ຍັງພົບເຫັນລົດຂີ່ສວນເລນຂຶ້ນ ເສັ້ນທາງ One way ແຄມຂອງ ສ່ຽງກໍ່ໃຫ້ເກີດອຸປະຕິເຫດ
April 18, 2024 - 2:09 PM


ພາຍຫລັງທີ່ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນອອກແຈ້ງການເລກທີ 1350/ຍທຂ.ນວ ໃຫ້ເປີດໃຊ້ເສັ້ນທາງແຄມຂອງ ແຕ່ບ້ານສີບຸນເຮືອງ ຫາ ສາມແຍກປາກປາສັກ ເມືອງສີໂຄດຕະບອງ ເປັນທິດທາງລ່ອງພຽງຢ່າງດຽວ (One way) ເລີ່ມແຕ່ວັນທີ 9 ກຸມພາ 2024 ເປັນຕົ້ນໄປ, ເພື່ອຄວາມເປັນລະບຽບຮຽບຮ້ອຍ ແລະ ຫລີກລ່ຽງການເກີດອຸປະຕິເຫດ.
ແຕ່ມາຮອດປັດຈຸບັນຍັງປາກົດເຫັນມີຍານພາຫະນະ ທັງລົດໃຫຍ່ ແລະ ລົດຈັກ ຂີ່ສວນເລນຂຶ້ນເປັນປະຈຳ ທັງທີ່ເສັ້ນທາງດັ່ງກ່າວເປັນທິດທາງລ່ອງພຽງຢ່າງດຽວ. ຝາກເຖິງຜູ້ທີ່ໃຊ້ເສັ້ນທາງດັ່ງກ່າວຄວນເອົາໃຈໃສ່ປະຕິບັດຕາມປ້າຍເຄື່ອງໝາຍຈະລາຈອນຢ່າງເຂັ້ມງວດ, ປະຕິບັດຕາມກົດລະບຽບຈະລາຈອນ ທັງນີ້ກໍເພື່ອຄວາມປອດໄພ, ຫລີກລ່ຽງອຸປະຕິເຫດ ອັນຈະສ້າງຄວາມເສຍຫາຍໃຫ້ຊີວິດ ແລະ ຊັບສິນຂອງຕົວທ່ານເອງແລະຂອງຜູ້ຮັບຖະໜົນ.