ຊາວຫລວງພະບາງອັງເຊີນອົງພຣະບາງພຸດທະຣາວັນລົງຫົດສົງໃນໂອກາດບຸນປີໃໝ່ລາວ ພສ 2567

ຊາວຫລວງພະບາງອັງເຊີນອົງພຣະບາງພຸດທະຣາວັນລົງຫົດສົງໃນໂອກາດບຸນປີໃໝ່ລາວ ພສ 2567 - 617 - ຊາວຫລວງພະບາງອັງເຊີນອົງພຣະບາງພຸດທະຣາວັນລົງຫົດສົງໃນໂອກາດບຸນປີໃໝ່ລາວ ພສ 2567
ຊາວຫລວງພະບາງອັງເຊີນອົງພຣະບາງພຸດທະຣາວັນລົງຫົດສົງໃນໂອກາດບຸນປີໃໝ່ລາວ ພສ 2567 - kitchen vibe - ຊາວຫລວງພະບາງອັງເຊີນອົງພຣະບາງພຸດທະຣາວັນລົງຫົດສົງໃນໂອກາດບຸນປີໃໝ່ລາວ ພສ 2567

  ຕອນເຊົ້າ ວັນທີ 17 ເມສາ 2024 ນີ້, ຊາວນະຄອນຫລວງພະບາງ ເມືອງມໍລະດົກໂລກ ໄດ້ຈັດຕັ້ງພິທີ ອາລາດຖະນາອັງເຊີນອົງພຣະບາງພຸດທະຣາວັນ, ອົງພຣະສັກສິດ ອັນເປັນທີ່ເຄົາລົບນົບໄຫ້ວ ຂອງປວງຊົນລາວທັງຊາດ ລົງຈາກຫໍພະບາງ ລົງປະດິເສະຖານຢູ່ວັດໃໝ່ສຸວັນນະພູມມາຣາມ ເພື່ອໃຫ້ຊາວພຸດທະສາຊະນິກະຊົນ ໄດ້ຫົດສົງໂອກາດບຸນຕຸດສົງການປີໃໝ່. ການຫົດສົງອົງພຣະບາງ ຈະໄດ້ດຳເນີນເປັນເວລາ 3 ມື້ 3 ຄືນ ຈົນເຖິງວັນທີ 20 ເມສາ ຈຶ່ງຈະມີພິທີອາລາດຖະນາອັງເຊີນ ອົງພຣະບາງຂຶ້ນປະດິດສະຖານໄວ້ຫໍພະບາງຕາມເດີມ, ສໍາລັບຕອນຄໍ່າ ຈະມີການຄົບງັນຕາມປະເພນີ ພ້ອມທັງຊົມການສະແດງສິລະປະຈາກນັກສະແດງ ຂອງໂຮງລະຄອນພະລັກພະລາມຕື່ມອີກ.

  ພິທີອາຣາດຖະນາ ເລີ່ມຕົ້ນດ້ວຍພິທີທາງສາສະໜາ ໂດຍພະເຖລານຸເຖລະ ໄດ້ນຳພາຊາວພຸດທະສາຊະນິກະຊົນ ກ່າວຄຳອາລາດຖະນາອົງອັງເຊີນອົງພະບາງ ຂຶ້ນປະທັບໃນຫວໍ່ເທີງຣາດສະລົດ ແລະໄດ້ມີຂະບວນແຫ່ ເຄື່ອນຈາກຫໍພຣະບາງ ໃນຫໍພິພິທະພັນແຫ່ງຊາດຫລວງພະບາງ ສູ່ວັດໃໝ່ສຸວັນນະພູມມາລາມ, ເລີ່ມຕົ້ນດ້ວຍ ຂະບວນທຸງຊາດ-ທຸງສາສະໜາ, ຂະບວນເສບດົນຕີພື້ນເມືອງ, ຂະບວນພາມມະນາຈານ, ຂະບວນເປົ່າແຄນ-ຫອຍສັງ, ຂະບວນພະເຖຣະ 9 ອົງ, ຂະບວນກອງຄຸມ-ທຽນອາດ, ບຸດສະບົກ ຫຼື ຣາດສະລົດພະບາງ, ຂະບວນສຳມະເນນ-ພະສົງ, ຂະບວນການນຳຂັ້ນແຂວງ, ນະຄອນ-ເມືອງ ແລະ ຂະບວນມວນຊົນທົ່ວໄປ. ແຕ່ລະຂະບວນແມ່ນໄດ້ສ້າງຄວາມປະທັບໃຈໃຫ້ແກ່ແຂກທີ່ໄດ້ເຂົ້າຮ່ວມງານ ເປັນຢ່າງດີ.

ຊາວຫລວງພະບາງອັງເຊີນອົງພຣະບາງພຸດທະຣາວັນລົງຫົດສົງໃນໂອກາດບຸນປີໃໝ່ລາວ ພສ 2567 - Visit Laos Visit SALANA BOUTIQUE HOTEL - ຊາວຫລວງພະບາງອັງເຊີນອົງພຣະບາງພຸດທະຣາວັນລົງຫົດສົງໃນໂອກາດບຸນປີໃໝ່ລາວ ພສ 2567
ຊາວຫລວງພະບາງອັງເຊີນອົງພຣະບາງພຸດທະຣາວັນລົງຫົດສົງໃນໂອກາດບຸນປີໃໝ່ລາວ ພສ 2567 - Visit Laos Visit SALANA BOUTIQUE HOTEL - ຊາວຫລວງພະບາງອັງເຊີນອົງພຣະບາງພຸດທະຣາວັນລົງຫົດສົງໃນໂອກາດບຸນປີໃໝ່ລາວ ພສ 2567
ຊາວຫລວງພະບາງອັງເຊີນອົງພຣະບາງພຸດທະຣາວັນລົງຫົດສົງໃນໂອກາດບຸນປີໃໝ່ລາວ ພສ 2567 - 4 - ຊາວຫລວງພະບາງອັງເຊີນອົງພຣະບາງພຸດທະຣາວັນລົງຫົດສົງໃນໂອກາດບຸນປີໃໝ່ລາວ ພສ 2567
ຊາວຫລວງພະບາງອັງເຊີນອົງພຣະບາງພຸດທະຣາວັນລົງຫົດສົງໃນໂອກາດບຸນປີໃໝ່ລາວ ພສ 2567 - 5 - ຊາວຫລວງພະບາງອັງເຊີນອົງພຣະບາງພຸດທະຣາວັນລົງຫົດສົງໃນໂອກາດບຸນປີໃໝ່ລາວ ພສ 2567
ຊາວຫລວງພະບາງອັງເຊີນອົງພຣະບາງພຸດທະຣາວັນລົງຫົດສົງໃນໂອກາດບຸນປີໃໝ່ລາວ ພສ 2567 - 3 - ຊາວຫລວງພະບາງອັງເຊີນອົງພຣະບາງພຸດທະຣາວັນລົງຫົດສົງໃນໂອກາດບຸນປີໃໝ່ລາວ ພສ 2567