ໂຄງການຄຸ້ມຄອງປ່າໄມ້ແບບຍືນຍົງຄືບໜ້າດີ

ໃນກອງປະຊຸມຮ່ວມຄັ້ງທີ 3 ລະຫວ່າງກົມປ່າໄມ້ກະຊວງກະສິກໍາ-ປ່າໄມ້ ແລະ ອົງການໄຈກາປະເທດຍີປຸ່ນເພື່ອທົບທວນການຜົນຈັດຕັ້ງປະຕິບັດໂຄງການຄຸ້ມຄອງປ່າໄມ້ແບບຍືນຍົງໃນລາວ (FREDD) ທີ່ຈັດຂຶ້ນເມື່ອບໍ່ດົນນີ້, ໂດຍສອງຝ່າຍມີຄວາມເພິ່ງພໍໃຈທີ່ເຫັນວ່າການຈັດຕັ້ງປະຕິບັດໂຄງການດັ່ງກ່າວມີຄວາມຄືບໜ້າດີຕາມແຜນການວາງໄວ້, ໂດຍສະເພາະນັບລັດຖະບານໄດ້ໂອນວຽກປ່າໄມ້ຈາກກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມມາໃຫ້ກະຊວງກະສິກໍາ-ປ່າໄມ້ຮັບພິຊອບ, ກໍຄືແຕ່ກອງປະຊຸມຮ່ວມຄັ້ງທີ 2 ທີ່ໄດ້ຈັດຂຶ້ນໃນເມື່ອເດືອນພຶດສະພາ 2017 ຜ່ານມານັ້ນ, ສອງຝ່າຍໄດ້ມີການປັບປຸງຫລາຍໜ້າວຽກ ເຊັ່ນ: ການປັບປ່ຽນຄະນະຮັບພິຊອບໂຄງການ, ໂຄງຮ່າງການຈັດຕັ້ງ, ການສ້າງນິຕິກໍາ ແລະ ນະໂຍບາຍປ່າໄມ້, ການພັດທະນາລະບົບທຽບຖານແຫ່ງຊາດ ແລະ ວຽກງານອື່ນໆ ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດໂຄງການມີປະສິດທິຜົນສູງກວ່າເກົ່າ ແລະ ໃນກອງປະຊຸມຄັ້ງນີ້, ສອງຝ່າຍຍັງໄດ້ຫາລືກ່ຽວກັບການສືບຕໍ່ສະໜັບສະໜູນໂຄງການດັ່ງກ່າວໃນຕໍ່ໜ້າ.
ກົມປ່າໄມ້ ໃຫ້ຮູ້ວ່າ: ຊັບພະຍາກອນປ່າໄມ້ມີຄວາມສຳຄັນຫລາຍຕໍ່ການພັດ ທະນາເສດຖະກິດ-ສັງຄົມແບບຍືນຍົງ ແລະ ແກ້ໄຂຄວາມທຸກຍາກຂອງປະຊາ ຊົນ, ຍ້ອນແນວນັ້ນ ລັດຖະບານຈຶ່ງຖືວຽກງານຄຸ້ມຄອງປ່າໄມ້ເປັນລິຂະສິດໃນ ການປົກປັກຮັກສາ ແລະ ນຳໃຊ້ໃຫ້ເກີດປະໂຫຍດສູງສຸດແກ່ປະເທດຊາດ. ແຕ່ ແນວໃດກໍຕາມ, ໃນສະພາບດິນຟ້າອາກາດໃນໂລກມີການປ່ຽນແປງ, ຊັບພະຍາ ກອນທຳມະຊາດມີການເຊື່ອມໂຊມ ແລະ ຖືກທຳລາຍຢ່າງຫລວງຫລາຍ ແລະ ເພື່ອຮັບມືຕໍ່ບັນຫາດັ່ງກ່າວ ສປປ ລາວ ກໍໄດ້ເຂົ້າຮ່ວມຂະບວນການສາກົນ ເຣດ+ (REDD+) ນັບແຕ່ປີ 2007 ເປັນຕົ້ນມາ ແລະ ໄດ້ຖືກເລືອກໃຫ້ເປັນປະເທດຕົວແບບໂຄງການທົດລອງພາຍໃຕ້ແຜນງານການລົງທຶນດ້ານປ່າໄມ້ຂອງສາກົນ.