ອາຊຽນເນັ້ນຮ່ວມມື ເພື່ອສົ່ງເສີມຄວາມໝັ້ນຄົງທາງອາຫານ

ອາຊຽນເນັ້ນຮ່ວມມື ເພື່ອສົ່ງເສີມຄວາມໝັ້ນຄົງທາງອາຫານ - 51488274298 4ded9e58ab o - ອາຊຽນເນັ້ນຮ່ວມມື ເພື່ອສົ່ງເສີມຄວາມໝັ້ນຄົງທາງອາຫານ
ອາຊຽນເນັ້ນຮ່ວມມື ເພື່ອສົ່ງເສີມຄວາມໝັ້ນຄົງທາງອາຫານ - kitchen vibe - ອາຊຽນເນັ້ນຮ່ວມມື ເພື່ອສົ່ງເສີມຄວາມໝັ້ນຄົງທາງອາຫານ

     ສະມັດຊາລັດຖະສະພາອາຊຽນກຽມດໍາເນີນຕາມແນວປະຕິບັດອາຊຽນ ວ່າດ້ວຍການສົ່ງເສີມການລົງທຶນທີ່ມີຄວາມຮັບຜິດຊອບໃນຂະແໜງອາຫານ, ກະສິກໍາ ແລະ ປ່າໄມ້.

     ວັນທີ 25 ເມສາ, ສໍານັກຂ່າວຊິນຮົວລາຍງານວ່າ: ການລົງທຶນທີ່ຍືນຍົງໃນພາກສ່ວນເຫລົ່ານີ້ມີຄວາມສໍາຄັນຫລາຍ ເພື່ອຮັບຮອງຄວາມໝັ້ນຄົງທາງອາຫານ, ຄວາມປອດໄພ ແລະ ໂພຊະນາການຂອງຄົນລຸ້ນໃໝ່ ທ່າມກາງການສ້າງຄວາມເປັນອຸດສາຫະກໍາ ແລະ ການເຕີບໃຫຍ່ຢ່າງວ່ອງໄວຂອງປະຊາກອນ ລວມທັງຄວາມຕ້ອງການຜະລິດຕະພັນອາຫານ, ສິນຄ້າປະມົງ ແລະ ສິນຄ້າຈາກປ່າໄມ້ເພີ່ມຂຶ້ນ ຕາມການສ້າງຄວາມເປັນເມືອງ ແລະ ລາຍໄດ້ທີ່ສູງຂຶ້ນ.

ອາຊຽນເນັ້ນຮ່ວມມື ເພື່ອສົ່ງເສີມຄວາມໝັ້ນຄົງທາງອາຫານ - Visit Laos Visit SALANA BOUTIQUE HOTEL - ອາຊຽນເນັ້ນຮ່ວມມື ເພື່ອສົ່ງເສີມຄວາມໝັ້ນຄົງທາງອາຫານ

      ທັງນີ້, ກອງປະຊຸມເປັນເວລາ 2 ວັນ ລະຫວ່າງວັນທີ 24-25 ເມສາ ຢູ່ນະຄອນຫລວງວຽງຈັນ ສປປ ລາວ ຖືເປັນບາດກ້າວສໍາຄັນຂອງການສົ່ງເສີມການພັດທະນາທີ່ຍືນຍົງ ແລະ ການລົງທຶນທີ່ມີຄວາມຮັບຜິດຊອບໃຫ້ຂະແໜງກະສິກໍາຂອງສະມາຊິກສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ (ອາຊຽນ) ໂດຍມີສະມາຊິກ ແລະ ເຈົ້າໜ້າທີ່ລັດຖະສະພາຈາກປະເທດສະມາຊິກອາຊຽນ 34 ຄົນ, ຄະນະຜູ້ແທນຈາກສໍານັກງານເລຂາທິການອາຊຽນ ແລະ ກະຊວງກະສິກໍາ ແລະ ປ່າໄມ້ຂອງລາວເຂົ້າຮ່ວມ.

       ການຫາລືດັ່ງກ່າວເນັ້ນສົ່ງເສີມຄວາມເຂົ້າໃຈຂອງສະມາຊິກລັດຖະສະພາ ແລະ ຜູ້ມີສ່ວນໄດ້ສ່ວນເສຍ ແລະ ເກື້ອໜູນການດໍາເນີນງານຕາມແນວທາງປະຕິບັດອາຊຽນ ວ່າດ້ວຍການສົ່ງເສີມການລົງທຶນທີ່ມີຄວາມຮັບຜິດຊອບໃນຂະແໜງອາຫານ, ກະສິກໍາ ແລະ ປ່າໄມ້ ຜ່ານການພັດທະນາຂອບການດໍາເນີນງານຂອງລັດຖະສະພາ.

     ນອກຈາກນັ້ນ, ບັນດາຜູ້ເຂົ້າຮ່ວມກອງປະຊຸມໄດ້ຫາລືການລົງມືປະຕິບັດເພື່ອດໍາເນີນຕາມແນວທາງປະຕິບັດ ທີ່ຄວບຄຸມການແກ້ໄຂຊ່ອງຫວ່າງດ້ານການຄວບຄຸມ, ການປະຕິຮູບກົດໝາຍ, ມາດຕະການດ້ານງົບປະມານ, ການເບິ່ງແຍງການປະຕິບັດຕາມກົດລະບຽບ ແລະ ການສື່ສານຄວາມສໍາຄັນຂອງການລົງທຶນທີ່ມີຄວາມຮັບຜິດຊອບ.

ອາຊຽນເນັ້ນຮ່ວມມື ເພື່ອສົ່ງເສີມຄວາມໝັ້ນຄົງທາງອາຫານ - 5 - ອາຊຽນເນັ້ນຮ່ວມມື ເພື່ອສົ່ງເສີມຄວາມໝັ້ນຄົງທາງອາຫານ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!