ລາວ​ຈູດທໍາລາຍ​ຢາເສບຕິດຈໍານວນຫລາຍໃນໂອກາດວັນແຫ່ງຊາດຕ້ານຢາເສບຕິດ

- Burning ceremoney - ລາວ​ຈູດທໍາລາຍ​ຢາເສບຕິດຈໍານວນຫລາຍໃນໂອກາດວັນແຫ່ງຊາດຕ້ານຢາເສບຕິດ
- kitchen vibe - ລາວ​ຈູດທໍາລາຍ​ຢາເສບຕິດຈໍານວນຫລາຍໃນໂອກາດວັນແຫ່ງຊາດຕ້ານຢາເສບຕິດ

ພິທີຈູດທໍາລາຍຢາເສບຕິດເນື່ອງໃນໂອກາດວັນແຫ່ງຊາດຕ້ານຢາເສບຕິດຄົບຮອບ 16 ປີ (12 ຕຸລາ 2001-12 ຕຸລາ 2017) ໄດ້ຈັດຂຶ້ນໃນວັນ​ທີ 17 ຕຸລາ​ນີ້ຢູ່​ເດີ່ນ​ຫາດ​ດອນ​ຈັນ, ເມືອງສີສັດຕະນາກ, ນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ບຸນ​ທອງ ​ຈິດ​ມະນີ ຮອງ​ນາຍົກລັດຖະມົນຕີ, ມີຜູ້ຕາງໜ້າຈາກກະຊວງ, ​ທູ​ຕາ​ນຸທູດ, ອົງການ​ຈັດ​ຕັ້ງ​ສາກົນ ​ແລະ ພາກສ່ວນ​ກ່ຽວຂ້ອງຕ່າງໆ​ເຂົ້າ​ຮ່ວມ.

​ໃນ​ພິທີທ່ານລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ພົນ​ຕີ ສົມ​ແກ້ວ ສີ​ລາ​ວົງ ໄດ້ລາຍ​ງານວ່າ: ​ໃນ​ໄລຍະ 1 ປີຜ່ານ​ມາ, ​ເຈົ້າໜ້າທີ່​ຕຳຫລວດ​ຮ່ວມ​ກັບ​ພາກສ່ວນ​​ກ່ຽວຂ້ອງ​ຂັ້ນ​ຕ່າງໆໄດ້ເອົາໃຈໃສ່ປະຕິບັດໜ້າທີ່​ຂອງ​ຕົນ​ດ້ວຍ​ຄວາມ​ຮັບຜິດຊອບສູງ​, ໂດຍສະເພາະນັບ​ແຕ່​ເດືອນມິຖຸນາ 2016 ​ຮອດ​ເດືອນ​ກັນຍາ 2017 ສາມາດ​ມ້າງ​ຄະດີ​ໄດ້​ 3.814 ​ເລື່ອງ, ຈັບ​ຕົວຜູ້​ຕ້ອງຫາ​ໄດ້ຫລາຍກວ່າ 5.800 ຄົນ, ໃນນີ້​ຕ່າງປະ​ເທດມີ 127 ຄົນ ແລະ ສາມາດຢຶດຢາເສບຕິດໄດ້ຫລາຍປະເພດ ຄື: ຢາ​ບ້າຫລາຍກວ່າ 2.550 ​ກິ​ໂລ, ຢາ​ໄອ 130 ກວ່າກິ​ໂລ ແລະ ​ຢາ​ເສບ​ຕິດ​ທີ່​ນຳ​ມາ​ຈູດ​ທຳລາຍທີ່​ສານ​ໄດ້​ຕັດສິນ ​ແລະ ມີ​ຄຳ​ສັ່ງ​ໃຫ້​ທຳລາຍ​ຖິ້ມໃນຄັ້ງນີ້ມີຢາບ້າຫລາຍກວ່າ 13 ລ້ານ​ເມັດ, ກັນຊາ 2.382 ກິ​​ໂລ, ຢາ​ໄອ 93 ກິ​ໂລ, ​ແປ້ງ​ປະສົມ​ຫົວ​ເຊື້ອຜະລິດ​ຢາ​ບ້າຫລາຍກວ່າ 272 ກິ​ໂລ, ຄາ​ເຟອິນ 4.312 ກິ​ໂລ, ​ໂຣ​ເດ​ຍອອມ 259 ກິ​ໂລ ແລະ ແປ້ງ​ຝຸ່ນ​ສີ​ແດງ 12 ​ແກັດ.

