ເປີດເຜີຍ 10 ອັນດັບນັກກິລາທີ່ໄດ້ລາຍຮັບຫຼາຍທີ່ສຸດໃນໂລກ ໂຣນັນໂດ ເໜືອ ເມສຊີ
October 19, 2017 - 3:00 PM




ໂຣນັນໂດ ພາ ຣິນ ມາ ດຣິດ ໄດ້ແຊ໊ມ ຢູຟາ ແຊ໊ມປຽນ ລີກລວມເຖິງລາງວັນນັກເຕະດີເດັ່ນຂອງ ຟີຟາ ອີກທັງລາຍ ຮັບທີ່ ໂຣນັນໂດ ໄດ້ນັ້ນໃກ້ ຄຽງກັບນັກຂຽນຊື່ດັງທີ່ໄດ້ ລາຍຮັບຫຼາຍສຸດຂອງເອີຣົບ ຢ່າງ ເຈເຄ ໂຣລິງ ຜູ້ຂຽນ ແຮ ຣີ ພ໊ອດເຕີ ພຽງ 1 ລ້ານປອນ ເທົ່ານັ້ນ ໂດຍ ໂຣລິງ ໄດ້ເງິນ ຕະຫຼອດປີຜ່ານມາເຖິງ 71 ລ້ານປອນ.
ສ່ອນອັນດັບສອງຕົກເປັນຂອງ ລິໂອເນລ ເມສຊີ ດາວ ຍິງຂອງ ບາເຊໂລນາ ໄດ້ລາຍ ຮັບ 60 ລ້ານປອ. ຕາມດ້ວຍ ໂຣເຈີ ເຟເດີເຣີ ນັກກິລາເຕັນ ນິສມື 2 ຂອງໂລກ ມີລາຍ ຮັບທີ 48 ລ້ານປອນ. ອັນດັບ 4 ເປັນຂອງ ຣໍຣີ ແມັກອິນ ຣອຍ ນັກກິລາກ໊ອຟມື 1 ຂອງ ໂລກຊາວ ໄອແລນ ລາຍຮັບ 37 ລ້ານປອນ. ຕໍ່ດ້ວຍອັນດັບ 5 ລູອິສ ແຮມິຕັນ ນັກກິລາ ແຂ່ງລົດຊາວ ອັງກິດ ລາຍຮັບ 34 ລ້ານປອນ ແລະເຊບາ ສະ ຕຽນ ເວດເທລ ແຊ໊ມໂລກມູ ລາວັນ ຄົນຫຼ້າສຸດຊາວ ເຢຍ ລະມັນ ມີລາຍໄດ້ 29 ລ້າຍ ປອນ. ອັນດັບ 7 ເປັນຂອງ ໂນ ວັກ ຢໍໂຄວິດ ອະດີດນັກເຕັນ ນິສມື 1 ຂອງໂລກ ມີລາຍໄດ້ 28.5 ລ້ານ. ຕາມມາດ້ວຍ ເນ ມາ ຊຸບເປີສະຕາຊາວ ບຣາຊິລ ມີລາຍໄດ້ 28 ລ້ານປອນ. ອັນດັບ 9 ເປັນ ເຟນັນໂດ ອະ ລອນໂຊ ນັກກິລາແຂ່ງລົດ ຈັກຊື່ດັງຊາວ ສະເປນ ມີລາຍ ໄດ້ 27.3 ລ້ານປອນ ແລະ ຢູ ເຊນ ໂບລ ນັກກິລາແລ່ນ- ລານຊາວ ຈາເມກາ ມີລາຍໄດ້ 25.9 ລ້ານປອນ.