ສະພາແຫ່ງຊາດ ເນັ້ນໃຫ້ລັດຖະບານເອົາໃຈໃສ່ 8 ບັນຫາສຳຄັນ ໃນທິດທາງແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນທ້າຍປີ 2024

ວັນທີ 19 ມິຖຸນາ 2024 ໃນໂອກາດ ຖະແຫລງຂ່າວກ່ຽວກັບຜົນການພິຈາລະນາ ວຽກງານຂອງລັດຖະບານ ກ່ຽວກັບການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ທີ່ຕິດພັນກັບການຈັດຕັ້ງປະຕິບັດສອງວາລະແຫ່ງຊາດ ໄລຍະ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2024 ລວມທັງ ຜົນການພິຈາລະນາ ບົດລາຍງານຂອງອົງການກວດສອບແຫ່ງລັດ ກ່ຽວກັບການແກ້ໄຂຜົນການກວດສອບປະຈໍາປີ 2023 ທີ່ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ IX ໃນວາລະພິຈາລະນາວຽກງານຂອງລັດຖະບານ, ເຊິ່ງກໍເຫັນວ່າມີຫລາຍວຽກງານສາມາດຈັດຕັ້ງປະຕິບັດໄດ້ດີ ໄປຄຽງຄູ່ກັນນັ້ນກໍຍັງມີບາງວຽກງານທີ່ຍັງຄົງຄ້າງ ຊຶ່ງຈະຕ້ອງໄດ້ຮີບຮ້ອນແກ້ໄຂ.
ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ໄດ້ເນັ້ນໃຫ້ລັດຖະບານເອົາໃຈໃສ່ 8 ບັນຫາສຳຄັນ ໃນການຈັດຕັ້ງປະຕິບັດທິດທາງແຜນການ 6 ເດືອນທ້າຍປີ 2024 ຄື:
1. ເພີ່ມຄວາມເອົາໃຈໃສ່ໃນການຜັນຂະຫຍາຍມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 04/ກມສພ, ລົງວັນທີ 11 ເມສາ 2024 ວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່ ເຂົ້າໃນການຈັດຕັ້ງຜະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ແລະ ສືບຕໍ່ປະຕິບັດທິດທາງ, ເປົ້າໝາຍລວມ ແລະ ແຜນວຽກຈຸດສຸມຂອງລັດຖະບານ ຕາມທີ່ໄດ້ກໍານົດໄວ້ໃນມະຕິກອງປະ ຊຸມສະພາແຫ່ງຊາດ ໃຫ້ບັນລຸຕາມແຜນການ.
2. ສືບຕໍ່ສຸມໃສ່ການແກ້ໄຂບັນຫາເຄັ່ງຮ້ອນດ້ານເສດຖະກິດ-ການເງິນ ໂດຍສະເພາະແກ້ໄຂບັນຫາການເໜັງຕີງຂອງອັດຕາແລກປ່ຽນ, ການເໜັງຕີງຂອງລາຄາສິນຄ້າ, ຢັບຢັ້ງສະພາບເງິນເຟີ້ບໍ່ໃຫ້ເພີ່ມຂຶ້ນສູງ ແລະ ບັນຫາໜີ້ສິນຕ່າງປະເທດ ດ້ວຍການບັງຄັບໃຊ້ບັນດາມາດຕະການທີ່ໄດ້ວາງອອກຢ່າງເຂັ້ມງວດ.
3. ຄົ້ນຄວ້າເພີ່ມເງິນນະໂຍບາຍ, ເງິນອຸດໜູນຄ່າຄອງຊີບ ໃຫ້ແກ່ພະນັກງານ-ລັດຖະກອນ, ທະຫານ, ຕໍາຫລວດ ແລະ ພະນັກ ງານບໍານານ ໄປພ້ອມກັບການປັບຄ່າແຮງງານຕໍ່າສຸດໃຫ້ໄປຕາມສະພາບເສດຖະກິດ ແລະ ຄ່າຄອງຊີບໃນປັດຈຸບັນ.
4. ປັບປຸງສະພາບແວດລ້ອມຂອງການລົງທຶນ ແລະ ການດຳເນີນທຸລະກິດຢູ່ລາວ ໃຫ້ໂລ່ງລ່ຽນຂຶ້ນ, ຕັດຂັ້ນຂອດທີ່ອຸດຕັນອອກໃຫ້ໄດ້, ສຸມໃສ່ແກ້ໄຂບັນຫາການສະໜອງພະລັງງານໄຟຟ້າບໍ່ພຽງພໍກັບຄວາມຕ້ອງການ, ພັດທະນາພະລັງງານລົມ, ພະ ລັງງານແສງອາທິດ ທີ່ສາມາດກໍ່ສ້າງໄວ ໂດຍສະເພາະພະລັງງານແສງອາທິດໃນເຂດອ່າງນໍ້າໜ້າເຂື່ອນໄຟຟ້າ, ເຂດທີ່ດິນປອກໂລ້ນ, ດິນຫີນແຮ່ທີ່ບໍ່ເໝາະສົມແກ່ການພັດທະນາກະສິກໍາ.
