ທະຫານອິດສະລາແອນສຸດຊວຍ ຖືກໂຕຕໍ່ຫລາຍຮ້ອຍໂຕລຸມກັດ ຍ້ອນຂັບລົດຖັງທັບຮັງ

ທະຫານ 10 ຄົນ ຖືກນໍາສົ່ງໂຮງໝໍ ເພາະຖືກຝູງໂຕຕໍ່ລຸມກັດຈົນໄດ້ຮັບບາດເຈັບສາຫັດ ສາເຫດຈາກບັງເອີນຂັບລັດຖັງທັບຮັງໂຕຕໍ່ໃນເຂດກາຊາ.
ສໍານັກຂ່າວທ້ອງຖິ່ນອິດສະລາແອນ ລາຍງານຄວາມໂຊກຮ້າຍຂອງທະຫານຈາກກອງກໍາລັງປ້ອງກັນອິດສະລາແອນ (IDF) ທີ່ປະສົບອຸປະຕິເຫດຖືກຝູງໂຕຕໍ່ຫລາຍຮ້ອຍໂຕລຸມກັດຈົນໄດ້ຮັບບາດເຈັບສາຫັດ ແລະ ມີບາງຄົນຖືກນຳສົ່ງເຂົ້າຫ້ອງຜູ້ປ່ວຍວິກິດ.
ເຫດການດັ່ງກ່າວເກີດຂຶ້ນໃນວັນທີ 10 ພຶດສະພາ 2024 ທະຫານ IDF 12 ຄົນ ຖືກຝູງໂຕຕໍ່ລຸມກັດຢູ່ເຂດກາຊາຕອນໃຕ້ ເນື່ອງຈາກພວກເຂົາຂັບລົດຖັງທັບຮັງໂຕຕໍ່ໂດຍບັງເອີນ ລະຫວ່າງປະຕິບັດການທາງທະຫານຂອງກໍາລັງໜ່ວຍໃຕ້ຢູ່ບໍລິເວນຊາຍແດນຂອງອິດສະລາແອນ ແລະ ເຂດກາຊາໃກ້ກັບຊຸມຊົນນິຣິມຂອງອິດສະລາແອນ.
ສູນການແພດໂຮງໝໍຊີບາ ນະຄອນຫລວງເທລອາວີບ ຊີ້ແຈງວ່າ: ໄດ້ຮັບທະຫານທີ່ປະສົບອຸປະຕິເຫດເຂົ້າຮັບການປິ່ນປົວຈໍານວນ 10 ຄົນ ໂດຍມີໜຶ່ງໃນກຸ່ມນີ້ຕ້ອງຖືກສົ່ງຕໍ່ໄປພະແນກຜູ້ປ່ວຍວິກິດ, ທະຫານບາງຄົນຖືກໂຕຕໍ່ລຸມກັດຫລາຍຮ້ອຍແຜ ແລະ ມີອາການແພ້ພິດໂຕຕໍ່ຢ່າງຮຸນແຮງ.
ທີມແພດຊີ້ວ່າ: ບໍ່ເຄີຍພົບເຫດການທີ່ມີຄົນຖືກໂຕຕໍ່ລຸມກັດຢ່າງໜັກຂະໜາດນີ້ມາກ່ອນ.
ສໍາລັບສົງຄາມລະຫວ່າງກອງກໍາລັງ IDF ແລະ ກຸ່ມຜູ້ກໍ່ການຮ້າຍຮາມັດ ຍັງດໍາເນີນຕໍ່ໄປ ຫລັງຈາກກອງກໍາລັງຮາມັດບຸກຂ້າມເຂດແດນອິດສະລາແອນເຂົ້າທໍາຮ້າຍ ແລະ ສັງຫານປະຊາຊົນຜູ້ບໍລິສຸດ 1.200 ຄົນ ລວມທັງຈັບໄປເປັນຕົວປະກັນອີກຫລາຍຮ້ອຍຄົນ ເຮັດໃຫ້ກອງທັບອິດສະລາແອນເປີດສາກໂຈມຕີພື້ນທີ່ໃນເຂດກາຊາເພື່ອໂຕ້ຕອບ.