ການແກ້ໄຂບັນຫາຈາກໂຄງການຂຸດຄົ້ນແຮ່ທາດຍັງຊັກຊ້າ ແກ່ຍາວ ແລະ ມີໃຫ້ເຫັນຕໍ່ເນື່ອງ

ໂດຍ: ຜາຕຸງ
ເລື່ອງບັນຫາການຂຸດຄົ້ນແຮ່ທາດ ພວມເປັນທີ່ສົນໃຈຂອງສັງຄົມຢ່າງກ້ວາງຂວາງຍ້ອນວ່າ ຜ່ານມາຜູ້ລົງທຶນສະປະທານຂຸດຄົ້ນແຮ່ທາດ ທັງແບບປົກກະຕິ ທັງແບບທົດລອງຍັງມີການລະເມີດລະບຽບການ ແລະກົດໝາຍກ່ຽວຂ້ອງກັບການຂຸດຄົ້ນແຮ່ທາດ ສ້າງຄວາມສູນເສຍຕໍ່ທຳມະຊາດທີ່ມີຄວາມອຸດົມສົມບູນມາເປັນເວລາຫຼາຍເຊັ່ນຄົນຕໍ່ສະພາບແວດລ້ອມ ຕໍ່ຊັບສິນຂອງລັດ ລວມໝູ່ ແລະບຸກຄົນ ນິຕິບຸກຄົນຈົນມີຫາງສຽງຈົ່ມວ່າໄປໃນທາງທີ່ບໍ່ສ້າງສັນຕ່າງໆນາໆ ແຕ່ວ່າ ບັນຫາເຫຼົ່ານີ້ ລັດຖະບານພວມເລັ່ງແກ້ໄຂໃຫ້ດຳເນີນໄປຢ່າງຖືກຕ້ອງສອດຄ່ອງກັບລະບຽບກົດໝາຍເທື່ອລະກ້າວ.
ໃນວັນທີ 13 ມິຖຸນາ 2024ນີ້ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ໄດ້ຊີ້ແຈງ ແລະ ຕອບຄໍາຊັກຖາມ ຂອງສະມາຊິກສະພາແຫ່ງຊາດ ຕໍ່ບັນຫາການດໍາເນີນກິດຈະການຂຸດຄົ້ນແຮ່ທາດໃນເຂດຍອດນໍ້າ, ຕາມສາຍນໍ້າ ທີ່ພາໃຫ້ມີບັນຫານໍ້າຂຸ່ນວ່າ: ບັນຫານີ້, ແມ່ນພົວພັນກັບການບໍ່ປະຕິບັດຕາມຂັ້ນຕອນຂອງລະບຽບການ ແລະ ກົດໝາຍ, ຂໍ້ຈໍາກັດໃນການເຂົ້າເຖິງບ່ອນທີ່ຢູ່ເຂດຫ່າງໄກເຂົ້າເຖິງໄດ້ຍາກ ເພື່ອຕິດຕາມການຈັດຕັ້ງປະຕິບັດເຕັກນິກ, ວຽກລື່ນຄົນ, ການສວຍໃຊ້ ການອະນຸຍາດຄົນອື່ນມາຂຸດຄົ້ນ ແລະ ອື່ນໆ, ແຕ່ເຖິງຢ່າງໃດກໍດີ, ພາຍຫຼັງທີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຮັບຂໍ້ມູນ ກ່ຽວກັບວຽກງານນີ້ແລ້ວ ກໍບໍ່ໄດ້ປະປ່ອຍ ຫລື ເມີນເສີຍແຕ່ຢ່າງໃດ ໄດ້ເອົາໃຈໃສ່ລົງຕິດຕາມ ເຄື່ອນໄຫວລົງສູ່ຈຸດບັນຫາໃຫ້ໄວເທົ່າທີ່ຈະໄວໄດ້.
ໃນຊຸມປີຜ່ານມາ, ອັດຕາການນໍາໃຊ້ບໍລິການສາຍດ່ວນ ກະຊວງພະລັງງານ ແລະ ບໍ່ແຮ່ 1506 ກໍໄດ້ສູງຂຶ້ນ ເຮັດໃຫ້ພະນັກງານກົມກວດກາຂອງກະຊວງ ມີວຽກງານທີ່ພົວພັນເພີ່ມຂຶ້ນຈໍານວນຫລາຍ. ແນ່ນອນວ່າ ຂະແໜງການ ພະລັງງານ ແລະ ບໍ່ແຮ່ ກໍເອົາໃຈໃສ່ ຢາກແກ້ໄຂບັນຫາໃຫ້ໄວ ເຊິ່ງກໍຕ້ອງ ການການຊ່ວຍເຫລືອ ຈາກຫລາຍພາກສ່ວນ ແລະ ການລາຍງານສົ່ງຂ່າວ ສະພາບຜົນກະທົບຕ່າງໆ. ເຊື່ອໝັ້ນວ່າ ການປັບປຸງແຜນການແບ່ງຄວາມຮັບຜິດຊອບ, ສ້າງໜ້າວຽກທີ່ຊັດເຈນພາຍໃນຂະແໜງ ການ ລະຫວ່າງສູນກາງ ແລະ ທ້ອງຖິ່ນທັງເປັນການສ້າງຄວາມເຂັ້ມແຂງ ໃນວຽກງານຄໍາຮ້ອງ-ຄໍາສະເໜີ ໃຫ້ແກ່ຂະແໜງການທ້ອງຖິ່ນ ຈະເປັນຕົວຊ່ວຍສໍາຄັນໃນການປ້ອງກັນບັນຫາ.
