Microsoft ກຽມອັບເດດ Windows 10 ໃຫ້ຮອງຮັບການຕິດຕັ້ງ Linux ໃນລະບົບໄດ້ຢ່າງສົມບູນ

-                 101 - Microsoft ກຽມອັບເດດ Windows 10 ໃຫ້ຮອງຮັບການຕິດຕັ້ງ Linux ໃນລະບົບໄດ້ຢ່າງສົມບູນ
- kitchen vibe - Microsoft ກຽມອັບເດດ Windows 10 ໃຫ້ຮອງຮັບການຕິດຕັ້ງ Linux ໃນລະບົບໄດ້ຢ່າງສົມບູນ

ສໍາລັບຄົນທີ່ສົນໃຈຕິດຕັ້ງ Linux ໄວ້ໃນຄອມພິວເຕີທີ່ໃຊ້ລະບົບປະຕິບັດການ Windows 10 ຢູ່ ​ໃນຕົ້ນປີຜ່ານມາ ໄມໂຄຣຊັອບໄດ້ມີການເພີ່ມລະບົບ Windows Subsystem for Linux (WSL) ເຂົ້າມາໃນ Windows 10 ​ເຊິ່ງຈະຊ່ວຍໃຫ້ເຮົາສາມາດຕິດຕັ້ງ Linux ລົງໃນເຄື່ອງໄດ້ແບບ Native ສາມາດເຂົ້າເຖິງໄຟລ໌ຂອງ Windows ໄດ້ໂດຍກົງ. ແນວໃດກໍຕາມ ຜູ້ໃຊ້ຈໍາເປັນຕ້ອງໃຊ້ງານ Windows 10 ໃນໂຫມດ Developer ແຕ່ຫຼັງຈາກທີ່ທົດສອບເວີຊັ່ນເບຕ້າມາເກືອບປີ ໃນທີ່ສຸດ Windows 10 Fall Creators Update ທີ່ປ່ອຍອອກມາໃຫ້ອັບເດດແຕ່ວັນທີ 17 ຕຸລາເປັນຕົ້ນມາ Windows Subsystem for Linux (WSL) ຈະກາຍເປັນສ່ວນໜຶ່ງຂອງ Windows 10 ໂດຍສົມບູນແລ້ວ.

-                102 - Microsoft ກຽມອັບເດດ Windows 10 ໃຫ້ຮອງຮັບການຕິດຕັ້ງ Linux ໃນລະບົບໄດ້ຢ່າງສົມບູນ

  • Windows Subsystem for Linux (WSL) ມາພ້ອມກັບຄຸນສົມບັດໃຫມ່ໆ ເຂົ້າມາຫຼາຍຢ່າງເຊັ່ນ ຕິດຕັ້ງ Linux ໄດ້ຈາກ Windows Store
  • WSL ສາມາດ​ເຮັດ​ວຽກຮ່ວມກັບ Linux ໄດ້ຫຼາຍຕະກູນ
  • WSL ​ເຮັດ​ວຽກຮ່ວມກັບ Windows Store ແລະ Microsoft Azure VMs ໄດ້
  • WSL ຮອງຮັບ USB/Serial comms
  • ປັບປຸງ ແລະ ແກ້ໄຂການ​ເຮັດ​ວຽກໃຫ້ດີຂຶ້ນ

ສໍາລັບຄົນທີ່ຕ້ອງການໃຊ້ Windows Subsystem for Linux (WSL) ຫຼັງຈາກທີ່ອັບເດດ Windows 10 Fall Creators Update ຮຽບຮ້ອຍແລ້ວ ສາມາດເຂົ້າໄປເປີດໃຊ້ WSL ໄດ້ທີ່ Turn Windows Features on or off ໃນ Control Panel.

- 5 - Microsoft ກຽມອັບເດດ Windows 10 ໃຫ້ຮອງຮັບການຕິດຕັ້ງ Linux ໃນລະບົບໄດ້ຢ່າງສົມບູນ
- 3 - Microsoft ກຽມອັບເດດ Windows 10 ໃຫ້ຮອງຮັບການຕິດຕັ້ງ Linux ໃນລະບົບໄດ້ຢ່າງສົມບູນ
- 4 - Microsoft ກຽມອັບເດດ Windows 10 ໃຫ້ຮອງຮັບການຕິດຕັ້ງ Linux ໃນລະບົບໄດ້ຢ່າງສົມບູນ