ກອງປະຊຸມສຳມະນາກ່ຽວກັບນະວັດຕະກຳ ແລະ ການທ່ອງທ່ຽວທັນສະໄໝ

ວັນທີ 17 ຕຸລານີ້, ກົມເຕັກໂນໂລຊີ ແລະ ນະວັດຕະກໍາ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຮ່ວມກັບ ສຳນັກງານນະວັດຕະກຳແຫ່ງຊາດກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ປະເທດໄທ ພ້ອມດ້ວຍພະແນກວິທະຍາສາດ ແລະ ເຕັກໂນໂລຊີ, ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງຫຼວງພະບາງ ໄດ້ຈັດກອງປະຊຸມສໍາມະນາກ່ຽວກັບນະວັດຕະກຳ ແລະ ການທ່ອງທ່ຽວທີ່ທັນສະໄໝຂຶ້ນ ທີ່ແຂວງຫລວງພະບາງ ໂດຍການເຂົ້າຮ່່ວມຂອງທ່ານເຈົ້າແຂວງຫລວງພະບາງ, ມີຜູ້ຕາງໜ້າພະແນກກ່ຽວຂ້ອງ ພ້ອມດ້ວຍຜູ້ປະກອບການພາຍໃນແຂວງເຂົ້າຮ່ວມຈຳນວນຫລາຍ.
ເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈການຮ່ວມມືທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີໃນການສົ່ງເສີມ ແລະ ພັດທະນານະວັດຕະກຳການທ່ອງທ່ຽວທັນສະໄໝສາມາດແຂ່ງຂັນໄດ້ ເປັນຕົ້ນ ການເຊື່ອມໂຍງການທ່ອງທ່ຽວແບບຢືນຍົງລະຫວ່າງສອງປະເທດ, ການສົ່ງເສີມ ແລະ ພັດທະນາການບໍລິການການທ່ອງທ່ຽວທີ່ທັນສະໄໝ, ການໂຄສະນາເຜີຍແຜ່, ການປັບປຸງຜະລິດຕະພັນ ແລະ ການພັດທະນາຊັບພະຍາກອນມະນຸດດ້ານການທ່ອງທ່ຽວ.
ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ໄດ້ມີຄຳເຫັນວ່າ: ກອງປະຊຸມນີ້ ເພື່ອເປີດໂອກາດໃຫ້ຜູ້ເຂົ້າຮ່ວມຈາກພາກລັດ, ເອກະຊົນ, ສະຖາບັນຄົ້ນຄວ້າ, ມະຫາວິທະຍາໄລ ໂດຍສະເພາະຜູ້ປະກອບການທຸລະກິດຂະໜາດນ້ອຍ ແລະ ກາງຂອງສອງປະເທດ ລາວ-ໄທ ໄດ້ແລກປ່ຽນຂໍ້ມູນຂ່າວສານ, ຮ່ວມມືລົງທຶນດ້ານນະວັດຕະກຳ ແລະ ການທ່ອງທ່ຽວທັນສະໄໝຮ່ວມກັນ ແລະ ພ້ອມກັນປຶກສາຫາລືສ້າງໂຄງການ, ກິດຈະກຳທີ່ສອດຄ່ອງ ແລະ ເໝາະສົມກັບສະພາບຂອງການພັດທະນາຢູ່ໃນປັດຈຸບັນຂອງສອງປະເທດ ກໍຄືການເຊື່ອມໂຍງພາກພື້ນ ແລະ ສາກົນ ເປັນການເພີ່ມທະວີການຮັດແໜ້ນ ຄວາມສາມັກຄີມິດຕະພາບທີ່ມີມູນເຊື້ອມາຍາວນານຂອງທັງສອງຊາດ, ເປັນໂອກາດອັນດີໃຫ້ແກ່ບັນດາຜູ້ເຂົ້າຮ່ວມໄດ້ແລກປ່ຽນສົນທະນາບົດຮຽນ, ປະສົບການ ແລະ ການຮ່ວມມືດ້ານການສົ່ງເສີມ ແລະ ພັດທະນານະວັດຕະກຳ ແລະ ການທ່ອງທ່ຽວທັນສະໄໝ, ຍຸດທະສາດ ແລະ ການພັດທະນາການທ່ອງທ່ຽວຂອງແຂວງຫຼວງພະບາງ ລວມເຖິງບົດບາດສຳຄັນຂອງວຽກງານນະວັດຕະກຳຕໍ່ການພັດທະນາເສດຖະກິດ-ສັງຄົມ, ທ່າອ່ຽງ ແລະ ທິດທາງໃນການພັດທະນານະວັດຕະກຳສຳລັບ SMES ໃນປັດຈຸບັນ ແລະ ອານາຄົດ, ຮູບແບບໃນການບໍລິຫານຈັດການໂດຍລວມຂອງ SMES ແລະ ສ້າງໂອກາດຮ່ວມມືຂອງພາກສ່ວນທຸລະກິດຂອງສອງປະເທດ ແລະ ກອງປະຊຸມດັ່ງກ່າວໄດ້ມີການວາງສະແດງຮູບພາບ, ສິ່ງພິມການທ່ອງທ່ຽວຂອງສອງປະເທດຕື່ມອີກ.