ສຳລັບ, ບັນຫາການຮັບປະກັນ ໃຫ້ຊຸມຊົນໄດ້ຮັບປະໂຫຍດ ແລະ ໃຫ້ໄດ້ມີສ່ວນຮ່ວມນັ້ນ ກະຊວງພະລັງງານ ແລະ ບໍ່ແຮ່ມີດໍາລັດ ກ່ຽວກັບທຶນພັດທະນາຊຸມຊົນ ທີ່ໄດ້ຮັບຮອງໂດຍລັດຖະບານ ໃນເດືອນສິງຫາ ປີຜ່ານມາ ເຊິ່ງໄດ້ກໍານົດຫລັກການ ແລະ ກົນໄກໃນການນໍາໃຊ້ພັນທະທຶນພັດທະນາຊຸມຊົນຂອງໂຄງການ ແລະ ການມີສ່ວນຮ່ວມຂອງພາກລັດ ແລະ ພາກປະຊາຊົນ ໃນການຕິດຕາມ ແລະ ລາຍງານຜົນຂອງການນໍາໃຊ້ ແລະ ຈັດຕັ້ງປະຕິບັດແຜນພັດທະນາຊຸມຊົນ ທີ່ຕິດພັນກັບໂຄງການແຮ່ທາດ, ກະຊວງ ພະລັງງານ ແລະ ບໍ່ແຮ່ ຍັງຈະໄດ້ລົງເລິກຕິດຕາມ; ການທົບທວນແນວຄິດ ແລະ ວິທີການ ເພື່ອກໍານົດເປັນເງື່ອນໄຂ ການອະນຸຍາດລົງທຶນໃນກິດຈະການແຮ່ທາດ ທີ່ພົວພັນກັບໜ້າທີ່ຂອງໂຄງການ ເປັນຫລັກໃນການພັດທະນາເຂດຊຸມຊົນ, ເຂດຈຸດສຸມ, ເຂດທຸກຍາກນັ້ນ ເປັນວຽກທີ່ຕ້ອງໄດ້ຮ່ວມກັນປຶກສາຫາລືຢ່າງລະອຽດ ແລະ ມີການຕີລາຄາ ເພາະເຫັນວ່າພົວພັນເຖິງຫລັກການ ແລະ ວິທີການລົງທຶນ ເຊິ່ງຍັງພົວພັນກັບການພິຈາລະນາຮັບຮອງບົດສຶກສາຄວາມເປັນໄປໄດ້ ທາງດ້ານເສດຖະກິດຂອງໂຄງການ.
ແຮ່ທາດ ແມ່ນຊັບພະຍາກອນຂອງຊາດ ເມື່ອມີການລົງທຶນຂຸດຄົ້ນເອົາຊັບພະຍາກອນທຳມະຊາດຂຶ້ນມານຳໃຊ້ເພື່ອພັດທະນາປະເທດຊາດໃຫ້ຈະເລີນຮັ່ງມີເຂັ້ມແຂງ ປະຊາຊົນບັນດາເຜົ່າໄດ້ມີຊີວິດການເປັນຢູ່ດີຂຶ້ນ ແມ່ນຄວາມມຸ່ງມາດປາຖະໜາຂອງສັງຄົມ ແຕ່ເມື່ອມີການຂຸດຄົ້ນກໍ່ຕ້ອງດຳເນີນໄປຕາມລະບຽບ ກົດໝາຍ ໃນທຸກຂັ້ນຕອນ ບໍ່ຄວນໃຫ້ມຜົນກະທົບຕໍ່ທຳມະຊາດແລະສິ່ງແວດລ້ອມ ກໍ່ຄືການດຳລົງຊີວິດຂອງປະຊາຊົນ ນັ້ນແມ່ນທາງອອກທີ່ດີ ແຕ່ຖ້າຫາກມີການລະເມີດລະບຍບກົດໝາຍໃນການຂຸດຄົ້ນ ທຸກພາກສ່ວນທີ່ມີສ່ວນຮັບຜິດຊອບຕ້ອງຮີບຮ້ອນເລັ່ງແກ້ໄຂໃຫ້ທັນເວລາ ຢ່າປ່ອຍປະໃຫ້ບັນຫາແກ່ຍາວ ເພາະມັນຈະສົ່ງຜົນກະທົບໄປທົ່ວແລ້ວຍາກຕໍ່ການແກ້ໄຂ.