ໂຈນ ກຽໝຕໍ່ສັນຍາໃໝ່ກັບ ແມນເຊສເຕີ ຢູໄນເຕັດ ແລ້ວ
October 16, 2017 - 3:51 PM




ໂຈນ ເຫຼືອສັນຍາຢູ່ກັບທີມ ອີກ 20 ເດືອນ ເຊິ່ງ ໂຮເຊ ມູຣິນໂຢ ຜູ້ຈັດການທີມຄົນເກັ່ງ ຂອງ ແມນເຊສເຕີ ຢູໄນເຕັດ ເບິ່ງວ່າລາວເປັນກຳລັງສຳ ຄັນສຳລັບແຜນວຽກໃນອະ ນາຄົດ ຈົນຕັ້ງໃຈທີ່ຈະຕໍ່ສັນຍາ ກັບລາວ ຫຼັງຈາກທີ່ດາວເຕະ ທີມຊາດອັງກິດ ເຮັດຜົນງານ ໄດ້ໜ້າປະທັບໃຈໃນລະດູການນີ້ ແລະ ໄດ້ລົງຫຼິ້ນໃນລີກໄປ ແລ້ວ 8 ນັດ.
ທັງນີ້ຫາກ ໂຈນ ຕົກລົງ ຕໍ່ສັນຍາກັບທີມ ມັນກໍຈະເຮັດ ໃຫ້ລາວເປັນໜຶ່ງໃນກອງຫຼັງທີ່ໄດ້ຮັບຄ່າຈ້າງສູງສຸດຂອງພຣີເມຍລີກ ໂດຍຈະຢູ່ໃນລະດັບ ດຽວກັບ ດາວິດ ຫຼຸຍ ກອງຫຼັງ ຊາວບຣາຊິລ ຂອງທີມ ເຊລຊີ ແລະ ແວ໊ງຊ໊ອງ ກອມປານີ ກອງຫຼັງຂອງທີມ ແມນເຊສເຕີ ຊິຕີ.