ທົ່ວໂລກປະນາມເຫດລະເບີດ ຢູ່ໂຊມາລີ ມີຜູ້ເສຍຊີວິດເກືອບ 300 ຄົນ
ສະຫະປະຊາຊາດ ແລະ ອາເມລິກາປະນາມເຫດລະເບີດຄັ້ງຮຸນແຮງໃຈກາງນະຄອນຫລວງໂມກາດິຊູ ທີ່ມີຜູ້ເສຍຊີວິດເພີ່ມຂຶ້ນຢ່າງຕໍ່ເນື່ອງເປັນເກືອບ 300 ຄົນແລ້ວ, ຂະນະທີ່ລັດຖະບານໂຊມາລີໄວ້ອາໄລທົ່ວປະເທດ ແລະ ເຊື່ອວ່າເປັນຝີມືຂອງກຸ່ມອັດຊາບັບ.
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງໂມກາດິຊູ ປະເທດໂຊມາລີ ໃນວັນທີ 16 ຕຸລາວ່າ: ປະທານາທິບໍດີ ໂມຮຳເໝັດ ອັບດຸນລາຮີ ຟາມາອາໂຈ ຜູ້ນຳໂຊມາລີ ປະກາດໃນວັນທີ 15 ຕຸລາ ໃຫ້ມີການໄວ້ອາໄລທົ່ວປະເທດເປັນເວລາ 3 ວັນ ແກ່ຜູ້ເສຍຊີວິດຢ່າງໜ້ອຍ 276 ຄົນ ຈາກເຫດຄົນຮ້າຍເຊື່ອງລະເບີດໄວ້ໃນລົດບັນທຸກແລ້ວຈູດສະນວນບໍລິເວນສີ່ແຍກ K5 ທີ່ຢູ່ໃຈກາງເມືອງຫລວງ ໃກ້ກັບໂຮງແຮມຫລູຊື່ ຊາຟາຣີ ແລະ ບ່ອນເຮັດວຽກຂອງລັດອີກຫລາຍແຫ່ງ ໃນວັນທີ 14 ຕຸລາ, ພ້ອມທັງຮຽກຮ້ອງໃຫ້ຊາວໂຊມາລີສາມັກຄີກັນ ເນື່ອງຈາກເຫດການທີ່ເກີດຂຶ້ນເປັນເຄື່ອງພິສູດໄດ້ຢ່າງດີວ່າ “ສັດຕູຂອງຊາດ” ບໍ່ຕ້ອງການໃຫ້ປະເທດເກີດຄວາມສະຫງົບຮຽບຮ້ອຍ.
Pres Farmajo "Today's horrific attack proves our enemy would stop nothing to cause our people pain and suffering. Lets unite against terror. pic.twitter.com/YcMtV5TcOC
— Villa Somalia (@TheVillaSomalia) October 14, 2017
"We will observe 3 days of mourning for innocent victims, flags will be flown at half-mast. Time to unite & pray together. Terror won't win"
— Villa Somalia (@TheVillaSomalia) October 14, 2017
ນອກຈາກນີ້, ລາຍງານຂອງກະຊວງຂ່າວສານລະບຸອີກວ່າ: ແຮງລະເບີດຍັງສົ່ງຜົນໃຫ້ມີຜູ້ໄດ້ຮັບບາດເຈັບອີກປະມານ 300 ຄົນ, ເຖິງວ່າຍັງບໍ່ມີບຸກຄົນກຸ່ມໃດອອກມາຮັບອ້າງວ່າຢູ່ເບື້ອງຫລັງ, ແຕ່ລັດຖະບານໂມກາດິຊູເຊື່ອວ່າເປັນຝີມືຂອງກຸ່ມກໍ່ການຮ້າຍອັດຊາບັບ ແລະ ເຫດການຄັ້ງນີ້ຖືເປັນການກໍ່ການຮ້າຍຄັ້ງຮຸນແຮງທີ່ສຸດໃນປະຫວັດສາດຂອງອາຟຣິກາ ຍິ່ງກວ່າເຫດລະເບີດທຳລາຍສະຖານເອກອັກຄະລັດຖະທູດອາເມລິກາປະຈຳນະຄອນຫລວງໄນໂຣບີ ຢູ່ເກນຢາ ແລະ ສະຖານເອກອັກຄະລັດຖະທູດອາເມລິກາປະຈຳນະຄອນຫລວງດາເອສຊາລາມ ຢູ່ແທນຊານີ ໃນປີ 1998 ທີ່ມີຜູ້ເສຍຊີວິດລວມກັນ 224 ຄົນ ແລະ ກຸ່ມອັດກໍອີດະອ້າງເປັນຜູ້ລົງມື.
ທາງດ້ານສະຫະປະຊາຊາດ (UN), ອາເມລິກາ, ສະຫະຣາຊະອານາຈັກ ແລະ ຝຣັ່ງ ຕະຫລອດຮອດຄະນະກຳມະການກາແດງສາກົນ (ICRC) ອອກຖະແຫລງການປະນາມເຫດລະເບີດຢູ່ນະຄອນຫລວງໂມກາດິຊູຢ່າງໜັກ, ຂະນະທີ່ເກນຢາ ແລະ ຕວກກີສົ່ງເຮືອບິນລຳລຽງອຸປະກອນຊ່ວຍເຫລືອທາງການແພດໄປນະຄອນຫລວງໂມກາດິຊູແລ້ວ ໂດຍປະທານາທິບໍດີ ເຣເຊບ ເທຍິບ ເອີໂດກັນ ກ່າວວ່າ: ລັດຖະບານອັງກາຣາຍິນດີນຳເອົາຜູ້ທີ່ໄດ້ຮັບບາດເຈັບສາຫັດໃຫ້ເຂົ້າມາປິ່ນປົວຢູ່ຕວກກີ. ທັງນີ້ ປັດຈຸບັນຕວກກີຖືເປັນໜຶ່ງໃນປະເທດຜູ້ລົງທຶນລາຍໃຫຍ່ລຳດັບຕົ້ນຢູ່ໂຊມາລີ ແລະ ຫາກໍເປີດຖານທັບຂະໜາດໃຫຍ່ທີ່ສຸດຢູ່ໂຊມາລີໃນເດືອນກັນຍາຜ່ານມາ.
Sickened by attacks in Mogadishu. I send condolences to the victims and urge unity in the face of terrorism and violent extremism.
— António Guterres (@antonioguterres) October 15, 2017
US condemns #Mogadishu terrorist attack in strongest possible terms. We stand with #Somalia govt, people, & intl allies to combat terrorism. pic.twitter.com/8kR5UVfbXR
— Heather Nauert (@statedeptspox) October 15, 2017