ຟີລິບປິນປະກາດໄຊຊະນະ ຢູ່ເມືອງມາລາວີ

ປະທານາທິບໍດີ ໂຣດຣິໂກ ດູເຕີເຕ ປະກາດການປົດປ່ອຍເມືອງມາລາວີ “ເປັນອິດສະຫລະຈາກກຸ່ມກໍ່ການຮ້າຍ”, ຫລັງກອງທັບຟີລິບປິນໃຊ້ເວລາເກືອບ 5 ເດືອນໃນການສູ້ຮົບກັບກຸ່ມຫົວຮຸນແຮງແນວຮ່ວມ IS ຈົນສາມາດສັງຫານແກນນຳສອງຄົນສຸດທ້າຍໄດ້ໃນວັນທີ 16 ຕຸລາ.
BREAKING: It took the government nearly five months to defeat the Maute group https://t.co/3mWBzKDsJa
— CNN Philippines (@cnnphilippines) October 17, 2017
Duterte: Ladies & gentlemen, I hereby declare Marawi City liberated from the terrorist influence that marks the beginning of rehabilitation.
— ABS-CBN News (@ABSCBNNews) October 17, 2017
ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງມາລາວີ ປະເທດຟີລິບປິນ ໃນວັນທີ 17 ຕຸລາວ່າ: ປະທານາທິບໍດີ ໂຣດຣິໂກ ດູເຕີເຕ ລົງພື້ນທີ່ເມືອງມາລາວີ ເກາະມິນດາເນົາ ເພື່ອຢ້ຽມຢາມ ແລະ ໃຫ້ກຳລັງໃຈທະຫານ ແລະ ປະຊາຊົນ, ພ້ອມທັງປະກາດວ່າເມືອງມາລາວີ “ໝົດຈາກອິດທິພົນຂອງກຸ່ມກໍ່ການຮ້າຍ” ແລະ ພາລະກິດຂອງລັດຖະບານຕໍ່ຈາກນີ້ຄືການຟື້ນຟູເມືອງມາລາວີໃຫ້ກັບມາສົມບູນຫລາຍທີ່ສຸດ, ແຕ່ພົນຕີ ເຣສຕິຕູໂຕ ປາດິວລາ ໂຄສົກກອງທັບຟີລິບປິນ ກ່າວວ່າ: ເຈົ້າໜ້າທີ່ບາງສ່ວນຍັງປະຕິບັດການໃຫ້ການຊ່ວຍເຫລືອພົນລະເຮືອນອີກປະມານ 20 ຄົນ ເຊິ່ງຖືກກຸ່ມຄົນຮ້າຍປະມານ 30 ຄົນຄວບຄຸມເອົາໄວ້.
ທັງນີ້, ການປະກາດດັ່ງກ່າວຂອງທ່ານ ດູເຕີເຕ ມີຂຶ້ນພາຍຫລັງກອງທັບຟີລິບປິນຢືນຢັນການເສຍຊີວິດຂອງທ່ານ ອິສນິລອນ ຮາປິລອນ ຜູ້ນຳລະດັບສູງຂອງກຸ່ມອາບູ ໄຊຢາບ ແລະ ທ່ານ ໂອມາກາຢຳ ເມົາເຕ ລະຫວ່າງການສູ້ຮົບກັບທະຫານ ໃນວັນທີ 16 ຕຸລາ ໂດຍທ່ານ ໂອມາກາຢຳ ຖືເປັນແກນນຳຄົນສຳຄັນຂອງກຸ່ມກະບົດເມົາເຕ ເຊິ່ງເປີດສາກໂຈມຕີເມືອງມາລາວີໃນທ້າຍເດືອນພຶດສະພາຜ່ານມາ ສົ່ງຜົນໃຫ້ຜູ້ນຳຟີລິບປິນປະກາດກົດໄອຍະການເສິກຢູ່ເກາະມິນດາເນົາ.
ຂະນະທີ່ຈຳນວນຜູ້ເສຍຊີວິດຈາກການສູ້ຮົບຢູ່ເມືອງມາລາວີ ແລະ ພື້ນທີ່ໃກ້ຄຽງມີຫລາຍກວ່າ 1.000 ຄົນ ສ່ວນຫລາຍເປັນສະມາຊິກຂອງກຸ່ມເມົາເຕ ເຊິ່ງປະກາດຈົງຮັກພັກກັບກຸ່ມ IS ແລະ ເປັນເຈົ້າໜ້າທີ່ຝ່າຍຄວາມໝັ້ນຄົງຂອງລັດຖະບານອີກປະມານ 120 ຄົນ, ແຕ່ຄວາມຮຸນແຮງທີ່ເກີດຂຶ້ນສົ່ງຜົນໃຫ້ປະຊາຊົນໃນພື້ນທີ່ຫລາຍກວ່າ 400.000 ຄົນຕ້ອງອົບພະຍົບ.