ລົດໄຟຈາກຄຳສະຫວາດ ຫາ ກຸງເທບ ບາງຊື່ ຈະເປີດໃຫ້ບໍລິການເດືອນກໍລະກົດ 2024


ທ່ານ ອະວິຣຸດ ທອງເນດ ຮອງຜູ້ວ່າການລົດໄຟແຫ່ງປະເທດໄທໃຫ້ຮູ້ຫລັງຈາກ ໄດ້ຮ່ວມປະຊຸມກັບທ່ານ ດາວຈິນດາ ສີຫາລາດ ຜູ້ອໍານວຍການລັດວິສາຫະກິດລົດໄຟແຫ່ງຊາດລາວ ວັນທີ 8 ມິຖຸນາ 2024 ຜ່ານມາ ເພື່ອກຽມຄວາມພ້ອມໃນການເປີດຂະບວນໄຟລະຫວ່າງ ສະຖານີກາງກຸງເທບອະພິວັດ (ບາງຊື່) – ນະຄອນຫລວງວຽງຈັນ (ຄໍາສະຫວາດ) ທີ່ມີການກໍານົດເປີດໃຫ້ບໍລິການຢ່າງເປັນທາງການໃນເດືອນກໍລະກົດ 2024 ນີ້ ເຊິ່ງຈະເປັນການຂະຫຍາຍຄວາມຮ່ວມມືໃນການເຊື່ອມຕໍ່ການເດີນທາງຂອງປະຊາຊົນ ແລະ ຂົນສົ່ງສິນຄ້າຂອງທັງສອງປະເທດ ເພື່ອຍົກລະດັບລະບົບໂລຈິສຕິກຂອງພາກພື້ນ ໂດຍມີປະເທດໄທເປັນສູນກາງຕາມນະໂຍບາຍ IGNITE THAILAND ຂອງລັດຖະບານ ໃນການຫາລືລະຫວ່າງການລົດໄຟກັບລັດວິສາຫະກິດລົດໄຟແຫ່ງຊາດລາວ ໄດ້ມຸ່ງເນັ້ນປະເດັນຫາລື 4 ເນື້ອໃນຕົ້ນຕໍຄື:
- ແຜນການເປິດທາງເດີນລົດໄຟລະຫວ່າງ ສະຖານີກາງກຸງເທບອະພິວັດ-ອຸດອນທານີ-ໜອງຄາຍ-ວຽງຈັນ(ຄໍາສະຫວາດ) ລວມທັງແຜນການທົດລອງເດີນລົດ ເຊິ່ງກໍານົດໄວ້ໃນລະຫວ່າງວັນທີ 13-14 ກິລະກົດ 2024
- ແຜນພັດທະນາຕະຫລາດ ດ້ານການທ່ອງທ່ຽວ
- ແຜນການໂຄສະນາ ແລະ ປະຊາສໍາພັນ
- ການເພີ່ມສັກກະຍາພາບດ້ານການຂົນສົ່ງລະຫວ່າງ ໄທ-ລາວ-ຈີນ
ໂດຍກໍານົດໃຫ້ມີການຈັດຕັ້ງຄະນະເຮັດວຽກຮ່ວມ ເພື່ອຫາລືດ້ານການຂົນສົ່ງສິນຄ້າຂ້າມແດນລະຫວ່າງປະເທດ ເຊິ່ງທາງການລົດໄຟໄດ້ໃຫ້ຄວາມຊ່ວຍເຫລືອໃນການໃຫ້ຄວາມຮູ້ ໃນການຝຶກອົບຮົມແກ່ເຈົ້າໜ້າທີ່ຂອງລັດວິສາຫະກິດລົດໄຟແຫ່ງຊາດລາວ ໃນດ້ານປະຕິບັດການເດີນລົດມາໂດຍຕະຫລອດ ທັງໃນດ້ານພະນັກງງານຂັບລົດ, ພະນັກງານສະຖານີ ແລະ ພະນັກງານຂາຍປີ້
ໝາຍຄວາມວ່າ ຖ້າຫາກມີການເປີດຢ່າງເປັນທາງການ ບໍ່ວ່າຄົນລາວ ຫລື ໄທ ສາມາດຂີ່ລົດໄຟຈາກນນະຄອນຫລວງວຽງຈັນ ຫາກເທບ ຫລື ຈາກກຸງເທບ ມາຫາ ນະຄອນຫລວງວຽງຈັນ ໃນລວດດຽວ.
ຕາຕະລາງການເດີນທາງປະກອບມີ
ກຸງເທບ-ໜອງຄາຍ ເປັນ ກຸງເທບ-ວຽງຈັນ ມື້ລະ 2 ຂະບວນ (ໄປ-ກັບ) ປະກອບດ້ວຍ 133 ເສັ້ນທາງ ກຸງເທບ-ໜອງຄາຍ ແລະ ຂະບວນທີ 134 ໜອງຄາຍ-ກຸງເທບ ໄລຍະທາງ 614 ກມ. ໂດຍເປັນລົດພັດລົມ ລົດດ່ວນ ປະເພດນັ່ງຊັ້ນ 2 ແລະ ຊັ້ນ 3
ໂດຍຂະບວນທີ 133 ຈະອອກຈາກສະຖານີິກຸງເທບເວລາ 21:25 ນາທີ ຮອດໜອງຄາຍ ເວລາ 07:55 ນາທີ, ສ່ວນຂະບວນທີ 134 ຈະອອກຈາກໜອງຄາຍເວລາ 18:50 ນາທີ ຮອດສະຖານີກຸງເທບ ເວລາ 05:20 ນາທີ
ຄ່າໂດຍສານຊັ້ນ 2 ປະມານ 227,000 ກີບ, ຊັ້ນ 3 ປະມານ 139,000 ກີບ
ຖ້າເດີນທາງຕໍ່ຈາກໜອງຄາຍວຽງຈັນ ໄລຍະທາງ 13 ກມ. ໃຊ້ເວລາເພີ່ມຂຶ້ນປະມານ 20 ນາທີ ຄ່າໂດຍສານເພີ່ມ 40,000 ກີບ