ປອກຕຸຍການປະກາດສະພາບສຸກເສີນ ຫລັງໄຟໄໝ້ປ່າລຸກລາມເຄິ່ງປະເທດ

ລັດຖະບານປອກຕຸຍການປະກາດສະຖານະການສຸກເສີນຈາກໄຟໄໝ້ປ່າຄັ້ງຮຸນແຮງ 500 ຈຸດ ເຜົາຜານພື້ນທີ່ທາງຕອນເທິງຂອງແມ່ນ້ຳທີ່ໄຫລຜ່ານກາງປະເທດ ມີລາຍງານຜູ້ເສຍຊີວິດແລ້ວ 36 ຄົນ.
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງລິສບອນ ປະເທດປອກຕຸຍການ ໃນວັນທີ 17 ຕຸລາວ່າ: ນາຍົກລັດຖະມົນຕີ ອັນໂຕນິໂອ ຄອສຕາ ປະກາດສະຖານະການສຸກເສີນຈາກໄພພິບັດຄວບຄຸມພື້ນທີ່ທັງໝົດທາງເໜືອຂອງແມ່ນ້ຳແຕນູ ເຊິ່ງເປັນແມ່ນ້ຳສາຍຍາວທີ່ສຸດຢູ່ແຫລມໄອບີຣີ ແລະ ໄຫລຜ່ານກາງປະເທດປອກຕຸຍການ ເນື່ອງຈາກມີໄຟໄໝ້ປ່າເກີດຂຶ້ນປະມານ 500 ຈຸດ ແລະ ລຸກລາມຂະຫຍາຍວົງກວ້າງຢ່າງວ່ອງໄວດ້ວຍກະແສລົມແຮງ ທີ່ເປັນຜົນມາຈາກອິດທິພົນຂອງພາຍຸໂອຟິລີ ເຊິ່ງກໍ່ຕົວຢູ່ມະຫາສະໝຸດອັດລັງຕິກ ສົ່ງຜົນໃຫ້ມີຜູ້ເສຍຊີວິດແລ້ວ 36 ຄົນ ແລະ ໄດ້ຮັບບາດເຈັບອີກ 63 ຄົນ, ຂະນະທີ່ເຈົ້າໜ້າທີ່ມອດໄຟຫລາຍກວ່າ 4.000 ຄົນ ກະຈາຍກຳລັງກັນມອດໄຟ.
ສ່ວນນາຍົກລັດຖະມົນຕີ ມາຣິອາໂນ ຣາຮອຍ ຂອງແອັສປາຍລົງພື້ນທີ່ເຂດປົກຄອງຕົນເອງກາລິຊີ ຢູ່ທາງຕາເວັນຕົກສຽງເໜືອຂອງປະເທດ ຕິດກັບພາກເໜືອຂອງປອກຕຸຍການ ເຊິ່ງເກີດໄຟໄໝ້ປ່າປະມານ 90 ຈຸດ ສົ່ງຜົນໃຫ້ມີຜົນເສຍຊີວິດຢ່າງໜ້ອຍ 3 ຄົນ ແລະ ເຈົ້າໜ້າທີ່ເຊື່ອວ່າເປັນໄຟໄໝ້ປ່າທີ່ເກີດຂຶ້ນຈາກຝີມືມະນຸດ ໂດຍກະຊວງພາຍໃນຂອງແອັສປາຍເປີດເຜີຍວ່າ: ຮູ້ຂໍ້ມູນຂອງຜູ້ຕ້ອງສົງໄສລັກລອບຈູດປ່າແລ້ວ ແລະ ຄາດວ່າຈະສາມາດຈັບກຸມມາດຳເນີນຄະດີໄດ້ມໍ່ໆນີ້.