ສ້າງປະເທດທີ່ມີພູເຂົາ ໃຫ້ປະເທດອື່ນອິດສາ

- 22790710 527975860887172 1509314829 o - ສ້າງປະເທດທີ່ມີພູເຂົາ ໃຫ້ປະເທດອື່ນອິດສາ
- kitchen vibe - ສ້າງປະເທດທີ່ມີພູເຂົາ ໃຫ້ປະເທດອື່ນອິດສາ

ໂດຍ : ມຶກບໍ່ແຫ້ງ

ຫຼາຍຄົນຄິດວ່າປະເທດລາວ ມີພູເຂົາສູງຊັນຢັ່ງຢາຍກວມເອົາເນື້ອທີ່ສ່ວນໃຫຍ່ຂອງປະເທດນັ້ນ ເປັນອຸປະສັກແກ່ ການພັດທະນາ ແຕ່ພວກເຮົາຄົງຕ້ອງຄິດໃໝ່ແລ້ວເພາະພູເຂົາເຫຼົ່ານັ້ນ ແມ່ນຂຸມຊັບ ທີ່ລໍ້າເລີດແກ່ການພັດທະນາ ທີ່ພາໃຫ້ເຂົາເຈົ້າຕ້ອງອິດສາ.

- Visit Laos Visit SALANA BOUTIQUE HOTEL - ສ້າງປະເທດທີ່ມີພູເຂົາ ໃຫ້ປະເທດອື່ນອິດສາ
- Visit Laos Visit SALANA BOUTIQUE HOTEL - ສ້າງປະເທດທີ່ມີພູເຂົາ ໃຫ້ປະເທດອື່ນອິດສາ

ອົງການສະຫະປະຊາຊາດ ໄດ້ພິຈາລະນາວ່າ “ປະເທດພູເຂົາ ກາຍເປັນເສົາຫຼັກຂອງການພັດທະນາ ໂດຍຮຽກຮ້ອງໃຫ້ປະເທດເຫຼົ່ານັ້ນ ມີນະໂຍບາຍທີ່ສອດຄ່ອງກັບຍຸດທະສາດ ການພັດທະນາທີ່ຍືນຍົງຂອງໂລກ ເພື່ອແນໃສ່ການຍົກສູງຄຸນນະພາບຊີວິດ ຂອງປະຊາຊົນທີ່ອາໄສຢູ່ເຂດພູດອຍ ແລະຮັກສາໄດ້ລະບົບນິເວດ ອັນອຸດົມສົມບູນຂອງພູເຂົາ ລຳເນົາໄພໄວ້, ຕ້ານຢັນກັບການປ່ຽນແປງຂອງດິນຟ້າອາກາດໃຫ້ໄດ້ດີ”.

ເປັນຫຍັງເພິ່ນຈຶ່ງເວົ້າວ່າ ປະເທດພູເຂົາຄືພວກເຮົານັ້ນຈຶ່ງແມ່ນຂຸມຊັບ ແລະທ່າແຮງຂອງ ການພັດທະນາ, ກໍເພາະວ່າ ລະບົບນິເວດອັນອຸດົມສົມບູນ ແລະຫຼາກຫຼາຍຂອງພູເຂົານັ້ນ ໄດ້ສະໜອງແຫຼ່ງນໍ້າ ແກ່ປະຊາກອນໃນຂອບເຂດທົ່ວປະເທດ, ເຮັດໃຫ້ປະເທດເຮົາມີນໍ້າຈືດທີ່ມີຄຸນນະພາບດີຢ່າງອຸດົມສົມບູນ, ສາຍນໍ້າທີ່ມາຈາກພູເຂົາເຫຼົ່ານັ້ນ ບໍ່ສະເພາະແຕ່ນໍ້າໃຊ້ໃນຊີວິດປະຈຳວັນຂອງພວກເຮົາ ແຕ່ຍັງແມ່ນທ່າແຮງ ເພື່ອການຜະລິດພະລັງໄຟຟ້າ ແລະກິດຈະກຳການພັດທະນາອື່ນໆຕຶ່ມອີກ.

ພ້ອມນັ້ນ, ນັກຊ່ຽວຊານທາງດ້ານການຄຸ້ມຄອງໄພພິບັດ ກໍມີຄຳເຫັນວ່າ “ພູເຂົາສາມາດເປັນປ້ອມ ປະການ ຕ້ານຄວາມແຮງຂອງລົມ, ເປັນບ່ອນເຕືອນໄພເບື້ອງຕົ້ນໄດ້ດີ ແລະ ປະຊາຊົນທີ່ອາໄສໃນເຂດດັ່ງກ່າວ ກໍເປັນຜູ້ຊຳນານ ແລະມີປະສົບການທີ່ສະສົມມາຫຼາຍເຊັ່ນຄົນ ກ່ຽວກັບໄພທຳມະຊາດ ທີ່ເກີດຂຶ້ນ ເຊິ່ງກໍຖືວ່າເປັນທ່າແຮງໜຶ່ງຕໍ່ການຮັບມືກັບການປ່ຽນແປງດິນຟ້າອາກາດ”.

