ກາເຊຍ ໄດ້ແຊ໊ມກ໊ອຟທີ່ບ້ານເກີດ
October 23, 2017 - 3:42 PM

ການແຂ່ງຂັນກ໊ອຟ ຢູໂຣ ປຽນທົວ ລາຍການ “ອັລດາລູ ເຊຍ ບັລເດຣາມາ ມາສເຕີ” ທີ່ ປະເທດສະເປນ ໃນວັນອາທິດ ຜ່ານມາ ຫຼັງຈົບຮອບສຸດທ້າຍ ຜົນປາກົດວ່າ: ເຊຄິໂອ ກາເຊຍ ນັກກິລາກ໊ອຟຂວັນໃຈກອງ ເຊຍເຈົ້າຖິ່ນ ເຮັດຄະແນນ ລວມ 12 ອັນເດີພາ 272 ຄະ ແນນ ໄດ້ແຊ໊ມໄປຄອງໄດ້ສຳ ເລັດ ແຊງເອົາຊະນະອັນດັບ 2 ຈູສ ລຸຍເດນ ຈາກ ເນເທີແລນ ທີ່ເຮັດຄະແນນລວມ 11 ອັນ ເດີພາ 273 ຄະແນນ ພຽງສະ ໂຕຣກດຽວ. ດ້ານ ດານຽລ ບຣູກ ຈາກ ອັງກິດ ເຮັດຄະ ແນນລວມ 7 ອັນເດີພາ 277 ຄະແນນ ຈົບອັນດັບ 3.