຕ້ອງການນໍ້າມັນ ສາເຫດຍ້ອນດີມານໃນກຸ່ມ OECD ອ່ອນເກີນຄາດ

ສໍານັກງານພະລັງງານສາກົນ (IEA) ໄດ້ຫລຸດການຄາດຄະເນການເຕີບໃຫຍ່ຂອງຄວາມຕ້ອງການນໍ້າມັນໃນປີ 2024 ລົງ ໃນວັນທີ 12 ເມສາ ໂດຍໃຫ້ເຫດຜົນວ່າ: ການຊົມໃຊ້ໃນກຸ່ມປະເທດ OECD ຕໍ່າກວ່າການຄາດຄະເນໄວ້ ແລະ ກິດຈະກໍາໃນຂະແໜງອຸດສາຫະກໍາກໍຫລຸດລົງ.
ສໍານັກຂ່າວຣອຍເຕີລາຍງານວ່າ: IEA ໄດ້ຫລຸດທ່າອ່ຽງການເຕີບໃຫຍ່ສໍາລັບປີນີ້ລົງ 130.000 ບາເຣລຕໍ່ວັນ (bpd) ສູ່ລະດັບ 1,2 ລ້ານບາເຣລຕໍ່ວັນ ໂດຍກ່າວວ່າ: ການປົດປ່ອຍຄວາມຕ້ອງການທີ່ສະສົມໄວ້ (pent-up demand) ຂອງຈີນ ເຊິ່ງເປັນປະເທດຜູ້ນໍາເຂົ້ານໍ້າມັນລາຍໃຫຍ່ຂອງໂລກ ຫລັງຈາກຫລຸດຜ່ອນມາດຕະການຄວບຄຸມໂຄວິດ-19 ນັ້ນ ໄດ້ດໍາເນີນມາຈົນສຸດທາງແລ້ວ.
“ຂໍ້ມູນການສົ່ງມອບສໍາລັບຫລາຍປະເທດຊີ້ໃຫ້ເຫັນເຖິງການຫລຸດລົງ ເນື່ອງຈາກສະພາບອາກາດທີ່ອົບອຸ່ນຜິດປົກກະຕິໃນທ້າຍລະດູໜາວ ເຮັດໃຫ້ການນໍາໃຊ້ເຊື້ອໄຟສໍາລັບເຮັດຄວາມຮ້ອນໃນກຸ່ມປະເທດ OECD ຫລຸດລົງຫລາຍກວ່າປົກກະຕິ” IEA ລະບຸໃນລາຍງານຄາດຄະເນອຸປະສົງນໍ້າມັນປະຈໍາເດືອນ.
IEA ລະບຸວ່າ: ການເຕີບໃຫຍ່ຂອງຄວາມຕ້ອງການນໍ້າມັນໃນປີ 2025 ຈະຫລຸດລົງເຫລືອ 1,1 ລ້ານບາເຣລຕໍ່ວັນ ໂດຍຄາດວ່າການເຕີບໃຫຍ່ຂອງ GDP ທົ່ວໂລກຈະຊົງຕົວ ແລະ ການຂະຫຍາຍຕົວຂອງລົດໄຟຟ້າ (EV) ຄາດວ່າຈະເລັ່ງຕົວຂຶ້ນ.
IEA ຕັ້ງຂໍ້ສັງເກດວ່າ: ບົດບາດຂອງຈີນຕໍ່ການເພີ່ມຂຶ້ນຂອງຄວາມຕ້ອງການນໍ້າມັນທົ່ວໂລກມີທ່າອ່ຽງຈະຫລຸດລົງຈາກ 79% ໃນປີ 2023 ເປັນ 45% ໃນປີ 2024 ແລະ 27% ໃນປີ 2025.