ນະຄອນຫລວງວຽງຈັນ ຈະປັບປຸງກະຊວງຍຸຕິທໍາ (ຫລັງເກົ່າ) ໃຫ້ເປັນສວນສາທາລະນະສີຂຽວໃຈກາງເມືອງ

ນະຄອນຫລວງວຽງຈັນ ຈະປັບປຸງກະຊວງຍຸຕິທໍາ (ຫລັງເກົ່າ) ໃຫ້ເປັນສວນສາທາລະນະສີຂຽວໃຈກາງເມືອງ - 2688 - ນະຄອນຫລວງວຽງຈັນ ຈະປັບປຸງກະຊວງຍຸຕິທໍາ (ຫລັງເກົ່າ) ໃຫ້ເປັນສວນສາທາລະນະສີຂຽວໃຈກາງເມືອງ
ນະຄອນຫລວງວຽງຈັນ ຈະປັບປຸງກະຊວງຍຸຕິທໍາ (ຫລັງເກົ່າ) ໃຫ້ເປັນສວນສາທາລະນະສີຂຽວໃຈກາງເມືອງ - kitchen vibe - ນະຄອນຫລວງວຽງຈັນ ຈະປັບປຸງກະຊວງຍຸຕິທໍາ (ຫລັງເກົ່າ) ໃຫ້ເປັນສວນສາທາລະນະສີຂຽວໃຈກາງເມືອງ

ວັນທີ 17 ພຶດສະພາ 2024, ທ່ານ ບຸນຍະວັດ ນີຣະໄຊຍ໌ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນ (ຍທຂ ນວ) ຖະແຫລງຂ່າວກ່ຽວກັບການສ້າງສວນສາທາລະນະປະຕູໄຊພາກຂະຫຍາຍໄລຍະທີ 1 ວ່າ: ໃນລະຫວ່າງເດືອນພຶດສະພາ ຫາ ເດືອນກັນຍາ ປີ 2024ນະຄອນຫລວງວຽງຈັນ ຈະປັບປຸງພື້ນທີ່ກະຊວງຍຸຕິທໍາ (ຫລັງເກົ່າ) ໃຫ້ເປັນສວນສາທາລະນະ, ເພື່ອເຮັດໃຫ້ໃຈກາງນະຄອນຫລວງວຽງຈັນ ມີພື້ນທີ່ສາທາລະນະສີຂຽວ, ເປັນບ່ອນພັກຜ່ອນ, ມີສວນຮົ່ມໄມ້, ຮ້ານຂາຍເຄື່ອງທີ່ລະນຶກ, ມີຫ້ອງນໍ້າສາທາລະນະ, ມີບ່ອນຈອດລົດ, ມີລະບົບໄຟຟ້າ, ນໍ້າປະປາ ແລະ ສິ່ງອຳນວຍຄວາມສະດວກອື່ນໆ.

ສວນນີ້ ມີເນື້ອທີ່ປະມານ 1 ເຮັກຕາເຄິ່ງ, ປັດຈຸບັນກຳລັງດຳເນີນການລ້ອມຮົ້ວ ອະນາໄມຕ່າງໆ ຄາດວ່າການກໍ່ສ້າງຈະສຳເລັດໃນເດືອນກັນຍາ 2024 ນີ້, ພາຍຫລັງ ສວນສາທາລະນະແຫ່ງນີ້ສ້າງສໍາເລັດແລ້ວຈະເພີ່ມສີສັນ ແລະ ສ້າງບັນຍາກາດໃໝ່ໃຫ້ແກ່ ນວ ໂດຍສະເພາະໃນປີ 2024 ທີ່ ສປປ ລາວໄດ້ ເປັນປະທານອາຊຽນ ທັງເປັນປີທ່ອງທ່ຽວລາວ ແລະ ນວ ກໍເປັນເຈົ້າພາບຈັດກອງປະຊຸມບັນດາເຈົ້າຄອງນະ ຄອນຫລວງອາຊຽນ.

ນະຄອນຫລວງວຽງຈັນ ຈະປັບປຸງກະຊວງຍຸຕິທໍາ (ຫລັງເກົ່າ) ໃຫ້ເປັນສວນສາທາລະນະສີຂຽວໃຈກາງເມືອງ - Visit Laos Visit SALANA BOUTIQUE HOTEL - ນະຄອນຫລວງວຽງຈັນ ຈະປັບປຸງກະຊວງຍຸຕິທໍາ (ຫລັງເກົ່າ) ໃຫ້ເປັນສວນສາທາລະນະສີຂຽວໃຈກາງເມືອງ

ສວນສາທາລະນະ ປະຕູໄຊພາກຂະຫຍາຍນີ້ຖືກອອກແບບໂດຍຄະນະທີ່ປຶກສາ ສະຖາປະນິກ ຄະນະອາຈານ ແລະ ນັກສຶກສາຈາກມະຫາວິທະຍາໄລແຫ່ງຊາດ ໂດຍໄດ້ຮັບການສະໜັບສະໜູນດ້ານທຶນຮອນຈາກພະແນກການຄ້າ ແຂວງ ຢຸນນານ ສປ ຈີນ ແລະ ນວ, ບໍລິສັດທີ່ປຶກສາ ແລະ ກໍ່ສ້າງແຂວງຢຸນນານ ສປ ຈີນ ເປັນຜູ້ດໍາເນີນການກໍ່ສ້າງຕາມຮູບແບບທີ່ໄດ້ຖືກຮັບຮອງ, ສ່ວນການປັບປຸງຕຶກອາຄານແມ່ນໄດ້ດໍາເນີນຕາມລະບຽບການຈັດຊື້-ຈັດຈ້າງ ເພື່ອຄັດເລືອກເອົາບໍລິສັດພາຍໃນທີ່ມີເງື່ອນໄຂມາຈັດຕັ້ງປະຕິບັດ.

ນະຄອນຫລວງວຽງຈັນ ຈະປັບປຸງກະຊວງຍຸຕິທໍາ (ຫລັງເກົ່າ) ໃຫ້ເປັນສວນສາທາລະນະສີຂຽວໃຈກາງເມືອງ - 4556 1024x682 - ນະຄອນຫລວງວຽງຈັນ ຈະປັບປຸງກະຊວງຍຸຕິທໍາ (ຫລັງເກົ່າ) ໃຫ້ເປັນສວນສາທາລະນະສີຂຽວໃຈກາງເມືອງ

ນະຄອນຫລວງວຽງຈັນ ຈະປັບປຸງກະຊວງຍຸຕິທໍາ (ຫລັງເກົ່າ) ໃຫ້ເປັນສວນສາທາລະນະສີຂຽວໃຈກາງເມືອງ - 3 - ນະຄອນຫລວງວຽງຈັນ ຈະປັບປຸງກະຊວງຍຸຕິທໍາ (ຫລັງເກົ່າ) ໃຫ້ເປັນສວນສາທາລະນະສີຂຽວໃຈກາງເມືອງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!