ບໍ່ພຽງເທົ່ານັ້ນ, ສິ່ງທີ່ຜູ້ຂຽນຢາກເນັ້ນໜັກອີກອັນໜຶ່ງກໍແມ່ນ ຍ້ອນພູມີປະເທດເຮົາປະກອບດ້ວຍພູເຂົາ ທີ່ມີປ່າໄມ້ປົກຫຸ້ມນີ້ລະ ຈຶ່ງກໍ່ໃຫ້ເກີດມີນໍ້າຕົກຕາດອັນງົດງາມ, ມີປ່າທີ່ອຸດົມສົມບູນ ປະກອບດ້ວຍຊີວະນາໆພັນ, ມີຖໍ້າ ທີ່ໜ້າອັດສະຈັນ, ມີສາຍນໍ້າທີ່ໄສໄຫຼເຢັນ ທີ່ມີທ່າແຮງໃນການພັດທະນາເປັນແຫຼ່ງທ່ອງທ່ຽວ.

ປີ 2018​ ທີ່ຈະໄດ້ຮັບການປະກາດເປັນປີທ່ອງທ່ຽວລາວນັ້ນ, ການເນັ້ນໜັກໃສ່ການພັດທະນາການ ທ່ອງທ່ຽວທາງ ທຳມະຊາດ ຄວບຄູ່ກັບການປົກປັກຮັກສາວັດທະນະທຳນັ້ນ ເປັນສິ່ງທີ່ລໍ້າເລີດ ເຊິ່ງຄວນໄດ້ຮັບການສົ່ງເສີມ ແລະພັດທະນາເປັນຢ່າງຍິ່ງ ເພາະຊຸມຊົນຊາວພູດອຍພວກເຮົານັ້ນເປັນຜູ້ ທີ່ມີວັດທະນະທຳ ແລະພູມປັນຍາ ທ້ອງຖິ່ນ ທີ່ນັກທ່ອງທ່ຽວຕ່າງຊາດໃຫ້ຄວາມສົນໃຈຍິ່ງ, ຜູ້ຂຽນໄດ້ໄປເຫັນ ການພັດທະນາທ່ອງທ່ຽວ ລະດັບຊຸມຊົນ ຢູ່ເຂດພູດອຍ ຂອງປະເທດ ຄອສຕາ ຣີກາ (Costa Rica) ນັ້ນ ຈັ່ງແມ່ນເປັນຕາສະອອນ ເພາະລາຍໄດ້ ຈາກການທ່ອງທ່ຽວເຂົ້າຖົງຄົນທ້ອງຖິ່ນເຕັມໆ ບໍ່ແມ່ນຈະເຂົ້າຖົງ ນາຍທຶນຜູ້ໃດຜູ້ນຶ່ງ ເພາະເຂົາເຈົ້າ ຈະພັດທະນາການທ່ອງທ່ຽວທາງທຳມະຊາດ ໂດຍໃຫ້ຄົນທ້ອງຖິ່ນ ຄຸ້ມຄອງເອງ ເຊິ່ງອາໄສແຫຼ່ງຊັບພະຍາກອນ ເທິງພູເຂົາ ເຊັ່ນ:  ນໍ້າຕົກຕາດນ້ອຍໆ, ປ່າໄມ້ ແລະສັດສາວາສິ່ງ ແມ່ນແຕ່ໂຕນ້ອຍໆ ກໍເຮັດໃຫ້ໜ້າສົນໃຈໄດ້.

ເພາະສະນັ້ນ, ເຂດພູດອຍຂອງປະເທດເຮົາຍິ່ງມີທ່າແຮງຢ່າງຫຼວງຫຼາຍ ຈຶ່ງກາຍເປັນສິ່ງທີ່ພວກເຮົາ ຄວນພັດທະນາ ສ້າງສາ ປະເທດພູເຂົາແຫ່ງນີ້ໃຫ້ ກາຍເປັນແຫຼ່ງທ່ອງທ່ຽວທີ່ໜ້າທ່ຽວຊົມ ຄວບຄູ່ກັບການປົກປັກຮັກສາສິ່ງແວດລ້ອມ, ສັງຄົມ-ວັດທະນະທຳໃຫ້ເຂັ້ມແຂງ ເຮັດໃຫ້ຊາວຕ່າງຊາດ ມາແລ້ວບໍ່ຢາກກັບ ພຸ້ນນ່າ.

- 4 - ສ້າງປະເທດທີ່ມີພູເຂົາ ໃຫ້ປະເທດອື່ນອິດສາ
- 3 - ສ້າງປະເທດທີ່ມີພູເຂົາ ໃຫ້ປະເທດອື່ນອິດສາ
- 5 - ສ້າງປະເທດທີ່ມີພູເຂົາ ໃຫ້ປະເທດອື່ນອິດສາ