ຊົມເຊີຍກະຊວງສາທາເຫັນໄດ້ຄວາມສຳຄັນຂອງການ ປັບປຸງຄຸນນະພາບການບໍລິການຂອງແພດໝໍ

ໂດຍ: ທ່ຽງທຳ
ສະບາຍດີ ເພື່ອນຜູ້ອ່ານທີ່ຮັກແພງທັງຫລາຍ, ເປັນເວລາດົນນານມາແລ້ວ ໄປໃສມາໃສກໍໄດ້ຍິນແຕ່ຄົນຈົ່ມຄົນເວົ້າເຖິງການບໍລິການປິ່ນປົວຂອງສາທາລະນະສຸກເຮົາມີຄຸນນະພາບໜ້ອຍ, ຈັນຍາບັນ, ຈັນຍາທຳຂອງແພດໝໍກໍບໍ່ຄ່ອຍດີປານໃດ ຈົນມີຄຳກ່າວຂານກັນວ່າ: “ຜູ້ຮັ່ງບໍ່ໄດ້ເຂົ້າຄຸກ – ຜູ້ທຸກບໍ່ໄດ້ເຂົ້າໂຮງໝໍ” ບາງທີກໍອາດຈະຖືກ ເພາະມີຫລາຍປາກົດການໄດ້ສ່ອງແສງໃຫ້ເຫັນຈາກຊອງນ້ຳໃຈ, ຖ້າຜູ້ອ່າວມີແດ່ກໍຈະໄດ້ຮັບການປິ່ນປົວເບິ່ງແຍງດີກວ່າ ໂດຍສະເພາະແມ່ນຂອດການຜ່າຕັດ, ໃນລະຫວ່າງຄວາມເປັນຄວາມຕາຍ ຈຳເປັນຝ່າຍຜູ້ປ່ວຍກໍຈະຕ້ອງໄດ້ເຂາະຂອດເພື່ອຄວາມຢູ່ລອດ ຈົນບາງຄົນຜູ້ມີຖານະແດ່ ເພິ່ນກໍເລີຍຂ້າມຂອງໄປໃຊ້ບໍລິການຂອງແພດໝໍຢູ່ຕ່າງປະເທດ ເພື່ອຄວາມສະບາຍໃຈ… ເອົາລະ ! ເວົ້າມາກໍຫລາຍ ແຕ່ໃນເທື່ອນີ້ກໍຂໍຊົມເຊີຍຂະແໜງສາທາລະນະສຸກເຮົາໄດ້ມີຄວາມຕັດສິນໃຈສູງຈະເລັ່ງປັບປຸງຄຸນນະພາບການບໍລິການປິ່ນປົວສຸຂະພາບຂອງຕົນໃຫ້ດີຂຶ້ນ ແລະ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກສັງຄົມ. ດັ່ງຄຳຊີ້ແຈງຂອງທ່ານລັດຖະມົນຕີກະຊວງດັ່ງກ່າວ ທີ່ມີຕໍ່ກອງປະຊຸມສະໄໝສາມັນເທື່ອທີ IV ຂອງສະພາແຫ່ງຊາດຊຸດທີ VIII ທີ່ພວມດຳເນີນຢູ່ໃນປັດຈຸບັນນີ້ວ່າ: ໂດຍຈະຖືເອົານະໂຍບາຍ 5 ດີ ແລະ 1 ພໍໃຈ ເປັນຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ເພື່ອກ້າວສູ່ຄຸນນະພາບການບໍລິການ-ປິ່ນປົວສຸຂະພາບຂອງປະຊາຊົນໃຫ້ດີຂຶ້ນກວ່າເກົ່າຄື: 1. ການຕ້ອນຮັບດີ, 2. ຄວາມສະອາດດີ, 3. ຄວາມສະດວກດີ, 4. ການບົ່ງມະຕິພະຍາດຊັດເຈນດີ ແລະ 5. ການປິ່ນປົວດີໄວ, ສ່ວນ 1 ພໍໃຈ ແມ່ນເຮັດໃຫ້ຄົນເຈັບມີຄວາມເພິ່ງພໍໃຈ ແລະ ພ້ອມນັ້ນ ກໍຈະໄດ້ເລັ່ງເຝິກອົບຮົມດ້ານວິຊາການໃຫ້ພະນັກງານແພດໝໍລະດັບຕ່າງໆມີຄວາມຊຳນານງານ, ມີຈັນຍາບັນ, ຈັນຍາທຳການແພດ ແລະ ຮູ້ຮັບເອົາການຕຳໜິສົ່ງຂ່າວຂອງສັງຄົມມາປັບປຸງໜ້າທີ່ວຽກງານຂອງຕົນໃຫ້ດີຂຶ້ນ ແລະ ມັນກໍເຖິງເວລາແລ້ວທີ່ຂະແໜງການດັ່ງກ່າວຈະຕ້ອງໄດ້ປັບປຸງຕົນເອງ ເພື່ອສາມາດເຊື່ອມໂຍງເຂົ້າກັບຂົງເຂດ ແລະ ພາກພື້ນເທື່ອລະກ້າວ ກໍເໝືອນດັ່ງຂະແໜງການອື່ນໆ.