5. ສືບຕໍ່ສູ້ຊົນສຸມໃສ່ການເກັບລາຍຮັບງົບປະມານປີ 2024 ໃຫ້ໄດ້ຕາມແຜນ ຫລື ເກີນແຜນ, ສຸມໃສ່ຂະຫຍາຍຖານລາຍຮັບໃໝ່ໃຫ້ເພີ່ມຂຶ້ນ, ເກັບລາຍຮັບຈາກຖານທີ່ມີຢູ່ແລ້ວໃຫ້ຄົບຖ້ວນ, ເລັ່ງການຫັນການເກັບລາຍຮັບໃຫ້ເປັນທັນສະໄໝໃຫ້ກວ້າງ ແລະ ກວມເອົາຫລາຍຂົງເຂດ ໂດຍສະເພາະການເກັບລາຍຮັບຢູ່ດ່ານ, ການເກັບລາຍຮັບຈາກຄ່າທຳນຽມ, ຄ່າບໍລິການ ແລະ ອື່ນໆ.
6. ສືບຕໍ່ພັດທະນາພື້ນຖານໂຄງລ່າງການກໍ່ສ້າງປັບປຸງເສັ້ນທາງໃຫ້ໄດ້ຄຸນນະພາບ, ຖືກຕ້ອງຕາມມາດຕະຖານເຕັກນິກ ແລະ ໃຫ້ສໍາເລັດຕາມແຜນທີ່ກໍານົດໄວ້ ພ້ອມທັງປັບປຸງລະບົບຂົນສົ່ງຕ່າງໆໃຫ້ມີຄວາມວ່ອງໄວ, ທັນສະໄໝ ສາມາດແຂ່ງຂັນກັບພາກພື້ນ ແລະ ສາກົນ; ສືບຕໍ່ໂຄງການປ້ອງກັນຕາຝັ່ງຕາມແມ່ນໍ້າຊາຍແດນ ແລະ ຈັດສັນທຶນຮອນທີ່ເໝາະສົມໃຫ້ວຽກງານດັ່ງກ່າວ.
7. ເອົາໃຈໃສ່ຊຸກຍູ້ສົ່ງເສີມການຜະລິດໃຫ້ແຂງແຮງຂຶ້ນກວ່າເກົ່າ ພ້ອມທັງຄົ້ນຄວ້າປະເມີນຄືນບັນດາລາຍການສິນຄ້າທີ່ສາ ມາດຜະລິດໄດ້ ເປັນຕົ້ນຝຸ່ນ, ອາຫານສັດ ຮັບປະກັນການສະໜອງ ແລະ ຊົມໃຊ້ຢູ່ພາຍໃນໃຫ້ພຽງພໍກັບຄວາມຕ້ອງການ ພ້ອມທັງມີກົນໄກປະສານສົມທົບລະຫວ່າງຂະແໜງກະສິກໍາ ແລະ ປ່າໄມ້ ກັບຂະແໜງອຸດສາຫະກໍາ ແລະ ການຄ້າ ຄົ້ນຄວ້າກໍານົດມາດຕະການຈໍາກັດການນໍາເຂົ້າສິນຄ້າທີ່ສາມາດຜະລິດໄດ້ຢູ່ພາຍໃນ ແລະ ຫຼຸດຜ່ອນການສົ່ງອອກວັດຖຸດິບບາງລາຍການທີ່ຍັງມີຄວາມຕ້ອງການຊົມໃຊ້ພາຍໃນ ເປັນຕົ້ນຂີ້ເບຍ ແລະ ອື່ນໆ ເພື່ອຮັບປະກັນການຊົມໃຊ້ພາຍໃນໃຫ້ພຽງພໍ.
8. ມອບໃຫ້ລັດຖະບານສຸມໃສ່ປັບປຸງສະພາບການສຶກສາ ແລະ ກໍ່ສ້າງຊັບພະຍາກອນມະນຸດ, ສືບຕໍ່ປະຕິບັດນະໂຍບາຍ ແລະ ມາດຕະການໃນການແກ້ໄຂການປະລະການຮຽນ, ບັນຫາການຂາດແຄນຄູ, ການປະຕິບັດນະໂຍບາຍອຸດໜູນຄູອາສາສະໝັກ ແລະ ແພດອາສາສະໝັກ ຕາມມະຕິເລກທີ 09/ລບ ໃຫ້ເປັນຮູບປະທຳຫຼາຍຂຶ້ນ ເຖິງວ່າຍັງມີຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ກໍໃຫ້ເອົາໃຈໃສ່ໃນການລົງທຶນເຂົ້າໃນຂະແໜງສຶກສາທິການ ແລະ ສາທາລະນະສຸກ; ຊຸກຍູ້ສົ່ງເສີມການ ທ່ອງທ່ຽວໃນປີທ່ອງທ່ຽວລາວ ຕິດພັນກັບການເປັນປະທານອາຊຽນ ແລະ ປະທານໄອປາ.