ແຂວງວຽງຈັນ ສຳມະນາ ເພື່ອລະດົມຄວາມເຫັນໃສ່ໂຄງການ ການເມືອງ ຂອງພັກ

ກອງປະຊຸມສຳມະນາ ເພື່ອລະດົມຄວາມເຫັນໃສ່ ໂຄງການ ການເມືອງ ຂອງພັກປະຊາຊົນ ປະຕິວັດລາວ ໄດ້ຈັດຂື້ນໃນວັນທີ 22 ເມສາ 2024 ທີ່ຫ້ອງວ່າການແຂວງວຽງຈັນ ໂດຍການເປັນປະທານຂອງ ສະຫາຍ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງວຽງຈັນ, ມີບັນດາສະຫາຍຮອງເລຂາພັກແຂວງ, ຄະນະປະຈຳ, ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ ພະແນກການອ້ອມຂ້າງແຂວງເຂົ້າຮ່ວມ.
ສະຫາຍ ຄຳພັນ ສິດທິດຳພາ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ເປັນກອງປະຊຸມສຸດທີ່ມີຄວາມໝາຍຄວາມສຳຄັນ ຊຶ່ງຈະໄດ້ພ້ອມກັນຄົົ້ນຄວ້າ, ປະກອບຄຳຄິດ ຄຳເຫັນໃສ່ຮ່າງ ໂຄງການ ການເມືອງ ຂອງພັກ ເພື່ອໃຫ້ມີເນື້ອໃນຖືກຕ້ອງ ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ກາຍເປັນທິດທາງໃນການນຳພາ-ຊີ້ນຳ ຂອງພັກເຮົາ ໃນໄລຍະ 25 ປີຕ່ໍໜ້າ, ໃນວາລະໂອກາດ ການສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 100 ປີ ເພື່ອນໍາພາ ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຂອງພວກເຮົາ ໃຫ້ມີຄວາມຈະເລີນກ້າວໜ້າ ແລະ ເພືີ່ອສືບຕ່ໍຜັນຂະຫຍາຍມູນເຊື້ອ ແລະ ບົດຮຽນການນຳພາຂອງພັກເຮົາ ຕະຫອດໄລຍະ 7 ທົດສະວັດ ຜ່ານມາ ຢ່າງປະດິດສ້າງ, ພ້ອມທັງມີຄວາມສະດຸ້ງໄວ ຕໍ່ບັນຫາ, ຂໍ້ຂາດຕົກບົກຜ່ອງ, ທັງຕ້ອງຕັດສິນໃຈ ຢ່າງເດັດຂາດ ແລະ ມີຄວາມເປັນເອກະພາບສູງ ໃນການພິຈາລະນາບັນຫາຕ່າງໆ ທີ່ເກີດຂຶ້ນໃຫ້ເລິກເຊິີ່ງ, ທັນກັບສະພາບການ, ທ່າອ່ຽງຕົວຈິງທັງພາຍໃນ ແລະ ຕ່າງປະເທດ ຢ່າງເປັນລະບົບ ເພື່ອເປັນການກຳນົດຍຸດທະສາດ, ບາດກ້າວເດີນຂອງປະເທດ ກໍຄືການກໍານົດເນື້ອໃນແຫ່ງການເຄືີ່ອນໄຫວນຳພາຂອງພັກເຮົາ ໃຫ້ຖືກຕ້ອງໃນຊຸມປີຕໍ່ໜ້າ ຕາມທິດບູລະນະ ລະບອບປະຊາທິປະໄຕ ປະຊາຊົນ ກ້າວສູ່ຈຸດໝາຍສັງຄົມນິຍົມ. ເພື່ອຍົກສູງຄວາມຮັບຜິດຊອບການເມືອງ, ຄວາມເປັນເຈົ້າການຂອງບັນດາ ສະຫາຍ ກຳມະການສູນກາງພັກ, ຄະນະບໍລິຫານງານພັກແຂວງ-ນະຄອນຫຼ ວງ, ຄະນະພັກຂັ້ນຕ່າງໆ ລວມທັງນັກຄົົ້ນ ຄວ້າ, ນັກວິທະຍາສາດ ແລະ ປັນຍາຊົນ ຊັ້ນຄົນຕ່າງໆ ໄດ້ເສີມຂະຫຍາຍປະຊາທິປະໄຕ, ສະຕິປັນຍາ, ຫົວຄິດປະດິດສ້າງ ປະກອບຄຳຄິດຄຳເຫັນເຂົ້າໃສ່ ໂຄງການ ການເມືອງຂອງພັກ ໃຫ້ມີເນື້ອໃນຄົບຖ້ວນ ເລິກເຊິ່ງ ແລະ ອຸດົມສົມບູນ, ຮັບປະກັນໄດ້ລັກສະນະພັກ, ລັກສະນະວິທະຍາສາດ.