ໃນໂອກາດນີ້, ທ່ານ ບຸນ​ທອງ ຈິດ​ມະນີ ຮອງ​ນາຍົກລັດຖະມົນຕີ ​ໄດ້​ຍົກ​ໃຫ້​ເຫັນ​ວ່າ: ຢາ​ເສບ​ຕິດ​ ແມ່ນ​ບັນຫາ​​ລວມຂອງ​ໂລກທີ່​ເປັນ​ໄພ​ອັນຕະລາຍ​ຮ້າຍ​ແຮງ​ຕໍ່ມະນຸດ, ​ເປັນ​ອຸປະສັກ​ກົດໜ່ວງທ່ວງດຶງ​ການ​ສ້າງສາ​ພັດທະນາ​ເສດຖະ ກິດ-ສັງຄົມຂອງ​ແຕ່ລະ​ປະ​ເທດ, ​ເປັນ​ບໍ່​ເກີດ​ແຫ່ງ​ການກໍ່ອາຊະຍາ​ກຳ ແລະ ສະ​ເພາະ​ຢູ່​ລາວສິ່ງ​ທ້າ​ທາຍ​ໃນ​ປັດຈຸບັນແມ່ນສະພາບ​ການພົວພັນ​ຢາເສບຕິດ​​ໃນໝູ່ຊາວໜຸ່ມ-​ເຍົາວະ​ຊົນຍັງ​ສືບຕໍ່​ແຜ່​ລະບາດ​ຢ່າງໜ້າ​ເປັນ​ຫ່ວງ, ບໍ່ວ່າຢູ່​ເຂດ​ຊົນນະບົດ​ຫ່າງ​ໄກ​ສອກຫລີກກໍຄືໃນຕົວເມືອງ, ຂະນະດຽວກັນການ​ປະ​ຕິ​ບັດ​ມາດ​ຕະການ​ທາງ​ກົດໝາຍຂອງ​ເຈົ້າໜ້າທີ່​ຕຳຫລວດຕໍ່ຜູ້​ກະທຳ​ຜິດຢູ່​ບາງ​ທ້ອງ​ຖິ່ນຍັງ​ບໍ່ທັນ​ເດັດຂາດເຂັ້ມ​ງວດ, ການ​ຮ່ວມ​ມື​ກັບ​ສາກົນ​ໂດຍ​ສະ​ເພາະ​ກັບ​ບັນດາ​ປະ​ເທດ​​ເພື່ອນ​ບ້ານ​ໃກ້​ຄຽງ​ເພື່ອ​ຮ່ວມມື​ສະກັດ​ກັ້ນ​ການ​ລັກລອບ​ຂົນ​ສົ່ງຢາ​ເສບ​ຕິດ ​ແລະ ສານ​ເຄມີ​ຕົ້ນຕາມ​ບໍລິ​ເວນ​ຊາຍ​ແດນ​ຍັງ​ເຮັດບໍ່ທັນ​ໄດ້​ດີ​ເທົ່າ​ທີ່​ຄວນ, ​ຈຶ່ງເຮັດ​ໃຫ້ສະພາບ​ຢາ​ເສບ​ຕິດໄດ້ມີການ​ແຜ່​ລະບາດ​ຫລາຍໃນ​ປັດຈຸບັນ.

- 4 - ລາວ​ຈູດທໍາລາຍ​ຢາເສບຕິດຈໍານວນຫລາຍໃນໂອກາດວັນແຫ່ງຊາດຕ້ານຢາເສບຕິດ
- 5 - ລາວ​ຈູດທໍາລາຍ​ຢາເສບຕິດຈໍານວນຫລາຍໃນໂອກາດວັນແຫ່ງຊາດຕ້ານຢາເສບຕິດ
- 3 - ລາວ​ຈູດທໍາລາຍ​ຢາເສບຕິດຈໍານວນຫລາຍໃນໂອກາດວັນແຫ່ງຊາດຕ້ານຢາເສບຕິດ