ອີກດ້ານໜຶີ່ງ ກໍຖືເອົາການຄົ້ນຄວ້າປະກອບຄຳເຫັນ ໃສ່ຮ່າງໂຄງການ ການເມືອງ ດັ່ງກ່າວ ເປັນການເຜີຍແຜ່ເຊື່ອມຊຶມໃຫ້ການນຳຂອງພັກ ແຕ່ລະຂັ້ນ ໄດ້ຮັບຮູ້ເຂົ້າໃຈ ແລະ ກຳແໜ້ນຄວາມໝາຍ, ຄວາມສຳຄັນ ຂອງໂຄງການ ການເມືອງ, ທັງເປັນການກະກຽມຢ່າງຮອບດ້ານ ເພືີ່ອຫັນເອົາ ເນື້ອໃນຈິດໃຈຂອງ ໂຄງການ ການເມືອງ ດັ່ງກ່າວ ເຂົ້າໃນການກະກຽມດຳເນີນກອງປະຊຸມໃຫຍ່ ຂັ້ນຂອງຕົນ ໃຫ້ຖືກຕ້ອງສອດຄ່ອງ ກັບແນວທາງນະໂຍບາຍຂອງພັກ.
ກອງປະຊຸມສຳມະນາວິທະຍາສາດ ຫົວຂ້ໍ: “ ໂຄງຮ່າງ ການເມືອງ ຂອງພັກປະຊາຊົນປະຕິວັດລາວ ” ມີທັງໝົດ 3 ພາກ ຄື: ພາກທີ I: ພັກນຳພາການປະຕິວັດ ເຮັດສຳເລັດພາລະກິດປົດປ່ອຍຊາດ ແລະ ສ້າງລະບອບປະຊາທິປະໄຕ ປະຊາຊົນ ກ້າວຂຶ້ນສັງຄົມນິຍົມ; ພາກທີ II: ບູລະນະ ລະບອບປະຊາທິປະໄຕ ປະຊາຊົນ ສູ່ຈຸດໝາຍສັງຄົມນິຍົມ; ພາກທີ III: ການກໍານົດແນວທາງ ແລະ ໜ້າທີ່ຂອງພັກ ໃນແຕ່ລະດ້ານ. ດ້ວຍເຫດນັ້ນ, ປະທານກອງປະຊຸມ ຈຶ່ງໄດ້ຮຽກຮ້ອງ ມາຍັງບັນດາສະຫາຍ ຜູ້ແທນກອງປະຊຸມ ຈົົ່ງສຸມສະຕິປັນຍາ, ຄິດຫງຳ ເພື່ອສ້າງຄວາມເຂົ້າໃຈທີ່ກະຈ່າງແຈ້ງ ທາງດ້ານທິດສະດີ ວິທະຍາສາດ ແລະ ພຶດຕິກຳ ໃຫ້ມີຄວາມອຸດົມສົມບູນ. ພ້ອມດຽວກັນນີ້ກໍຮຽກຮ້ອງມາຍັງບັນດາ ສະຫາຍ ເຂົ້າຮ່ວມຕິດຕາມຮັບຟັງ, ປະກອບຄຳຄິດເຫັນ ເພື່ອໃຫ້ກອງປະຊຸມສຳມະນາ ຄັ້ງນີ້ເຕັມໄປດ້ວຍບັນຍາກາດທີ່ຟົດຟື້ນ ແລະ ບັນລຸຜົນສຳເລັດ ຕາມລະດັບຄາດໝາຍທີີ່ວາງໄວ້.